Header Ads

ຜົນສຳຫຼວດເສດຖະກິດ ປີ 2020 ລະບຸວ່າກົນໄກເສດຖະກິດລາວ ຈຸນລະວິສາຫະກິດ ກວມ 94,2%

ອີງຕາມບົດລາຍງານຜົນການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III 2019 – 2020 ໃຫ້ຮູ້ວ່າ: ຫົວໜ່ວຍພື້ນຖານເສດຖະກິດແບ່ງຕາມຂະໜາດວິສາຫະກິດ ໂດຍອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 25/ລບ ລົງວັນທີ 16 ມັງກອນ ປີ 2017 ວ່າດ້ວຍການຈັດແບ່ງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເຊິ່ງໄດ້ຈັດແບ່ງອອກເປັນ 3 ຂະໜາດ ຄື: ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ວິສາຫະກິດຂະໜາດກາງ. ຈາກຜົນການສຳຫຼວດຕົວຈິງໄດ້ສະແດງໃຫ້ເຫັນວ່າ ຈຳນວນຫົວໜ່ວຍພື້ນຖານເສດຖະກິດ ສ່ວນໃຫຍ່ 94,2% ແມ່ນຈັດໃນປະເພດຈຸນລະວິສາຫະກິດ, ຮອງລົງມາແມ່ນວິສາຫະກິດຂະໜາດນ້ອຍ 4,9% ແລະ ສ່ວນທີ່ເຫຼືອ 0,7 ແລະ 0,2%.


ໃນນີ້, ອັດຕາສ່ວນຮ້ອຍຂອງຫົວໜ່ວຍພື້ນຖານເສດຖະກິດແບ່ງຕາມພາກ, ຊົນນະບົດ – ຕົວເມືອງ ແລະ ປະເພດຂອງວິສາຫະກິດ ໂດຍລວມແລ້ວເຫັນວ່າອັດຕາສ່ວນຮ້ອຍຂອງຈຸນລະວິສາຫະກິດຫຼາຍກວ່າໝູ່ແມ່ນຢູ່ທາງພາກກາງ ແລະ ຢູ່ໃນເຂດຕົວເມືອງ ກວມ 50,6 ແລະ 59% ຕາມລໍາດັບ, ການກະຈາຍອັດຕາສ່ວນຮ້ອຍຂອງຫົວໜ່ວຍວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ກໍເຊັ່ນກັນ ສ່ວນຫຼາຍແມ່ນຢູ່ທາງພາກກາງ ແລະ ໃນເຂດຕົວເມືອງ, ໃນຂະນະທີ່ຢູ່ທາງພາກໃຕ້ ແລະ ເຂດຊົນນະບົດບໍ່ມີເສັ້ນທາງເຂົ້າເຖິງອັດຕາສ່ວນຂອງຫົວໜ່ວຍພື້ນຖານເສດຖະກິດໃນແຕ່ລະປະເພດວິສາຫະກິດແມ່ນມີໜ້ອຍ.

ດ້ານແຮງງານອັດຕາສ່ວນຮ້ອຍຂອງໜ່ວຍພື້ນຖານເສດຖະກິດ ແບ່ງຕາມແຮງງານໄດ້ສະແດງໃຫ້ເຫັນວ່າ: ຫົວ ໜ່ວຍພື້ນຖານເສດຖະກິດສ່ວນໃຫຍ່ 90,6% ແມ່ນມີແຮງງານຢູ່ໃນລະຫວ່າງ 1 – 5 ຄົນ, ຮອງລົງມາແມ່ນຢູ່ໃນລະຫວ່າງ 6 – 10 ຄົນ ກວມ 9%, ຈໍານວນແຮງງານແຕ່ 51 ຫາ 100 ຄົນຂຶ້ນໄປ ແມ່ນມີໜ້ອຍທີ່ສຸດ ກວມພຽງແຕ່ 0,4%.

ອີງໃສ່ຜົນການສຳຫຼວດໃນຄັ້ງນີ້ ໂດຍລວມແລ້ວເຫັນວ່າຈຳນວນແຮງງານທີ່ເປັນເພດຊາຍແມ່ນມີຫຼາຍກວ່າເພດຍິງເລັກໜ້ອຍ, ເພດຊາຍ ກວມ 50,1% ທຽບໃສ່ເພດຍິງ 49,9% ຖ້າເບິ່ງລາຍລະອຽດໃນແຕ່ລະປະເພດຕຳແໜ່ງງານແລ້ວເຫັນວ່າແຮງງານທີ່ເປັນເຈົ້າຂອງ/ຮຸ້ນສ່ວນ ແມ່ນມີຫຼາຍກວ່າໝູ່ ກວມ 29,9%, ຮອງລົງມາແມ່ນຕຳແໜ່ງກຳມະກອນປະຈຳ ແລະ ແຮງງານທີ່ບໍ່ໄດ້ຮັບຄ່າຈ້າງ ກວມ 28,3% ແລະ 26,4% ຕາມລໍາດັບ, ຈຳນວນແຮງງານໜ້ອຍກວ່າໝູ່ແມ່ນໃນຕຳແໜ່ງຫົວໜ້າໜ່ວຍງານ ( ສະເພາະການຜະລິດ ) ແລະ ຫົວໜ້າໜ່ວຍງານ ແລະ ວິຊາການສະເພາະດ້ານ ( ສະເພາະບໍລິຫານ ) ກວມພຽງແຕ່ 0,9 ແລະ 2,4% ເທົ່ານັ້ນ ແລະ ເປັນທີ່ໜ້າສັງເກດວ່າໃນບາງຕຳແໜ່ງງານທີ່ສຳຄັນ ເຊັ່ນ: ເຈົ້າຂອງຮຸ້ນສ່ວນແມ່ນເປັນເພດຍິງ 54,4% ຫຼາຍກວ່າທຽບໃສ່ເພດຊາຍ 44,6%. ເຖິງຢ່າງໃດກໍຕາມ, ຖ້າເບິ່ງໃນຂົງເຂດແຮງງານບໍ່ໄດ້ຮັບຄ່າຈ້າງເຫັນວ່າເພດຍິງ ກວມ 57,2% ຫຼາຍກວ່າຖ້າທຽບໃສ່ເພດຊາຍ ມີ 42,8%.
ທີ່ມາ: ເສດຖະກິດການຄ້າ

 

No comments

Powered by Blogger.