Header Ads

ໂຈນໂຊກຮ້າຍດຶງກະເປົ໋າເງິນ ຫວັງຫຼົບໜີ ແຕ່ແລ່ນເຂົ້າໄປຮ່ອມຊຸມຊົນທີ່ມີທະຫານ ແລະ ຕໍາຫຼວດຢູ່ສຸດທ້າຍຖືກຈັບມັດສອກ




ນະຄອນຫຼວງວຽງຈັນ : ວັນທີ 25 ເມສາ 2018 ມີລາຍງານຈາກປະຊາຊົນວ່າ ໄດ້ເກີດເຫດໂຈນດຶງກະເປົາເງິນປະຊາຊົນຢູ່ບ້ານໜອງພະຍາ ເມືອງໄຊທານີ   ນະຄອນຫຼວງວຽງຈັນ  ເຊິ່ງພາຍຫຼັງກໍ່ເຫດ ຄົນຮ້າຍພະຍາຍາມແລ່ນຫຼົບໜີ ເພື່ອຫວັງເອົາຊັບໄປຊື້ຢາບ້າເສບ  ແຕ່ມື້ນີ້ດວງເຖິງຄາດ ພັດແລ່ນເຂົ້າດົງເສືອບ່ອນທີ່ເປັນຊຸມຊົນທະຫານ ແລະ ຕໍາຫຼວດອາໃສຢູ່ ຈິ່ງຖືກໄລ່ລ້າ ແລະ ຖືກຢຽບຄໍລົງດິນ ພ້ອມກັບມັດສອກຂັດຫຼັງ ເພື່ອສົ່ງໂຕໃຫ້ ເຈົ້າໜ້າທີ່ດໍາເນີນຄະດີຕໍ່ໄປ.








ນີ້ແຫຼະສັງຄົມທີ່ໜ້າຢູ່ເມື່ອທຸກຄົນເປັນຫູເປັນຕາຊ່ວຍກັນ ແລະ ມີຄວາມສາມັກຄີ ເພື່ອເຮັດໃຫ້ຊຸມຊົນ ແລະ ສັງຄົມໜ້າຢູ່ຂື້ນ ແລະ ຂໍຊົມເຊີຍ ທະຫານ ແລະ ຕໍາຫຼວດ ພ້ອມດ້ວຍປະຊາຊົນເຂດດັ່ງກ່າວໃນການຈັບກຸມຄົນຮ້າຍດືງກະເປົ໋າປະຊາຊົນ ເພື່ອນໍາຜູ້ກ່ຽວໄປດໍາເນີນຄະດີຕາມກົດໝາຍບ້ານເມືອງ

© ຈໍາປາໂພສ |  www.champapost.com
_________



No comments

Powered by Blogger.