Header Ads

8 ເລື່ອງທີ່ຄວນຮູ້ກ່ຽວກັບປະເທດຢີ່ປຸ່ນ

 

ເຊື່ອວ່າຫຼາຍຄົນຍັງບໍ່ທັນຮູ້ 8 ເລື່ອງກ່ຽວກັບຄົນຢີ່ປຸ່ນທີ່ເປັນຖືປະຕິບັດຈົນກາຍເປັນທໍານຽມ ແລະ ສະທ້ອນຄວາມເປັນຢີ່ປຸ່ນສູ່ສາຍຕາຊາວໂລກ ແລະ ມັນຍັງເຮັດໃຫ້ຢີ່ປຸ່ນມີເອກະລັກສະເພາະທີ່ຊາດອື່ນອາດຮຽນແບບໄດ້ຍາກ. ນີ້ແມ່ນ 8 ເລື່ອງລາວທີ່ຈະຊວນທຸກທ່ານມາຮຽນຮູ້ປະເທດຢີ່ປຸ່ນນໍາກັນ : 

໑. ການກົງຕໍ່ເວລາ :
ລົດໄຟທີ່ປະເທດຢີ່ປຸ່ນຈະມາກົງເວລາສະເໝີ ບໍ່ເຄີຍມາຮອດສະຖານີຊ້າແມ້ແຕ່ໜຶ່ງນາທີ ເຊິ່ງຄົນຢີ່ປຸ່ນໃຫ້ຄວາມສຳຄັນກັບເລື່ອງເວລາຫຼາຍທີ່ສຸດ ເພາະມັນມີຜົນຕໍ່ຄວາມສໍາເລັດ ແລະ ກິດຈະກຳດ້ານອື່ນໆຂອງຊີວິດ.
໒. ຢີ່ປຸ່ນນັບຖືວິໄນ, ຄວາມຮັບຜິດຊອບ ແລະ ເຮັດວຽກເປັນໝູ່ຄະນະ:
ນັກຮຽນທີ່ປະເທດຢີ່ປຸ່ນຈະຖືກຝືກໃຫ້ເຮັດຄວາມສະອາດຫ້ອງຮຽນ ເພື່ອຮຽນຮູ້ວີໄນ, ຄວາມຮັບຜິດຊອບ ແລະ ການເຮັດວຽກເປັນໝູ່ຄະນະ (ເຮັດວຽກເປັນທີມ)
໓. ຄົນຢີ່ປຸ່ນມີຄວາມຮັບຜິດຊອບສຸງ ແລະ ສະດຸຕໍ່ໜ້າທີ່ສະເໝີ
ຄວາມຮັບຜິດຊອບ ແລະ ສະດຸຕໍ່ໜ້າທີ່ ເຊິ່ງຄົນຢີ່ປຸ່ນຈະມີ 2 ສິ່ງນີ້ເປັນພື້ນຖານໃນການເຮັດວຽກ. ຕົວຢ່າງ: ເສັ້ນທາງຖືກຜົນກະທົບຈາກເຫດແຜ່ນດິນໄຫວຢ່າງຮຸນແຮງ ແຕ່ຄົນຢີ່ປຸ່ນ (ພາກສ່ວນກ່ຽວຂ້ອງ) ສ້ອມແປງເສັ້ນທາງພາຍໃນອາທິດດຽວ ແລະ ມີຫຼາຍຄັ້ງທີ່ທາງມີບັນຫາ ພາກສ່ວນກ່ຽວຂ້ອງຈະອອກມາສ້ອມແປງພາຍໃນ 8-9 ຊົວໂມງເທົ່ານັ້ນ.
໔. ປະເທດຢີ່ປຸ່ນໃຫ້ຄວາມສຳຄັນເລື່ອງກະສີກໍາ :
ປະເທດຢີ່ປຸ່ນເປັນປະເທດອຸສະຫາກໍາ ແລະ ເປັນປະເທດພັດທະນາແລ້ວ ແຕ່ລັດຖະບານຍັງຄົງລົງທຶນເລື່ອງການກະເສດ ໂດຍທຸ້ມງົບປະມານມະສານໃນການເຮັດຟາມກະເສດອິນຊີ, ສວນຜັກໄຮໂດໂພນິກ ແລະ ອື່ນໆ ເພື່ອຄໍ້າປະກັນດ້ານສະບຽງອາຫານແກ່ປະຊາກອນພາຍໃນປະເທດ ເຖິງແມ່ນວ່າການນໍາເຂົ້າຈາກປະເທດອື່ນຈະມີລາຄາຖືກກວ່າປູກພາຍໃນປະເທດ.
໕. ການນອນຫຼັບຂະນະປະຊຸມເປັນເລື່ອງຮັບບໍ່ໄດ້ທີ່ປະເທດຢີ່ປຸ່ນ:
ປະເທດຢີ່ປຸ່ນເປັນປະເທດທີ່ຂ້ອນຂ້າງເຂັ້ມງວດເລື່ອງລະບຽນວິໄນ ແລະ ການນອນຫຼັບໃນທີ່ປະຊຸມເປັນເລື່ອງຜິດລະບຽບ ແລະ ຍອມຮັບໄດ້ທີ່ປະເທດຢີ່ປຸ່ນ ຍິ່ງໄປກວ່ານັ້ນຍັງຖືວ່າເປັນເລື່ອງໜ້າອາຍໃນສັງຄົມການເຮັດວຽກນໍາອອີກ.
໖. ນະຄອນຫຼວງໂຕກຽວມີຈໍານວນຄົນບໍ່ມີເຮືອນ ນ້ອຍທີ່ສຸດໃນໂລກ:
ຢີ່ປຸ່ນເປັນປະເທດພັດທະນາແລ້ວ ແລະ ນະຄອນຫຼວງໂຕກຽວຖືວ່າແອອັດທີ່ສຸດແຫ່ງໜຶ່ງໃນໂລກ ແຕ່ຈໍານວນຕົວເລກຄົນບໍ່ມີເຮືອນກັບນ້ອຍທີ່ສຸດໃນໂລກ ທຽມໃສ່ເມືອງໃຫຍ່ໆຂອງໂລກທີ່ພັດທະນາແລ້ວ ໂດຍມີຕົວເລກຄົນບໍ່ມີເຮືອນສະເລ່ຍພຽງແຕ່ 1,697 ຄົນ.
໗. ປະຊາກອນອາຍຸຢືນທີ່ສຸດໃນໂລກ:
ອີກໜຶ່ງທິ່ງທີ່ຄົນທົ່ວໂລກຊົມເຊີຍ ແລະ ຍົກໃຫ້ປະເທດຢີ່ປຸ່ນເປັນທີ່ໜື່ງນັ້ນຄືກາຍເປັນປະເທດທີ່ມີປະຊາກອນອາຍຸຢືນທີ່ສຸດໃນໂລກ ໂດຍສະເລ່ຍອາຍຸແມ່ນ 83,56 ປີ
໘. Okinawa ແມ່ນສະຖານທີ່ ທີ່ມີອາກາດ ແລະ ສະພາບແວດລ້ອມດີທີ່ສຸດໃນໂລກ:
ໃນປະເທດຢີ່ປຸ່ນມີເກາະຊື່ Okinawa ເຊິ່ງມີຊື່ສຽງເລື່ອງອາກາດ ແລະ ສະພາບແວດລ້ອມດີທີ່ສຸດໃນໂລກ ໂດຍມີປະຊາກອນທີ່ອາຍຸຢືນທີ່ສຸດໃນໂລກເຖິງ 100 ປີ ຈໍານວນ 450 ຄົນທີ່ເກາະແຫ່ງນີ້. ສໍາລັບເຫດຜົນແມ່ນກ່ຽວພັນກັບວັດທະນາທໍາການກິນ, ອາກາດ ແລະ ສະພາບແວດລ້ອມທີ່ເກາະ Okinawa.

No comments

Powered by Blogger.