Header Ads

ມາຮູ້ຈັກເຄື່ອງມືວາງແຜນທຸລະກິດດ້ວຍການນໍາໃຊ້ Business Model Canvas

 


Business Model Canvas ເປັນເຄື່ອງມືຊ່ວຍອອກແບບໂມເດລທຸລະກິດຜ່ານປັດໃຈທັງ 9 ດ້ານທີ່ກວມລວມເອົາປັດໃຈທີ່ສໍາຄັນຂອງສ່ວນຕ່າງໆໃນທຸກປະເພດທຸລະກິດ ໂດຍຜູ້ຄິດຄົ້ນ ຫຼຶ ຂຽນໜັງສືໂມເດລທຸລະກິດນີ້ແມ່ນ Alexander Osterwalder ພາຍໃຕ້ຊື່ໜັງສືວ່າ: Business Model Generation ເປັນໜັງສື່ທີ່ໄດ້ຮັບຄວາມນິຍົມທົ່ວໂລກບໍ່ຈະເປັນ Startup, ນັກການຕະຫຼາດ,​ສະຖາບັນການສືກສາ,​ທີ່ປຶກສາທຸລະກິດ,​ທຸລະກິດ SMEs ແລະ ອື່ນໆຕ່າງກໍນໍາໃຊ້ Business Model Canvas ເປັນເຄື່ອງມືສໍາລັບວາງແຜນທຸລະກິດ.



Business Model Canvas ປະກອບມີ 9 ສ່ວນຄື:

1.Customer Segment ກຸ່ມລູກຄ້າ
2. Value Propositions ການສະເໜີຄຸນຄ່າ
3. Channels ຊ່ອງທາງ
4. Customer Relationships ຄວາມສໍາພັນກັບລູກຄ້າ
5. Revenue Streams ກະແສລາຍຮັບ
6. Key Resources ຊັບພະຍາກອນຫຼັກ
7. Key Activities ກິດຈະກໍາຫຼັກ
8. Key Partnerships ພັນທະມິດຫຼັກ
9. Cost Structure ໂຄ້ງສ້າງຕົ້ນທຶນ



ປະໂຫຍດຂອງ Business Model Canvas

1. ນໍາໃຊ້ເພື່ອໃຫ້ເຂົ້າໃຈຂະຫຍາຍພາບຂອງທຸລະກິດໃຫ້ເຂົ້າໃຈງ່າຍຂື້ນ ຊຶ່ງເວລາສ້າງແຜນແບບ Business Model Canvas ຍັງສາມາດເຂົ້າໃຈວ່າກໍາລັງເຮັດຫຍັງຢູ່ ແລະ ຈະກຳນົດແນວທິດທາງທທຸລະກິດແບບໃດ.

2. ເຮັດໃຫ້ເຮົາໄດ້ຄິດຢ່າງຖີ່ຖ້ວນ ສະເໜືອນກັບການເຮັດທຸລະກິດເທິງໜ້າເຈ້ຍທີ່ສາມາດນໍາໃຊ້ເຄື່ອງມືໄດ້ຢ່າງມີປະສິດທິພາບ ແລະ ບໍ່ພາດຂອດຕ່າງໆທີ່ທຸລະກິດບໍ່ຄວນເບິ່ງຂ້າມ ພ້ອມກັບເຂົ້າໃຈ 9 ປັດໃຈໄດ້ຢ່າງທ່ອງແທ້.

3. ສ້າງໃຫ້ເຮົາເຫັນເປົ້າໝາຍທຸລະກິດທີ່ຊັດເຈນ ທີ່ຈະນໍາໄປສູ່ການສົ່ງມອບຄຸນຄຸ່າໃຫ້ກັບລູກຄ້າໄດ້ຖືກເປົ້າໝາຍ ແລະ ຖືກວິທີ.

4. ສາມາດເບິ່ງພາບລວມທຸລະກິດອອກວ່າສ່ວນໃດຂາດ ,ຮູ້ວ່າສ່ວນໃດຕ້ອງເພີ່ມເຂົ້າມາ ແລະ ຮູ້ຈັກນຊາໃຊ້ຊັບພະຍາກອນ - ສັກກະຍາພາບທີ່ຕົນເອງມີໄດ້ຢ່າງເຕັມທີ່ມີປະສິດທິພາບ ແລະ ປະສິດທິຜົນ




No comments

Powered by Blogger.