Header Ads

ມາຮູ້ຈັກ LEAN THINKING



ແນວຄິດແບບລີນ (Lean Thinking) ແມ່ນວິທີການກຳຈັດສິ່ງເສດເຫຼືອ ແລະ ສິ່ງເສຍຫາຍໄຮ້ປະໂຫຍດ (Wastes) ຂອງກິດຈະກຳທັງໝົດແລະ ຂະບວນການດຳເນີນງານທີ່ບໍ່ສ້າງມູນຄ່າ ໂດຍການຫຼຸດຕົ້ນທຶນ ແລະ ຈັດແຈງທຸກຢ່າງ ກິດຈະກຳທີ່ສ້າງຄຸນຄ່າ (Value) ໃຫ້ແກ່ຜະລິດຕະພັນ ເພື່ອໃຫ້ມີປະສິດທິພາບໂດຍມີຄ່າໃຊ້ຈ່າຍໜ້ອຍທີ່ສຸດ ເພື່ອສ້າງຄຸນຄ່າໃຫ້ແກ່ລູກຄ້າໂດຍການນຳໃຊ້ຊັບພະຍາກອນທີ່ ຈຳກັດ. ແນວຄິດນີ້ສາມາດນຳໃຊ້ໄດ້ທັງພາກທຸລະກິດ ແລະ ອຸດສາຫະກຳ.

ແນວຄິດແບບລີນມີຮາກຖານໃນລະບົບການຜະລິດຂອງບໍລິສັດ Toyota ພາຍໃຕ້ແນວຄິດເພື່ອຮັກສາກະແສສິນຄ້າ ເພື່ອສືບຕໍ່ ແລະ ສຸມໃສ່ການຜະລິດພຽງແຕ່ສິ່ງທີ່ຈຳເປັນໃນປະລິມານທີ່ຈຳເປັນ ແລະ ໃນເວລາາຈຳເປັນເທົ່ານັ້ນ ເພື່ອກຳຈັດສິ່ງເສດເຫຼືອ ແລະ ສິ່ງເສຍຫາຍໄຮ້ປະໂຫຍດ ທີ່ຕ້ອງໄດ້ຮັບການຈໍາກຳຈັດຕາມວິຖີຂອງບໍລິສັດ ໂຕໂຢຕາ( ຫຼື Toyota Way).
👉 ສິ່ງເສດເຫຼືອໃນການກຳຈັດປະກອບມີ 8 ຢ່າງ (8 Wastes: DOWNTIME)
(1). Defect – ມີສິ່ງເສດເຫຼືອຫຼາຍເກີນເຮັດໃຫ້ສູນເສຍງົບປະມານ ແລະ ການສ້ອມແປງແກ້ໄຂ
(2). Over production – ຜະລິດຕະພັນຫຼາຍເກີນໄປ ເຮັດໃຫ້ສີ້ນເປື້ອງການເກັບມ້ຽວ ແລະງົບປະມານ
(3). Waiting – ການລໍຖ້າດົນເກີນໄປເຮັດໃຫ້ຂະບວນການຢຸດສະງັກ
(4). None utilized talent – ບໍ່ຍອມຮັບຄວາມຄິດເຫັນພະນັກງານ ຫຼື ໃຊ້ຄົນບໍ່ເປັນ
(5). Transportation – ການຂົນສົ່ງທີ່ຕ້ອງໃຊ້ແຮງງານ ແລະ ເວລາ
(6). Inventory – ສິນຄ້າຄົງຄັງຫຼາຍເກີນໄປ. ຜະລິດຕະພັນບໍ່ໄດ້ເຂົ້າເຖິງລູກຄ້າ
(7). Motion –ການເຄື່ອນຍ້ານຫຼາຍເກີນໄປອາດເກີດຄວາມເສຍຫາຍ
(8). Excess processing – ຂັ້ນຕອນການເຮັດວຽກຫຼາຍເກີນຄວາມຈໍາເປັນ
ສຳລັບແນວຄວາມຄິດແບບລີນ (Lean Thinking) ເຊິ່ງບໍ່ພຽງແຕ່ນຳໃຊ້ເຂົ້າໃນຂະແໜງການຜະລິດເທົ່ານັ້ນ ແຕ່ພາກທຸລະກິດກໍ່ສາມາດນຳໃຊ້ແນວຄິດນີ້ໄດ້ເຊັ່ນກັນ ໂດຍສະເພາະທຸລະກິດຂະໜາດນ້ອຍ ແລະ ກາງ (SME) ສາມາດຮຽນຮູ້ ແລະ ປັບໃຊ້ຈາກແນວຄິດຂອງ Lean Startup ແລະ Lean Canvas ໄດ້ເຊັ່ນກັນ.

No comments

Powered by Blogger.