Header Ads

ຕົວະຜູ້ອື່ນໄດ້ ແຕ່ຕົວໂຕເອງບໍ່ໄດ້

 


ບໍ່ສໍາຄັນວ່າເຈົ້າຈະສາມາດຕົວະຜູ້ອື່ນໄດ້ ແຕ່ສໍາຄັນທີ່ເຈົ້າຕົວະໂຕເອງບໍ່ໄດ້ ເພາະຄວາມຈິງມັນຈະເປັນເງົາຕາມໂຕເຈົ້າສະເໝີ...

ຖ້າມື້ນີ້ເຈົ້າຍັງບໍ່ທັນມີເປົ້າໝາຍ ຫຼື ມີເປົ້າໝາຍແຕ່ຕ້ອງເລື່ອນກິດຈະກຳທີ່ຈະເຮັດຈະຫຼອດເວລາ ນັ້ນກໍໝາຍຄວາມວ່າເຈົ້າກຳລັງຕົວະໂຕເອງອີກແລ້ວ ເຊິ່ງການຕົວະໂຕເອງນີ້ແຫຼະທີ່ຈະເຮັດໃຫ້ເຈົ້າ...

- ກາຍເປັນຄົນມີແຕ່ຂໍ້ອ້າງ
- ກາຍເປັນທີ່ໄຮ້ເປົ້າໝາຍ
- ກາຍເປັນຄົນທີ່ຕົວະໂຕເອງໄດ້ຕະຫຼອດເວລາ
- ກາຍເປັນເລື່ອນມື້ເລື່ອນວັນ
- ກາຍເປັນນິໄສປະຈໍາໂຕ ສຸດທ້າຍກໍກາຍເປັນສັນດານ
- ກາຍເປັນພະຍາດຊໍາເຊື້ອທີ່ບໍ່ມີຢາຮັກສາ
- ກາຍເປັນຄົນທີ່ບໍ່ຮູ້ເຮັດບໍ່ສ້າງ
- ກາຍເປັນນັກຄິດ ແຕ່ບໍ່ເຄີຍລົງມືປະຕິບັດ
- ກາຍເປັນຄົນຖືສາກປາກຖືສີນ
- ກາຍເປັນຄົນລິ້ນອ່ອນ ແລະ ຄົນສອງໜ້າ
- ກາຍເປັນຄົນທີ່ຂາດສັດທາ ແລະ ຄວາມເຊື່ອໝັ້ນໃນໂຄເອງ
- ກາຍເປັນມະນຸດທີ່ສ້າງວິມານເທິງອາກາດ
- ກາຍເປັນຄົນຕິດພະຍາດ "ພະຍາດຂີ້ຄ້ານ"
- ການເປັນບາງຢ່າງ , ບາງສິ່ງ ແລະ ບາງອັນຂອງຄົນອື່ນ ຫຼື ກາຍເປັນຄົນສ້າງຝັນໃຫ້ຜູ້ອື່ນ ແຕ່ຄວາມຝັນຂອງຕົນເອງກັບກາຍເປັນລົມປາກຊົ່ວນາທີ ເທົ່ານັ້ນ ເຊີ່ງເປັນການສ້າງ "ວິມານເທິງອາກາດ"

No comments

Powered by Blogger.