Header Ads

ປກສ ແຂວງຈໍາປາສັກເປີດເຜີຍຄະດີຂົ່ມຂືນແລ້ວຂ້າ ເດັກອາຍຸ 10 ປີ ຢູ່ແຂວງຈຳປາສັກ




ອີງຕາມການລາສຍງານຂອງນສພ ຄວາມສະຫງົບ ວ່າ:  ມື້ວານນີ້ (23 ເມສາ 2018), ເຈົ້າໜ້າທີ່ຫ້ອງຕໍາຫຼວດ ປກສ ແຂວງຈໍາປາສັກ ໄດ້ນໍາຕົວທ້າວ ທູນທອງ ອາຍຸ 22 ປີ ເກີດຢູ່ບ້ານປົ່ງດົງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ທີ່ກໍ່ເຫດຂົ່ມຂືນແລ້ວຂ້າເດັກນ້ອຍອາຍຸ 10 ປີ ກັບໄປແຂວງຈຳປາສັກ ເພື່ອສອບສວນລາຍລະອຽດ ແລະ ສະຫຼຸບຄະດີສົ່ງໄອຍະການ ພາຍຫຼັງຈັບຕົວໄດ້ ໃນວັນທີ 22 ເມສາ ຜ່ານມາ ໃນຂະນະທີ່ຜູ້ກ່ຽວເອົາຕົວຫຼົບໜີໄປລີ້ຊ່ອນຢູ່ແຂວງສະຫວັນນະເຂດ.


ພັທ ບຸນສົງ ຈັນທະວົງສັກ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ປົກຄອງຂອງເດັກຜູ້ເຄາະຮ້າຍວ່າ: ລູກສາວໄດ້ຫາຍຕົວໄປແຕ່ວັນທີ່ 21 ເມສາ 2018; ມາຮອດວັນທີ 22 ເມສາ 2018 ຈຶ່ງໄດ້ພົບເຫັນສົບຢູ່ປ່າ ເຂດບ້ານນາພູຄຳ (ຫົວພູ) ເມືອງຊະນະສົມບູນ. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄປພິສູດສະຖານທີ່ເກີດເຫດ; ພົບເຫັນຮ່ອງຮ້ອຍການຖືກຂົ່ມຂືນ ແລະ ມີຮອຍຊ້ໍາຫຼາຍບ່ອນຢູ່ຕາມບໍລິເວນຫົວ ແລະ ຕົນຕົວ. ຈາກນັ້ນ, ຈຶ່ງຂຶ້ນເປົ້າໝາຍຕິດຕາມຄາດຕະກອນລາຍນີ້. ມາວັນທີ 22 ເມສາ 2018 ສາມາດກັກຕົວຄາດຕະກອນໃຈໂຫດ ຊື່ ທ້າວ ທູນທອງ ອາຍຸ 22 ປີ ເກີດຢູ່ບ້ານປົ່ງດົງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ຜູ້ກ່ຽວໄດ້ໄປເອົາເມຍຢູ່ບ້ານນາພູຄຳ (ຫົວພູ) ເມືອງຊະນະສົມບູນ ແຂວງຈຳປາສັກ.


ຜ່ານການສອບສວນໃນເບື້ອງຕົ້ນ ຜູ້ກ່ຽວສາລະພາບວ່າ: ຜູ້ກ່ຽວໄດ້ຂົ່ມຂືນ ແລະ ຄາດຕະກໍາເດັກນ້ອຍຄົນດັ່ງກ່າວແທ້. ໃນວັນທີ 21 ເມສາ 2018 ຜູ້ກ່ຽວໄດ້ເຫັນຜູ້ເສຍຊີວິດຍ່າງຢູ່ແຄມທາງ ເຂດບ້ານດັ່ງກ່າວ ຈຶ່ງເກີດມີອາລົມທາງເພດ. ຈາກນັ້ນ, ຈຶ່ງໄດ້ໃຊ້ເລ່ລ່ຽມຕົວະເດັກນ້ອຍຜູ້ເສຍຫາຍຂຶ້ນລົດຈັກ ເພື່ອຈະໄປສົ່ງຢູ່ເຮືອນ. ຫຼັງຈາກນັ້ນ, ກໍພາຂີ່ລົດຈັກໄປໄດ້ປະມານ 3 ກິໂລແມັດ ຈຶ່ງໄດ້ອູ້ມເຂົ້າໄປໃນປ່າ ແລ້ວທໍາການບັງຄັບຂົ່ມຂືນ ແລະ ບີບຄໍຈົນສໍາເລັດຄວາມໄຄ່ ເຮັດໃຫ້ເດັກນ້ອຍເສຍຊີວິດ. ຈາກນັ້ນ, ກໍຂີ່ລົດກັບມາເອົາເຄື່ອງຢູ່ເຮືອນ ແລະ ຈ້າງລົດເມຫຼົບໜີໄປບ້ານເກີດຢູ່ບ້ານປົ່ງດົງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ. ມາຮອດວັນທີ 22 ເມສາ 2018 ຖືກເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ໄດ້ກັກຕົວແລ້ວນໍາສົ່ງໃຫ້ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ດໍາເນີນຄະດີຂັ້ນຕໍ່ໄປ.


ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຈະມີການຖະແຫຼງຄວາມຄືບໜ້າຄະດີດັ່ງກ່າວໃນມື້ນີ້ (24 ເມສາ 2018).

ຂ່າວກ່ຽວຂ້ອງ :

ພາບ-ຂ່າວ: ນສພ ຄວາມສະຫງົບ
© ຈໍາປາໂພສ |  www.champapost.com
________


No comments

Powered by Blogger.