Header Ads

ຄວາມສຸກດ້ວຍສູດສຳເລັດແບບ ກ-ຮ ໃນອັກສອນລາວ

 


ຊວນມາຮູ້ຈັກສູດບໍ່ລັບສຳລັບມະນຸດເງີນເດືອນທີ່ຢາກມີຄວາມສຸກໃນການວຽກ (ວຽກປະຈຳ) ມື້ນີ້ champappost.com ລວບລວມສູດສຳເລັດແບບ ກ-ຮ ໃນອັກສອນລາວເພື່ອນໍາໄປປັບໃຊ້ :
ກ= ເກົ້າອົດເກົ້າເຍື້ອນຫາກຊີໄດ້ຮ່ອນຄຳ
ຂ= ຂຽນທຸກຢ່າງທີ່ເຮົາຕ້ອງຮຽນຮູ້
ຄ= ຄວນໃສ່ໃຈກັບໜ້າວຽກທີ່ມອບໜາຍ ແລະ ເພື່ອນຮ່ວມງານ
ງ= ເງີນບໍ່ແມ່ນທຸກຢ່າງ ແຕ່ຕ້ອງກ້າຖາມເລື່ອງຄ່າຕອບແທນ
ຈ= ຈື່ສິ່ງທີ່ຜິດພາດແລ້ວນຳມາປັບປຸງ, ປັບປ່ຽນ, ປັບໃຊ້ ແລະ ປັບຕົວ
ສ= ສົນໃຈສິ່ງໃໜໆສະເໝີ
ຊ= ຊົມເຊີຍກັບຄວາມສຳເລັດຕົນເອງ ແລະ ຜູ້ອື່ນສະເໝີ
ຍ= ຍ້ອງຍໍຜູ້ອື່ນກ່ອນ ຖ້າຢາກໃຫ້ຜູ້ອື່ນຍ້ອງຍໍກັບ
ດ= ເດີນໜ້າສະເໜີ ຖ້າຊີວິດນີ້ໄຝ່ຫາຄວາມກ້າວໜ້າ
ຕ= ເຕີມເຕັມສິ່ງທີ່ຂາດຫາຍ ແລະ ຈຸດອ່ອນທີ່ຕົນມີ
ຖ= ຖືການເຮັດວຽກແມ່ນພັນທະທີ່ຕ້ອງເຮັດເພື່ອຕອບແທນອົງກອນ/ບໍລິສັດຄືນ
ທ= ທົບທວນສິ່ງທີ່ຮຽນຮູ້ ແລະ ສິ່ງທີ່ຕ້ອງຮຽນ
ນ= ນິຍາມການເຮັດວຽກໃນຄວາມໜາຍຂອງຕົນເອງ ໂດຍບໍ່ໄປຕາມກະແສ
ບ= ບໍ່ເບື່ອທີ່ຈະສະແດງອັດທະຍາໄສ ແລະ ຄວາມຈິງໃຈຕໍ່ເພື່ອນຮ່ວມງານ ຫຼື ຜູ້ອື່ນ
ປ= ເປັນສ່ວນໜຶ່ງຂອງອົງກອນ ຫຼື ບໍລິສັດ
ຜ= ເຜີຍແຜ່ຄວາມຮູ້ ແລະ ປະສົບການໃຫ້ເພື່ອນຮ່ວມງານ ແລະ ສັງຄົມ
ຝ= ຝຶກຝົນຕົນເອງສະເໜີໃຫ້ເປັນຄົນເກັ່ງ, ມີວິໄສທັດ, ມີສິນທໍາ ແລະ ຈັນຍາບັນ
ພ= ເພີ່ມພູມທັກສະ ແລະ ຄວາມສາມາດ
ຟ= ຟັງໃຫ້ຫຼາຍຂື້ນຈົນກາຍເປັນນິໄສ
ມ= ມາການໃຫ້ຕົງເວລາ ແລະ ເມື່ອລົງມືເຮັດວຽກກໍ່ຕ້ອງເຮັດໃຫ້ສຸດກຳລັງ
ຢ= ຢືນຢັນໃນອຸດົມການກັບສິ່ງທີ່ເຮັດ ແລະ ສິ່ງທີ່ຮັກ (ວຽກ)
ລ= ລື່ມບາງສິ່ງເພື່ອຮັບເອົາບາງຢ່າງທີ່ມີຄຸນຄ່າກວ່າ ແລະ ຄວາມໜາຍຕໍ່ຊີວິດ
ວ= ວິໄນເປັນສິ່ງທີ່ມີຄ່າໃນການເຮັດວຽກ
ຫ= ຫັວງຄວາມກ້າວໜ້າຕ້ອງລົງມືເຮັດ ແລະ ຕັ້ງເປົ້າໜາຍ
ອ= ອົດທົນແບບສຸພາສະສິດ "ເອົາໃຈເຂົາມາໃສ່ໃຈ"
ຮ= ຮູ້ບຸນຄຸນ ແລະ ຮັບຜິດຊອບຕໍ່ໜ້າທີ່ສະເໝີ
ເທົ່ານີ້ ທ່ານກໍເຮັດວຽກຢ່າງມີຄວາມສຸກ ແລະ ມີເປົ້າໝາຍ ເພາະສູດ ກ-ຮ ບໍ່ແມ່ນເລື່ອງຍາກ ແຕ່ເລື່ອງທີ່ຍາກແມ່ນການບໍ່ລົງມືເຮັດຫຍັງຈັກຢ່າງ ຈົນກາຍເປັນຄົນມີແຕ່ຂໍ້ອ້າງ ແລະ ເຫດຜົນ . ຈົ່ງຈໍາໄວ້ສະເໝີວ່າ ຄວາມຝັນ (Dream)+ ລົງມືເຮັດ(Act) = ຄວາມສໍາເລັດ (Success)

ທີ່ມາ : D2n Creative Studio

No comments

Powered by Blogger.