Header Ads

ວ່າດ້ວຍຄວາມຝັນ

 


ຄວາມຝັນທີ່ບໍ່ສາມາດສ້າງມັນໃຫ້ກາຍເປັນຈິງແມ່ນຄວາມຝັນທີ່ໝົດອາຍຸ ຫຼື ຝັນກາງເວັນແບບສ້າງວິມານເທິງອາກາດ
ເຫດຜົນກໍເພາະ...
໑. ຄວາມຝັນຈະອາຍຸອາຍຸເຮັດໃຫ້ຄວາມຂີ້ຄານ ແລະ ທໍ້ເຂົ້າມາແທນທີ່
໒. ຄວາມຝັນຈະກາຍເປັນລົມປາກ, ຄວາມຮູ້ສຶກຊົ່ວຂະນະ ແລະ ຊ້ຽວອາລົມ
໓. ຄວາມຝັນຈະກາຍພັນເປັນແບບລົມໆແລ້ງໆ
໔. ຄວາມຝັນຈະມີແຕ່ຂໍ້ອ້າງ
໕. ຄວາມຝັນກາຍເປັນຄວາມອິດສາຄວາມສໍາເລັດຜູ່ອື່ນ
໖. ຄວາມຝັນຕາມລະດູການແບບຊໍ້າແລ້ວຊໍ້າອີກ ແຕ່ບໍ່ເຮັດຫຍັງຈັກຢ່າງ
໗. ຄວາມຝັນແບບຄິດຊົ່ວຂ້າມຄືນ ແລ້ວກໍລະລາຍຕອນທີ່ຕື່ນຂື້ນມາຂອງເຊົ້າວັນໃໝ່
໘. ຄວາມຝັນກາຍເປັນແບບກາງເວັນ
໙. ຄວາມຝັນໄຝ່ແຕ່ບໍ່ໄຝ່ຝັນ
໑໐. ຄວາມຝັນຕາມກະແສສັງຄົມ ແລະ ສິ່ງທີ່ພົບພໍ້ແລ້ວແຕ່ອາລົມຈະພາໄປ
ສຸດທ້າຍແລ້ວພໍສີ້ນປີຊີວິດຊິດກໍບໍ່ມີໂຕຊີ້ວັດ ຄວາມກ້າວໜ້າ ແລະ ການພັດທະນາວ່າ...
- ການເງິນດີຂື້ນ ຫຼື ບໍ່ (Wealth)
- ການງານຈະເລີນກ້າວໜ້າ ຫຼື ບໍ່ (Work)
- ສັງຄົມມີເພື່ອນມິດຫຼາຍຂື້ນ ຫຼື ບໍ່ (Connection)
- ຄອບຄົວດີຂື້ນ ຫຼື ບໍ່ (Famaly)
- ສຸຂະພາບແຂງແຮງ ຫຼື ບໍ່ (Health)
- ທັກສະ ແລະ ຄວາມຮູ້ຫຍັງເພີ່ມຂື້ນ ຫຼື ບໍ່ (Khowledge & Skills )
ຖ້າຊີວິດໃນໜຶ່ງປີບໍ່ສາມາດມີຕົວຊີວັດຂ້າງເທິງເຫຼົ່ານັ້ນ ໝາຍຄວາມວ່າຊີວິດບໍ່ມີຄວາມກ້າວໜ້າ ຫຼື ຊີວິດອາດຢໍ່າແຢ້ກວ່າເກົ່າ.

No comments

Powered by Blogger.