Header Ads

ເລື່ອງລາວບຸບເພສັນນິວາດ !!! ເຈົ້າບາວໜຸ່ມອາຍຸ 26 ປີ ຕັດສິນໃຈແຕ່ງງານກັບຍິງສູງອາຍຸແຖມພິການທາງສາຍຕາ






ແຂວງສະຫວັນນະເຂດ  :  ໃນວັນທີ 25 ເມສາ 2018 ຢູ່ໂຮງໝໍ ນະຄອນໄກສອນ (ສະມາຄົມພິການຕາ) ແຂວງສະຫວັນນະເຂດ ໄດ້ຈັດງານແຕ່ງດອງໃຫ້ແກ່ຄູ່ບ່າວ-ສາວ ໂດເຈົ້າບ່າວ ຊື່ ທ້າວ ສົມບູນ ອາຍຸ 26 ປີ ກັບສາວ ນາງ ດໍາ ເປັນສາວແກ່ ແລະ ພິການທາງສາຍຕາ ອາຍຸ 45 ປີ ພ້ອມໃຈກັນຈູງມືກັນສູ່ພິທີວິວາດຢ່າງລຽບງ່າຍ ແລະ ດ້ວຍບັນຍາກາດແຫ່ງຄວາມຍີນດີ-ມີຄວາມສຸກ ຈາກດຖົ້າແກ່ລູງຕາ ແລະ ພີ່ນ້ອງທັງສອງຝ່າຍ.

ຂໍ້ມູນເບື້ອງຕົ້ນຈາກການບອກເລົ່າຂອງຊາວບ້ານວ່າ :  ເຈົ້າບ່າວຕັດສິນໃຈແຕ່ງງານກັບຍິງທີ່ມີອາຍຸສູງກວ່າຕົນເອງ ແລະ ແຖມຍັງພິການທາງສາຍຕາ ກໍຍ້ອນເກີດຄວາມສົງສານຢາກຊ່ວຍເຫຼືອ, ຢາກຢູ່ຄຽງຂ້າງເວລາລໍາບາກ ,​ຢາກຂໍໃຊ້ຊີວິດ  ແລະ ຮັກແມ່ຍີງຕະຫຼອດຊີວິດ. 





ທີມງານ champapost.com ກໍຂໍສະແດງຄວາມຍິນດີນໍາຄູ່ສົມຣົດໃໝ່ມານະໂອກາດນີ້ດ້ວຍ ແລະ ອວຍພອນໃຫ້ທັງສອງມີຄວາມສຸກກັບຊີວິດຄູ່ ແລະ ຮັກກັນແບບນີລັນດອນຊົ່ວຟ້າດິນສະຫຼາຍສົມດັ່ງບຸບເພສັນນິວາດ (Love Destiny ). 


ພາບ-ຂ່າວ: ນາງ ຈັນສະໝອນ ສີຣິທະສັກ
© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.