Header Ads

ກອງປະຊຸມແຜນງົບປະມານແຫ່ງລັດປະຈໍາປີ ຮອງນາຍົກໃຫ້ສືບຕໍ່ແກ້ໄຂສະພາບຄວາມຝືດເຄືອງທາງດ້ານການເງິນ-ງົບປະມານ



ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການເງິນ ກ່າວໃນກອງປະຊຸມແນະນໍາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີເມື່ອທ້າຍເດືອນທັນວາ ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2017 ແມ່ນເປັນຊ່ວງໄລຍະບາດລ້ຽວອັນສໍາຄັນເພາະເປັນປີທີສອງຂອງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍທີ X ຂອງພັກ, ກ້າວເຂົ້າສູ່ໃນໄລຍະກາງຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020), ຄຽງຄູ່ກັນນັ້ນ, ກໍ່ຍັງໄດ້ມີການເລີ່ມຈັດຕັ້ງປະຕິບັດຫລາຍດ້ານທີ່ເປັນອັນໃໝ່ເພື່ອສ້າງພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານໃນຕໍ່ໜ້າ. ຜ່ານການຈັດຕັ້ງປະະຕິບັດແຜນງົບປະມານແຫ່ງລັດປີ 2017 ຍັງເຫັນວ່າມີຫຼາຍດ້ານຍັງຫຍຸ້ງຍາກ ແລະ ທ້າທາຍສູງ, ບັນຫາລວມແມ່ນຍັງເປັນແຜນທີ່ສືບຕໍ່ແກ້ໄຂສະພາບຄວາມຝືດເຄືອງທາງດ້ານການເງິນ-ງົບປະມານ ທີ່ເກີດຂຶ້ນມາໃນໄລຍະຫຼາຍສົກປີງົບປະມານທີ່ຜ່ານມາເຊິ່ງຕ້ອງໃຊ້ເວລາພໍສົມຄວນຈຶ່ງສາມາດຟື້ນໂຕ ແລະ ກັບເຂົ້າສູ່ສະພາບປົກກະຕິໄດ້.



ບົນພື້ນຖານສະພາບ ແລະ ເງື່ອນໄຂທັງພາຍນອກ ແລະ ພາຍໃນປະເທດດັ່ງທີ່ກ່າວໄປແລ້ວນັ້ນພວກເຮົາໄດ້ພ້ອມກັນສູ້ຊົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2017 ດ້ວຍຄວາມເອົາໃຈໃສ່ ແລະ ດ້ວຍຄວາມຮັບຜິດຊອບສູງ, ພາຍໃຕ້ການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງພັກ ແລະ ລັດຖະບານ, ລວມທັງການຕັດສິນໃຈສູງຂອງບັນດາຂະແໜງການທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດເຮັດໃຫ້ສາມາດປະຕິບັດແຜນງົບປະມານແຫ່ງລັດນັບວັນທີ 1 ມັງກອນ-ວັນທີ 21 ພະຈິກ 2017 ສາມາດປະຕິບັດລາຍຮັບເຂົ້າງົບປະມານທັງໝົດ 84,94%ຂອງແຜນການປີ, ສະເພາະລາຍຮັບພາຍໃນໄດ້ 87,71% ຂອງແຜນການປີ, ສ່ວນດ້ານລາຍຈ່າຍປະຕິບັດໄດ້ 84,40% ຂອງແຜນການປີ.



ເຖິງແນວໃດກໍ່ຕາມຜ່ານການຄົ້ນຄວ້າຄວາມອາດສາມາດໃນການຈັດເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະມານໝົດປີ 2017 ເຫັນວ່າຍັງທ້າທາຍສູງເນື່ອງຈາກລາຍຮັບງົບປະມານທັງໝົດຄາດຄະເນຈະສູ້ຊົນປະຕິບັດໄດ້ ໃຫ້ໄດ້ຢ່າງຕໍ່າສຸດບໍ່ຫລຸດ 95% ຂອງແຜນການປີ, ສ່ວນດ້ານລາຍຈ່າຍງົບປະມານທັງໝົດຄາດຄະເນປະຕິບັດໄດ້ 95,2% ສັງລວມແລ້ວບວກກັບຄວາມຈໍາເປັນຊໍາລະຕົ້ນທຶນເງິນກູ້ຢືມພາຍໃນ ແລະ ຕ່າງປະເທດ ແຫຼ່ງທຶນທີ່ສາມາດລະດົມໄດ້ໃນປີແມ່ນຍັງບໍ່ທັນພຽງພໍຈໍານວນໜຶ່ງ.ຜ່ານການໄລ່ລຽງເບື້ອງຕົ້ນຮ່ວມກັບບັນດາແຂວງ ແລະ ການລາຍງານຂອງທ້ອງຖິ່ນຈໍານວນໜຶ່ງຍັງເຫັນວ່າລາຍຮັບຂອງ 9 ແຂວງຈະບໍ່ສາມາດຈັດເກັບໄດ້ຕາມແຜນ ຈໍານວນປະມານ 370 ຕື້ກີບເຊິ່ງຈະສ້າງຄວາມກົດດັນໃຫ້ແກ່ລັດຖະບານກໍ່ຄືຂັ້ນສູນກາງທີ່ຈະຕ້ອງໄດ້ຊອກແຫລ່ງທຶນ ເພື່ອໄປດຸນດ່ຽງເພີ່ມໃຫ້ບັນດາແຂວງ ທີ່ບໍ່ສາມາດເກັບລາຍຮັບໄດ້ຕາມແຜນດັ່ງກ່າວ ໂດຍສະເພາະແມ່ນເພື່ອໃຫ້ສາມາດປະຕິບັດ ບັນດາລາຍຈ່າຍທີ່ເປັນບູລິມະສິດເປັນຕົ້ນ: ລາຍຈ່ານເງິນເດືອນ, ເງິນນະໂຍບາຍຕ່າງໆ ໃຫ້ທັນກໍານົດເວລາຕາມທີ່ລັດຖະບານກໍານົດໄວ້.



ທ່ານ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ເນັ້ນຕື່ມອີກວ່າ: ສະເພາະແຜນງົບປະມານແຫ່ງລັດໃນປີ2018 ແມ່ນຍັງສືບຕໍ່ສູ້ຊົນແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານງົບປະມານ ແລະ ຫັນປ່ຽນໃໝ່ ໂດຍການກ້າວເຂົ້າສູ້ການປະຕິຮູບການຄຸ້ມຄອງການເງິນພາກລັດຢ່າງຕັ້ງໜ້າ, ຫັນເປັນທັນສະໄໝຢ່າງທັນການ ແລະ ກວ້າງຂວາງເຮັດໃຫ້ການເກັບລາຍຮັບ ແລະ ປະຕິບັດລາຍຈ່າຍງົບປະມານມີປະສິດທິຜົນ ແລະ ເຂັ້ມງວດຂຶ້ນກວ່າເກົ່າ, ແນໃສ່ເຮັດໃຫ້ເສດຖະກິດແຫ່ງຊາດເຕີບໂຕຕາມຄາດໝາຍທີ່ວາງໄວ້ຢ່າງໜ້ອຍ 7% ຫຼື ເທົ່າກັບ 149.471 ຕື້ກີບ, ເຊິ່ງຄາດໝາຍທີ່ສະພາໄດ້ຮັບຮອງປະກອບມີ: ຄາດໝາຍລາຍຮັບທັງໝົດຕ້ອງສູ້ຊົນໃຫ້ໄດ້ 25.452 ຕື້ກີບ ຫຼື ທຽບເທົ່າປະມານ 17.02% ຂອງ GDP. ໃນນັ້ນ, ລາຍຮັບພາຍໃນມີຈໍານວນ 22.700 ຕື້ກີບ ເທົ່າກັບ 15,18% ຂອງ GDP, ສ່ວນຄາດໝາຍລາຍຈ່າຍງົບປະມານທັງໝົດບໍ່ເກີນ 32.809 ຕື້ກີບ, ເທົ່າກັບ 21,95% ຂອງ GDP, ເຊິ່ງຖືວ່າຍັງເປັນການຂາດດຸນທີ່ຢູ່່ໃນລະດັບສູງພໍສົມຄວນ ແລະ ຍັງມີຄວາມຈໍາເປັນຕ້ອງໄດ້ລະດົມແຫຼ່ງດຸນດ່ຽງ ຈາກພາຍໃນ ແລະ ຕ່າງປະເທດ ໃຫ້ພຽງພໍກັບຄວາມຈໍາເປັນຈ່າຍຕ່າງໆຕາມແຜນການກໍານົດໄວ້.


ພາບ-ຂ່າວ: ກະຊວງການເງິນ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.