Header Ads

ອຸບັດເຫດໃນໄລຍະປີໃໝ່ລາວຢູ່ແຂວງຈຳປາສັກຍັງເພີ່ມຂຶ້ນສູງ ອຸບັດເຫດເກີດຂຶ້ນທັງໝົດ 62 ລາຍ




ອຸບັດເຫດໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວຢູ່ແຂວງຈຳປາສັກນັບແຕ່ວັນທີ 11-17 ເມສາ 2018 ເຫັນວ່າຈໍານວນອຸບັດເຫດ, ຜູ້ໄດ້ຮັບບາດເຈັບ ແມ່ນເພີ່ມຂຶ້ນ ແຕ່ຕົວເລກຜູ້ເສຍຊີວິດແມ່ນຫຼຸດລົງຖ້າທຽບໃສ່ປີຜ່ານມາ.



ທ່ານ ພັນໂທ ສະຫວັດ ແສງຈັນປະເສີດ ຫົວໜ້າພະແນກຈະລາຈອນແຂວງຈຳປາສັກໃຫ້ສຳພາດຕໍ່ນັກຂ່າວໜັງສືພິມຈຳປາໃໝ່ໃນວັນທີ 19 ເມສາ 2018 ນີ້ວ່າ: ສະພາບປາກົດການຫຍໍ້ທໍ້ກ່ຽວກັບບັນຫາອຸບັດເຫດເທິງຖະໜົນໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວທີ່ແຂວງຈຳປາສັກນັບແຕ່ວັນທີ 11-17 ເມສາ 2018 ມີຄະດີອຸບັດເຫດເກີດຂຶ້ນທັງໝົດ 62 ລາຍ ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນ15 ລາຍ, ມີຜູ້ໄດ້ຮັບບາດເຈັບ 133 ຄົນ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 28 ຄົນ. ແຕ່ຖ້າມາເບິ່ງຕົວເລກຜູ້ເສຍຊີວິດແມ່ນຫຼຸດລົງຖ້າທຽບໃສ່ປີຜ່ານມາຄືມີ 6 ຄົນ( ຫຼຸດ 1 ຄົນ ) ມູນຄ່າເສຍຫາຍທັງໝົດ 316 ລ້ານກີບ. ສຳລັບສາເຫດທີ່ພາໃຫ້ເກີດອຸບັດເຫດແມ່ນຍ້ອນນັກຂັບຂີ່ບໍ່ປະຕິບັດກົດລະບຽບຈະລາຈອນ ນັກຂັບຂີ່ບໍ່ປ່ອຍສິດ,ປ່ຽນທິດທາງບໍ່ຮັບປະກັນຄວາມປອດໄພ ແລະ ດື່ມສິ່ງມຶນເມົາແລ້ວຂັບລົດ.



ທ່ານ ພັນໂທ ສະຫວັດ ແສງຈັນປະເສີດ ໃຫ້ຮູ້ຕື່ມວ່າ: ສຳລັບອຸບັດເຫດທ່ີເກີດຂຶ້ນຫຼາຍກວ່າໝູ່ ແມ່ນລົດຈັກຕຳກັບລົດຈັກ ກວມເອົາຫຼາຍກວ່າ 90% ໃນນັ້ນຜູ້ມີໃບຂັບຂີ່ມີພຽງ 20 ຄົນ ແລະ ອີກ 91 ຄົນບໍ່ມີໃບຂັບຂີ່. ຂະນະດຽວກັນຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍໃສ່ໝວກກັນກະທົບມີພຽງ 7 ຄົນ ແລະ ອີກ 112 ຄົນແມ່ນບໍ່ໃສ່ໝວກກັນກະທົບ ຊຶ່ງເປັນປາກົດການຫຍໍ້ທໍ້ທີ່ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ສຸມໃສ່ໂຄສະນາສຶກສາອົບຮົມ ແລະ ແກ້ໄຂບັນຫາດັ່ງກ່າວ.ໂດຍອຸບັດເຫດທີ່ເກີດຂຶ້ນຫຼາຍກວ່າໝູ່ແມ່ນຢູ່ເມືອງປາກເຊມີ 16 ລາຍ,ຮອງລົງມາແມ່ນເມືອງປະທຸມພອນ 8 ລາຍ, ເມືອງບາຈຽງ 7 ລາຍ.ສຳລັບຕົວເມືອງທີ່ເກີດອຸບັດເຫດໜ້ອຍກວ່າໝູ່ແມ່ນເມືອງສຸຂຸມາ ແລະ ເມືອງປາກຊ່ອງ 2 ລາຍ.



ທ່ານ ອຸລາ ສີນາວົງ ຫົວໜ້າໜ່ວຍງານຄຸ້ມຄອງອາສາສະໝັກໜ່ວຍກູ້ໄພແຂວງຈຳປາສັກ ໃຫ້ຮູ້ຕື່ມວ່າ: ໜ່ວຍກູ້ໄພແຂວງຈຳປາສັກໄດ້ກະກຽມກຳລັງອາສາສະໝັກເພື່ອເຮັດໜ້າທີ່ໃນການຊ່ວຍເຫຼືອຜູ້ໄດ້ຮັບເຄາະຮ້າຍຈາກອຸບັດເຫດເທິງຖະໜົນໃນໄລຍະປີໃໝ່ລາວນັບແຕ່ວັນທີ 10-16 ເມສາ ມີຈຳນວນພົນທັງໝົດ 30 ຄົນ, ກະກຽມລົດກູ້ໄພ 3 ຄັນໂດຍແບ່ງເປັນ 3 ຈຸດຄື: ໜ້າສະໜາມແດງເມືອງປາກເຊ, ໜ້າສະໜາມບິນ( ບ້ານໂພນງາມ ) ແລະ ບ້ານຫ້ວຍເພັກ ເມືອງໂພນທອງ. ສຳລັບຕົວເລກອຸບັດເຫດເກີດທີ່ໜ່ວຍກູ້ໄພເຮົາໄດ້ອອກເຮັດໜ້າທີ່ຊ່ວຍເຫຼືອ ແລະ ໄດ້ນຳເອົາຄົນເຈັບສົ່ງໂຮງໝໍ ມີທັງໝົດ 44 ຄັ້ງ, ມີຜູ້ໄດ້ຮັບບາດເຈັບ 58 ຄົນ,ຍິງ 17 ຄົນ, ເສຍຊີວິດ 3 ຄົນ, ໂດຍອຸບັດເຫດດັ່ງກ່າວມັກເກີດຂຶ້ນໃນໄລຍະ 16 ໂມງຂຶ້ນໄປ ໂດຍນັກຂັບຂີ່ສ່ວນໃຫຍ່ມີອາການມຶນເມົາ. 


ຂ່າວ-ພາບ: ຄຳຫຼ້າ ໜັງສືພິມຈໍາປາໃໝ່

© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.