ລາວມີເຂື່ອນໄຟຟ້າລວມ 61 ແຫ່ງ ພ້ອມມີໂຄງການກຳລັງກໍ່ສ້າງ 36 ໂຄງການ ຄາດສຳເລັດ 2019-20
ກອງປະຊຸມຖອດຖອນບົດຮຽນການຄຸ້ມຄອງ ແລະ ດຳເນີນທຸລະກິດບໍລິການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ປະຈຳປີ 2018 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ລັດວິສາຫະກິດໄຟຟ້າລາວ ໂດຍມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ບັນດາຮອງລັດຖະມົນຕີ, ໜ້າກົມ, ຫົວໜ້າສາຂາໄຟຟ້າປະຈຳແຂວງ ຫົວໜ່ວຍທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜ່ານການລາຍງານຂອງທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຕໍ່ວຽກງານກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ໂດຍສະເພາະ ການສ້າງເງື່ອນໄຂໃຫ້ທຸກເປົ້າໝາຍເຂົ້າເຖິງການຊົມໃຊ້ກະແສໄຟຟ້າ ໃຫ້ມີຄວາມສະດວກສະບາຍ ຜ່ານມາການພັດທະນາອຸດສາຫະກຳພະລັງງານໄຟຟ້າຢູ່ລາວເຮົາ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ ເຊິ່ງປັດຈຸບັນປະເທດລາວມີແຫຼ່ງຜະລິດພະລັງງານໄຟຟ້າທັງໝົດ 61 ແຫ່ງ ລວມກຳລັງການຕິດຕັ້ງ 7207.24 ເມກາວັດ ສາມາດຜະລິດພະລັງງານໄຟຟ້າໄດ້ 37,366.66 ກິກາວັດ ໂມງຕໍ່ປີ.
ໃນນີ້, ມີເຂື່ອນຜະລິດກະແສໄຟຟ້າຂະໜາດກາງຫາໃຫຍ່ 32 ແຫ່ງ, ເຂື່ອນຂະໜາດນ້ອຍ 15 ເມກາວັດລົງມາມີ 21 ແຫ່ງ ໄຟຟ້າຖ່ານຫີນ 1 ໂຄງການ ໄຟຟ້າພະລັງງານທົດແທນ 2 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນ 5 ແຫ່ງ ພ້ອມນີ້, ຍັງມີໂຄງການກໍ່ສ້າງແຫຼ່ງຜະລິດພະລັງງານໄຟຟ້າທີ່ພວມດຳເນີນການກໍ່ສ້າງ ແລະ ຄາດວ່າຈະສຳເລັດປີ 2019-2020 ຈຳນວນ 36 ໂຄງການ, ມີກຳລັງຕິດຕັ້ງ 4,184.10 ເມກາວັດ ສາມາດຜະລິດພະລັງງານໄດ້ 20,892.99 ກິກາວັດໂມງຕໍ່ປີ ແລະ ຜ່ານການປະກອບຄຳເຫັນແລກປ່ຽນບົດຮຽນຈາກຫຼາຍພະແນກ ໜ່ວຍງານ ເຫັນວ່າຜົນສຳເລັດຂອງບັນດາໂຄງການພັດທະນາອຸດສາຫະກຳໄຟຟ້າຢູ່ປະເທດເຮົາໃນໄລຍະຜ່ານມາ ມີຄວາມສຳຄັນ ມີລັກສະນະເປັນພື້ນທີ່ໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແຕ່ການພັດທະນາອຸດສາຫະກຳພະລັງງານ ກໍຄື ການດຳເນີນກິດຈະການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຫຼາຍດ້ານທີ່ຈະຕ້ອງເອົາໃຈໃສ່ປັບປຸງແກ້ໄຂໃຫ້ສອດຄ່ອງ.
ໂດຍ : ແກ້ວອຸດົມ
Starting with rockets, our Stargate manufacturing facility vertically integrates robotics, software, and patented 3D printing applied sciences to digitize manufacturing. Our proprietary process optimizes every aspect of aerospace improvement and allows quicker, more frequent, and decrease cost access to space. Our quotes are accomplished by a human being guarantee you|to ensure you} get the best value Nipple Covers and half high quality on your project. Porsche has been utilizing 3D printing for a spread of different purposes, from major components to reinventing the provision chain for their older fashions. Porsche is at present utilizing 3D printing to produce very specific spare parts, but not that extensively.
ReplyDelete