Header Ads

ພາຍຸລະດູຮ້ອນ ພັດຖະຫຼົ່ມເມືອງຊຽງເງິນ ແຂວງຫຼວງພະບາງ



ແຂວງຫຼວງພະບາງ  : ໃນວັນທີ 25 ເມສາ 2018  ໄດ້ເກີດມີພາຍຸລະດູຮ້ອນ ພັດຖະຫລົ່ມເມືອງຊຽງເງິນ ແຂວງຫລວງພະບາງ ເຊິ່ງລົມພະຍຸໄດ້ສ້າງຄວາມເສຍຫາຍສົມຄວນແກ່ບ້ານເຮືອນປະຊາຊົນ, ຫ້ອງການ, ຕົ້ນໄມ້  ແລ ຮ້ານຄ້າ ແຕ່ຍັງບໍ່ທັນມີລາຍງານຜູ້ບາດເຈັບ ຫຼື ເສຍຊີວິດຈາກເຫດພະຍຸດັ່ງກ່າວ.






ອິງຕາມແຈ້ງເຕືອນຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນເລກທີ 0409/ກອຕທ ລົງວັນທີ 24 ເມສາ 2018 ທີ່ນະຄອນຫຼວງວຽງຈັນ  ໄລຍະນີ້ຈະຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມພັດແຮງ ນັບແຕ່ວັນທີ 25 -27 ເມສາ 2018.









© ຈໍາປາໂພສ |  www.champapost.com
_________  


No comments

Powered by Blogger.