Header Ads

ເງິນໃນກະເປົາຂອງທ່ານຍັງເຫຼຶອເທົ່າໃດ ຖ້າວິກິດໂຄວິດ-19 ແກ່ຍາວເຖິງ 3 ປີ ຕາມການວິເຄາະຂອງນັກເສດຖະສາດ



ເພາະວິກິດໂຄວິດ-19ສ້າງຜົນກະທົບຕໍ່ຜູ້ຄົນທົ່ວໂລກ ບໍ່ວ່າຈະເປັນຊີວິດການເປັນຢູ່ ແລະ ເສດຖະກິດ ເຊິ່ງສົ່ງຜົນໃຫ້ຫຼາຍທຸລະກິດຕ້ອງຢຸດກິດຈະການ ແລະລົ້ມລະລາຍເປັນຈໍານວນຫຼາຍ ຈົນກໍໃຫ້ເກີດ 3 ປະກົດການທີ່ເອີ້ນວ່າ New Normal ,Now Normal ແລະ Next Normal. ຖ້າທ່ານຍັງບໍ່ແດ່ໃຈວ່າເງິນໃນກະເປົາຂອງທ່ານເຫຼຶອເທົ່າໃດສໍາລັບດໍາເນີນຊີວິດຕໍ່ ລອງປະເມີນຜົນປະກອບການຊີວິດຂອງທ່ານຈາກ 6 ມິຕິລຸ່ມນີ້ວ່າປີ 2020 ທີ່ໃກ້ຈະຜ່ນພົ້ນໄປ ທ່ານມີຜົນປະກອບການຊີວິດທີ່ກ້າວໜ້າ,​ຢຸດຢູ່ບ່ອນເກົ່າ ແລະ ຖອຍຫຼັງກວ່າປີ 2019 ແນວໃດໂດຍເລີ່ມທີ່:


(1). ການງານ
(2). ການເງິນ
(3). ຄອບຄົວ
(4). ສັງຄົມ
(5). ສຸຂະພາບ
(6). ການແບ່ງປັນ

ລອງສໍາຫຼວດຄືນວ່າ 6 ມິຕິນີ້ມີສ່ວນໃດດີຂື້ນ ຫຼື ທົດຖອຍວ່າປີຜ່ານມາ ແຕ່ຖ້າອອກມາດີທຸກດ້ານ ທ່ານຄືຜູ້ໂຊກດີ ເພາະວິກິດໂຄວິດ-19 ຈະບໍ່ກະທົບຫຍັງໃຫ້ທ່ານຫຼາຍ . ຖາມຕໍ່ ແລ້ວທຸລະກິດຂອງທ່ານເດ (?). ຍັງຄົງມີກະແສເງິນສົດສໍາລັບຈ່າຍພະນັກງາຍ ຫຼື ຜູ້ສະໜອງວັດຖຸດິບຢູ່ບໍ່ ຖ້າຄໍາຕອບວ່າ “ກະແສເງິນສົດມີບັນຫາ ແລະ ແຫຼ່ງລາຍຮັບເທົ່າກັບສູນ” ທຸລະກິດຂອງທ່ານກໍາລັງຕ້ອງການ ການຮັກສາດ່ວນ ແລະ ຕ້ອງການປັບປຸງໂມເດລ ທຸລະກິດ (Business Model)ທັນທີ ເພື່ອຄວາມຢູ່ລອດ ແລະ ການແຂ່ງຂັນໃນອະນາຄົດ

No comments

Powered by Blogger.