Header Ads

8 ເລື່ອງກ່ຽວກັບການເດິນທາງຂອງຊີວິດ

 


[໑]. ລາງວັນຊີວິດອາດບໍ່ແມ່ນຄວາມສໍາເລັດ ແຕ່ມັນແມ່ນຄວາມສຸກຕ່າງຫາກໃນລະຫວ່າງເດິນທາງຂອງຊີວິດ;
[໒]. ບັນຫາອາດບໍ່ແມ່ນການຊອກຫາທາງອອກ ຫຼື ວິທີແກ້ໄຂບັນຫາ ແຕ່ອາດແມ່ນການຮຽນຮູ້ຢູ່ກັບບັນຫາ;
[໓]. ຄວາມຜິດພາດໃນຊີວິດຈະບໍ່ກາຍເປັນບົດຮຽນ ຫາກເຮົາຍັງພາດໃນຈຸດເກົ່າ ແລະ ບໍ່ເຄີຍຮຽນຮູ້ຈາກມັນ;
[໔]. ຄວາມຮູ້ອາດຫາຊື້ໄດ້ງ່າຍໃນໂລກປັດຈຸບັນເຊິ່ງໂຮງຮຽນສອນດ້ານທຸລະກິດ ກັບບໍ່ເຄີຍສອນໃຫ້ນັກຮຽນເປັນຜູ້ປະກອບການ ແຕ່ກັບສອນນັກຮຽນໃຫ້ເປັນລູກຈ້າງ ເຊິ່ງຄໍາຄົມສະໄໝໄໝ່ ກ່າວວ່າ "ປະສົບການມີລາຄາກວ່າຄວາມຮູ້ ແລະ ຫາຊື້ບໍ່ໄດ້";
[໕]. ຄວາມຄິດສ້າງສັນເປັນສິ່ງທີ່ດີ ແຕ່ຄິດແລ້ວບໍ່ເຄີຍນໍາໄປປະຕິບັດ ຫຼື ບໍ່ສາມາດປະຕິບັດໄດ້ເລີຍ ນີ້ແຫຼະອັນຕະລາຍກວ່າ;
[໖]. ຄວາມດຸໝັ່ນບໍ່ເຮັດໃຫ້ຄົນລໍ້າລວຍ ແຕ່ມັນເຮັດໃຫ້ຄົນບໍ່ອົດຕາຍ ຖ້າຢາກລວຍຕ້ອງຮູ້ວິທີຫາເງິນ ຫຼື ມີແຫຼ່ງລາຍຮັບຫຼາຍກວ່າໜຶ່ງຊ່ອງທາງ;
໖. ໂລກນີ້ບໍ່ໄດ້ສ້າງມາເພື່ອຄົນລວຍ ພຽງແຕ່ຄົນລວຍເຂົາຮູ້ໃຊ້ຊັບພະຍາກອນ ແລະ ຄວາມສາມາດເຕັ່ມທີ່ເຮັດໃຫ້ມື້ນີ້ເຂົາລວຍໄດ້;
[໗]. ໂລກອອນລາຍບາງຄັ້ງສອນໃຫ້ຄົນສະຫຼາດນ້ອຍລົງ ແຕ່ມີຄວາມທະເຍີທະຍານຫຼາຍຂື້ນ ແລະ ມີ"ຄວາມຢາກເພີ່ມຂື້ນ" ເທົ່າໂຕຈົນລືມຄິດວ່າຮູບທີ່ໝູ່ອັບຂື້ນເຟສບຸ໊ກງາມໆ , ສະຖານທີ່ໜ້າມ່ວນ ແລະ ວັດຖຸໜ້າມີໄວ້ໃຊ້ ແທ້ຈິງແລ້ວເຂົາຕ້ອງດິ້ນລົນ ຫຼື ຫາມັນແຖມຕາຍກວ່າຈະໄດ້ມາ ຫຼື ອາດເປັນພາບມາຢາໃນໂລກອອນລາຍແບບ "ຄົນສ້າງພາບ";
[໘]. ຄວາມທຸກ, ຄວາມງາມ, ຄວາມລໍ້າລວຍ, ຄວາມສຸກ, ຄວາມໂສກເສົ້າ, ຄວາມເຫງົາ ແລະ ອີກລ້ານໆ "ຄວາມ" ບໍ່ໄດ້ຢູ່ນໍາເຮົາທຸກວິນາທີ ແຕ່ລົມຫາຍໃຈນີ້ຢູ່ນໍາເຮົາຕະຫຼອດ ໝົດລົມຫາຍໃຈມື້ໃດ ມື້ນັ້ນແມ່ນການເດິນທາງຂອງຊີວິດສີ້ນສຸດ ຫຼື "ຕາຍ".

No comments

Powered by Blogger.