Header Ads

ປະກາດສ້າງຕັ້ງໂຮງຮຽນທະຫານຊາຍແດນກອງທັບປະຊາຊົນລາວ



ພິທີປະກາດສ້າງຕັ້ງໂຮງ ຮຽນທະຫານຊາຍແດນ ແລະ ໂຄງປະກອບການຈັດຕັ້ງຕໍາ ແໜ່ງງານ, ຈໍານວນພົນ, ແຕ່ງ ຕັ້ງຄະນະບັນຊາ, ພະແນກ ການ, ຄະນະກອງພັນຄຸ້ມຄອງ ນັກຮຽນ, ບັນດາຂະແໜງການ, ຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ແລະ ບົ່ງຕົວແຕ່ງຕັ້ງຄະນະພັກ ຮາກຖານ, ບັນດາໜ່ວຍພັກທີ່ ຂຶ້ນກັບໂຮງຮຽນທະຫານຊາຍ ແດນ 712 ກອງທັບປະຊາຊົນ ລາວໄດ້ຈັດຂື້ນໃນວັນທີ18 ຕຸ ລານີ້, ໂດຍການເຂົ້າຮ່ວມເປັນ ປະທານຂອງທ່ານ ພົນໂທ ຈັນ ສະໝອນ ຈັນຍາລາດ ກໍາມະ ການກົມການເມືອງສູນກາງ ພັກ, ລັດຖະມົນຕີກະຊວງປ້ອງ ກັນປະເທດ, ເຊິ່ງມີຄະນະນໍາກະ ຊວງປ້ອງກັນປະເທດ, ຕາງໜ້າ ຫ້ອງວ່າການສໍານັກງານນາ ຍົກລັດຖະມົນຕີ, ການນໍາແຂວງ ບໍລິຄໍາໄຊ, ບັນດາຄະນະນຳກົມ ໃຫຍ່, ຄະນະກອງບັນຊາການ ທະຫານແຂວງ 17 ແຂວງ, ບັນ ດາວິທະຍາຄານ,ໂຮງຮຽນ,ກົມກອງ ແລະ ອໍານາດການປົກ ຄອງທ້ອງຖິ່ນອ້ອມຂ້າງເຂົ້າ ຮ່ວມ.

ທ່ານພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານ ຊາຍແດນໄດ້ຂຶ້ນລາຍງານວຽກ ງານກຽມພ້ອມຮອບດ້ານໃນ ຜ່ານມາ ໂດຍສະເພາະແມ່ນດ້ານ ການກະກຽມສະຖານທີ່ກໍ່ສ້າງ ໂຮງຮຽນ, ດ້ານການຈັດຕັ້ງ ປະ ກອບໂຮງຮຽນ, ການສົມທົບກັບ ກົມໂຮງຮຽນ ແລະ ຄະນະຊ່ຽວ ຊານຫວຽດນາມການຮ່າງ ໂຄງການຫລັກສູດການຮຽນ-ການສອນ ແລະ ກະກຽມຕໍາລາ ສິກສອນທີ່ຈໍາເປັນຈໍານວນໜຶ່ງ, ສ້າງແຜນການ, ສ້າງແຜນງົບ ປະມານຮັບໃຊ້ໃຫ້ແກ່ພິທີປະ ກາດສ້າງຕັ້ງໂຮງຮຽນທະຫານ ຊາຍແດນກອງທັບປະຊາຊົນ ລາວ ແລະ ບັນດາວຽກງານ ອື່ນໆ ປິ່ນອ້ອມເຊິ່ງສັງລວມ ແລ້ວເຫັນວ່າບັນດາໜ້າວຽກ ທີ່ກ່າວມານັ້ນງໄດ້ຮັບການຈັດ ຕັ້ງປະຕິບັດສຳເລັດລຸລ່ວງຕາມ ແຜນການຄາດໝາຍທີ່ວາງໄວ້.

ໂອກາດດຽວກັນນີ້ໂອກາດ ນີ້ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການສ້າງຕັ້ງໂຮງຮຽນ ແລະ ຂໍ້ຕົກ ລົງຂອງກົມໃຫຍ່ເສນາທິການ ກອງທັບ ວ່າດ້ວຍໂຄງປະກອບ ການຈັດຕັ້ງຕໍາແໜ່ງງານ ແລະ ຈໍານວນພົນປະກອບຂອງໂຮງ ຮຽນທະຫານຊາຍແດນ ເຊິ່ງປະ ກອບມີດັ່ງນີ້: ສ້າງຕັ້ງໂຮງຮຽນ ທະຫານຊາຍແດນໃສ່ລະຫັດ ເລກໝາຍ 712 ມີຖານະທຽບ ເທົ່າກອງພັນໃຫຍ່, ດ້ານການ ຈັດຕັ້ງມີຄະນະອໍານວຍການມີ 5 ພະແນກການ, 40 ຂະແໜງ ການ, 3 ໝວດ, 1 ກອງຮ້ອຍ ທຽບເທົ່າ ແລະ 1 ກອງພັນຄຸ້ມ ຄອງນັກຮຽນ,ໃນນີ້ສຳລັບຄະ ນະບັນຊາ ປະກອບມີ ພັນໂທ ສັກ ສົມບັດ ແກ້ວສິດທິວົງສາ ເປັນ ຫົວໜ້າການທະຫານ, ພັນໂທ ຄໍາພັນ ເຊໃຫຍ່ທຸມມະແສງ ເປັນ ຫົວໜ້າການເມືອງ, ພັນໂທ ຈັນ ພອນ ທອງສອນ ເປັນຮອງການ ທະຫານ ທັງເປັນຫົວໜ້າພະ ແນກອົບຮົມ, ພັນໂທ ຂຽນທອງ ໄຊສົມບູນ ເປັນຮອງການເມືອງ ທັງເປັນຫົວໜ້າພະແນກການ ເມືອງ, ພັນໂທ ກາບແກ້ວ ພັນ ທະວົງ ເປັນຮອງ ຮັບຜິດຊອບ ວຽກງານເຕັກນິກ ທັງເປັນຫົວ ໜ້າພະແນກເຕັກນິກ ແລະ ພັນຕີ ພຸດສະດີ ເລືອງວັນໄຊ ເປັນຮອງ ຮັບຜິດຊອບວຽກງານພະລາທິ ການ ທັງເປັນຫົວໜ້າພະແນກພະ ລາທິການ, ພ້ອມນີ້ກໍໄດ້ຜ່ານມະ ຕິຕົກລົງຂອງຄະນະພັກກະຊວງ ປ້ອງກັນປະເທດວ່າດ້ວຍການ ສ້າງຕັ້ງຄະນະພັກຮາກຖານ, ສ້າງຕັ້ງໜ່ວຍພັກຂຶ້ນກັບຄະນະ ພັກຮາກຖານ ແລະ ບົ່ງຕົວແຕ່ງ ຕັ້ງຄະນະພັກຮາກຖານ ແລະ ໜ່ວຍພັກເພື່ອເປັນແກນນຳນ ລະບົບການເມືອງຂອງໂຮງ ຮຽນ ເຊິ່ງໄດ້ແຕ່ງຕັ້ງການເມືອງ ເປັນ ເລຂາຄະນະພັກຮາກຖານ ພັນໂທ ສັກສົມບັດ ແກ້ວສິດ ທິວົງສາ ຫົວໜ້າການທະຫານ ເປັນຮອງເລຂາຄະນະພັກ, ພັນ ໂທຂຽນທອງ ໄຊສົມບູນ ຮອງ ການເມືອງ ເປັນປະທານກວດ ກາ, ພັນໂທ ຈັນພອນ ທອງສອນ ຮອງການທະຫານ ເປັນ ກໍາມະ ການປ້ອງກັນ,ພັນໂທ ກາບແກ້ວ ພັນທະວົງ ຮອງຮັບຜິດຊອບ ວຽກງານເຕັກນິກ ເປັນ ກໍາມະ ການ ໂຄສະນາ-ຂະບວນການ, ພັນຕີ ພຸດສະດີ ເລືອງວັນໄຊ ຮອງຮັບຜິດຊອບວຽກງານພະ ລາທິການເປັນກໍາມະການ-ການ ຄັງ, ພັນໂທ ໂສພາ ຄໍາພິທັກ ຫົວໜ້າກອງພັນນັກຮຽນ ເປັນ ກໍາມະການຈັດຕັ້ງ ແລະ ໄດ້ສ້າງ ຕັ້ງໜ່ວຍພັກຂຶ້ນກັບຄະນະພັກ ຮາກຖານ ຈໍານວນ 6 ໜ່ວຍພັກ, ພ້ອມນັ້ນຍັງໄດ້ແຕ່ງຕັ້ງບັນດາ ຫົວໜ້າ ພະແນກການ, ຄະນະ ກອງພັນຄຸ້ມຄອງນັກຮຽນ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເສ ນາທິການກອງທັບ ວ່າດ້ວຍ ການແຕ່ງຕັ້ງພະນັກງານຂັ້ນຂະ ແໜງການ, ຫົວໜ້າກອງຮ້ອຍ ແລະ ລາຍຊື່ບຸກຄະລາກອນປະ ກອບໃຫ້ໂຮງຮຽນຄົບຖ້ວນຕາມ ໂຄງຮ່າງການປະກອບຂອງ ກອງທັບ.

ໂອກາດດັ່ງກ່າວທ່ານພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ ມີຄໍາເຫັນຊີ້ນໍາຫຼາຍບັນຫາສໍາ ຄັນຊີ້ໃຫ້ເຫັນວ່າ:ການປະກາດ ສ້າງຕັ້ງໂຮງຮຽນທະຫານຊາຍ ແດນກອງທັບປະຊາຊົນລາວ ໃນເທື່ອນີ້ແມ່ນອີງໃສ່ຄວາມ ຮຽກຮ້ອງຕ້ອງການໜ້າທີ່ການ ເມືອງໄລຍະໃໝ່ຂອງກະຊວງ ປ້ອງກັນປະເທດດັ່ງນັ້ນເພື່ອກະ ກຽມຄວາມພ້ອມຕ່າງໆຮັບປະ ກັນໃຫ້ແກ່ໂຮງຮຽນທະຫານ ຊານແດນສາມາດເປີດສົກຮຽນ ຄັ້ງທໍາອິດໃນສົກປີ 2018-2019 ໃຫ້ບັນລຸໄດ້ຕາມຈຸດປະ ສົງຄາດໝາຍກ່ອນອື່ນຕ້ອງໄດ້ ສືບຕໍ່ຊີ້ນໍາ ແລະ ປະສານສົມທົບ ກັບບັນດາຂະແໜງການຕ່າງໆທີ່ ກ່ຽວຂ້ອງໃນການຄົ້ນຄວ້າປະ ກອບບຸກຄະລາກອນ, ພາຫະນະ ເຕັກນິກ, ແລະ ການປະກອບ ອື່ນໆໃຫ້ຄົບຖ້ວນຕາມຫລັກ ການປະກອບຂອງກອງທັບ, ສະ ນັ້ນສໍາລັບຜູ້ທີ່ໄດ້ຮັບການແຕ່ງ ຕັ້ງເຮັດໜ້າໃໝ່ຕ້ອງສືບຕໍ່ເຝິກ ຝົນຕົນເອງໃນຂະບວນວຽກ ງານຕົວຈິງໃຫ້ສູງຂື້ນ, ຍົກສູງ ຄວາມຮັບຜິດຊອບການເມືອງ ຂອງຕົນໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃຫ້ສູງຂື້ນຕື່ມ ອີກກ້າວໜຶ່ງ, ຕ້ອງເປັນແບບ ຢ່າງທີ່ດີໃນການເຄື່ອນໄຫວ ເຮັດໜ້າທີ່ວຽກງານ ແລະ ການ ດໍາລົງຊີວິດທີ່ປອດໃສຂາວສະ ອາດ, ເອົາໃຈໃສ່ນຳພາເຮັດ ວຽກ ງານແກ້ໄຂຊີວີດການເປັນ ຢູ່ໃຫ້ດີຂຶ້ນກວ່າເກົ່າບົນພື້ນຖານ ຖືເອົາທ່າແຮງບົ່ມຊ້ອນຕົວຈິງ ຂອງໂຮງຮຽນເປັນບ່ອນບຸກທະ ລຸ, ພ້ອມກັນເສີມຂະຫຍາຍ ຄວາມສາມັກຄີພາຍໃນໝູ່ຄະນະ ໃຫ້ເລິກເຊິ່ງມີແບບແຜນວິທີເຮັດ ວຽກວິທີນໍາພາໃຫ້ລະອຽດ, ວິ ທະຍາສາດ ແລະ ພ້ອມກັນນໍາ ພາໂຮງຮຽນເຮັດສໍາເລັດໜ້າທີ່ ທີໄດ້ຮັບມອບໝາຍດ້ວຍໝາກ ຜົນອັນດີ.

ໂອກາດນີ້ຍັງໄດ້ຈັດກິດຈະກຳ ປູກຕົ້ນໄມ້ທີ່ລະນຶກ ອີກດ້ວຍ.

ໂດຍ: ສົມພອນ ສີສຸມັງ (ກອງທັບປະຊາຊົນລາວ)
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.