Header Ads

ແຈ້ງເຕືອນ! 25-27 ເມສານີ້ ກຽມຮັບມືກັບຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມພັດແຮງ




ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນເລກທີ 0409/ກອຕທ ລົງວັນທີ 24 ເມສາ 2018 ທີ່ນະຄອນຫຼວງວຽງຈັນ ວ່າດ້ວຍເລື່ອງ : ແຈ້ງເຕືອນໄພຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ແລະ ລົມພັດແຮງ ໃນໄລຍະວັນທີ 25 -27 ເມສາ 2018 ເນື່ອງຈາກວ່າຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະແຜ່ມາປົກຄຸມພາກເໜີອຫາພາກກາງຂອງປະເທດລາວດ້ວນກໍາລັງອ່ອນຫາປານກາງ. ສົມທົບກບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ມີກໍາລັງພັດແຮງປົກຄຸມ. ຊື່ງຈະເຮັດໃຫ້ເກີດມີພະຍຸລະດູຮ້ອນຢູ່ບ້າງທ້ອງຖິ່ນ ແຂວງພາກເໜື ຫາ ພາກກາງ ແລະ ພາກໃຕ້ຂອງປະເທດລາວ. 


ຊຶ່ງຈະມີລົມພັດແຮງ, ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ຢູ່ບາງທ້ອງຖິ່ນແຂວງ : ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງພະບາງ, ແຂວງວຽງຈັນ.​ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ,​ຈໍາປາສັກ, ເຊກອງ ແລະ ອັດຕະປື, ນັບທັງນະຄອນຫຼວງວຽງຈັນ, ທີ່ຈະເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສີນ. 


ດັ່ງນັ້ນ, ຈື່ງແຈ້ງເຕືອນ ເຖິງປະຊາຊົນບັນດາເຜົ່າ, ອໍນາດການປົກຄອງ ແລະ ອົງການຈັດຕັ້ງທຸກະພາກສ່ວນທີ່ອາໄສຢູ່ເຂດດັ່ງກ່າວ, ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບອາກາດ ມີການປ່ຽນແປງໃນໄລຍະວັນທີ  25 -27 ເມສາ 2018 . ໃຫ້ຢູ່ຫ່າງໄກຈາດຕົ້ນໄມ້ໃຫຍ່ ຫຼຶ ສິ່ງປຸກສ້າງທີ່ບໍ່ໄດ້ມາດຕະຖານ ແລະ ຫຼີກເວັ້ນກາງເດີ່ນກ້ວາງ ເພາະຈະມີຄວາມສ່ຽງຕໍ່ເກີດຟ້າຜ່າ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ພ້ອມລະດັບນໍ້າ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້.


© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.