Header Ads

ສສຊ ເຂດ 15ຈຳປາສັກ ສະເໜີແກ້ໄຂການເກັບເງິນຜ່ານທາງ ໄປວັດພູຈຳປາສັກ



ບັນຫາການເກັບເງິນຢູ່ເສັ້ນທາງຫ້ວຍເພັກ - ບ້ານພະພີນ - ວັດພູຈໍາປາສັກ ທີ່ເປັນເສັ້ນທາງເລກທີ A14 ຍັງເປັນສິ່ງທີ່ສົນໃຈຂອງສັງຄົມຢູ່ພໍສົມຄວນເຖິງແມ່ນວ່າຜູ້ກໍ່ສ້າງຈະເກັບມາດົນເຕີບແລ້ວ; ຫຼ້າສຸດ ສະມາຊິກສະພາແຫ່ງຊາດ(ສສຊ)ເຂດເລືອກຕັ້ງທີ15 ແຂວງຈຳປາສັກ ໄດ້ສະເໜີຕໍ່ສະພາແຫ່ງຊາດເພື່ອໃຫ້ລັດຖະບານອະນຸມັດງົບປະມານຈຳ ນວນໜຶ່ງແກ້ໄຂບັນການເກັບເງິນຢູ່ໃນເສັ້ນທາງດັ່ງກ່າວ.



ທ່ານ ສາຍທອງ ໄຊຍະວົງ ສສຊ ເຂດ 15 ແຂວງຈຳປາສັກ ສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ຈໍາປາສັກກໍາລັງພົບກັບບັນຫາໜີ້ສິນ 2 ແຈທີ່ກຳລັງຄຸມເຄືອເປັນຕົ້ນແມ່ນໜີ້ສິນທະນາຄານເຊິ່ງແຂວງຈຳເປັນຈະຕ້ອງໄດ້ໃຊ້ຈ່າຍເພື່ອກະກຽມເປັນເຈົ້າພາບຈັດງານແຂ່ງຂັນກິລາມະຫາວິທະຍາໄລແຫ່ງຊາດໃນປີ 2019 ໂດຍຈະຕ້ອງໄດ້ມີການພັດທະ ນາພື້ນຖານໂຄງລ່າງແນ່ນອນງົບປະມານເປັນໄຈສຳຄັນທີ່ສະເໜີຕໍ່ລັດຖະບານພິຈາລາະນາ.
ນອກຈາກງົບປະມານໃນການກະກຽມການເປັນເຈົ້າພາບຈັດການແຂ່ງຂັນກີລາມະຫາວິທະຍາ ໄລແລ້ວຈຳປາສັກຍັງສະເໜີໃຫ້ລັດຖະບານຊ່ວຍແກ້ໄຂບັນຫາການເກັບເງິນຜ່ານທາງຢູ່ເສັ້ນທາງເລກທີ A14 ຈາກບ້ານຫ້ວຍເພັກ, ເມືອງໂພນທອງ ຫາ ວັດພູຈໍາປາສັກ ໂດຍບໍລິສັດດວງດີກໍ່ສ້າງເປັນຜູ້ລົງທຶນກໍ່ສ້າງດ້ວຍອາຍຸສຳປະທານ 45 ປີ ເປັນຕົວເລກທີ່ຂ້ອນຂ້າງສູງພໍສົມຄວນ.



ໄລຍະຜ່ານມາໄດ້ມີສ່ຽງຕໍ່ວ່າຈາກຜູ້ທີ່ຊົມໃຊ້ ຫຼື ຜ່ານເສັ້ນທາງດັ່ງກ່າວວ່າມີການເກັບແພງເກີນໄປປະເພດລົດໃຫຍ່ໄປກັບ 30.000 ກີບ ນັກທ່ອງທ່ຽວທີ່ເດີນທາງໄປວັດພູຈຳປາສັກກໍ່ມີການເກັບຄ່າບໍລິການຕື່ມອີກສ້າງຄວາມຫຍໍ້ທໍ້ໃຫ້ກັບນັກທ່ອງທ່ຽວ ສະນັ້ນຢາກເຮັດໃຫ້ບັນຫາເກັບຄ່າຜ່ານທາງຢູ່ຈຸດນີ້ໝົດໄປຂໍໃຫ້ລັດຖະບານຊ່ວຍພິຈາລະນາແກ້ໄຂ .ນີ້ເປັນພຽງການສະເໜີຂອງ ສສຊ ເຂດ 15 ເທົ່ານັ້ນສ່ວນວ່າຜົນຈະອອກມາແນວໃດຕ້ອງໄດ້ຕິດຕາມໄປນຳກັນ.




ແຫຼ່ງຂ່າວ/ຂໍ້ມູນ: ໜັງສືພິມ ເສດຖະກິດ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.