Header Ads

ຖອດລະຫັດ 4 ແນວຄິດການລົງທຶນອະສັງຫາລິມະຊັບແບບ Robert Kiyosaki



ນີ້ແມ່ນ 4 ແນວຄິດການລົງທຶນອະສັງຫາລິມະຊັບແບບ Robert Kiyosaki ທີ່ເຮັດໃຫ້ Robert ປະສົບຄວາມສໍາເລັດ ແລະ ມີຄວາມໝັ້ນຄົງທາງດ້ານການເງິນ  ພ້ອມສົ່ງໃຫ້ Robert ການເປັນຜູ້ໃຫ້ກໍາເນີດເງິນ 4 ດ້ານ ແລະ ເປັນຊ້ຽວຊານທາງດ້ານການເງິນ-ອະສັງຫາລິມິຊັບ ເຊິ່ງແນວຄິດ 4 ການປະກອບມີ :


(1). ລົງທຶນໃນອະສັງຫາທີ່ມີຄວາມສະຖຽນ

ເພາະການລົງທຶນອະສັງຫາລິມະຊັບມີຫຼາຍຮູບແບບ ແລະ ປະເພດ ຈົ່ງເລືອກປະເພດທີ່ໃຫ້ຄວາມສະຖຽນແກ່ເຮົາ ເພື່ອລຸດຄວາມສຽງ ແລະ ສາມາດຄວບຄຸມໄດ້ໃນລະດັບໜື່ງບໍ່ວ່າເສດຖະກິດຈະຜັນປ່ຽນ


(2). ເນັ້ນກະແສເງິນສົດ

ຈົ່ງລົງທຶນລົງທຶນອະສັງຫາລະມະຊັບທີ່ໃຫ້ກະແສເງິນສົດໃນຊັບນັ້ນໆສະເໜີ ຖ້າເຮົາກູ້ເງິນເພື່ອເຮັດເຮືອນເຊົ່າ, ອາພາດເມັນ ແລະ ປອື່ນໆ ຊັບນັ້ນຕ້ອງສາມາດສ້າງກະແສເງິນດ້ານບວກ ແລະ ຕ້ອງສາມາດຈ່າຍດອກເບ້ຍໃຫ້ເງິນທີ່ກູ້ມາໄດ້


(3). ໃຊ້ເງິນລົງທຶນຜ່ານຮູບແບບ Refinance 

ໜື່ງໃນກົດລະຍຸດທີ່ Robert Kiyosaki ຄືການລົງທຶນໃນອະສັງຫາທີ່ຫຼາຍຄົນບໍ່ສົນໃຈ, ເສື່ອມສະພາບເລັກນ້ອຍ ແລະ ສາມາດຊື້ມາໃນລາຄາຕໍາກວ່າຕະຫຼາດ ເພື່ອນໍາມາປັບປຸງເພື່ອໃຫ້ເກີດມູມຄ່າເພີ່ນ (ມູນຄ່າໃໝ່) ແລ້ວນໍາຊັບນັ້ນໄປ Refinance ກັບທະນາຄານ ເພື່ອໃຫ້ເກີດສ່ວນຕ່າງ ແລ້ວເອົາເງິນທີ່ຕົນເອງລົງທືນອອກ ແຕ່ມີເງືອນໄຂວ່າຊັບນັ້ນຕ້ອງສ້າງກະແສເງີນສົດດ້ານບວກເທົ່ານັ້ນ


(4). ຄອບຄອງໜີ້ດີໃຫ້ໄດ້ຫຼາຍທີ່ສຸດ

ເພາະໜີ້ມີສອງປະເພດຄື: ໜີ້ທີ່ກໍ່ໃຫ້ເກີດລາຍຮັບ ແລະ ໜີ້ທີ່ບໍ່ເກີດໃຫ້ເກີດລາຍຮັບ ແຖມຍັງກືນກີນເງິນສ່ວນອື່ນອີກ ອັນນີ້ອັນຕະລາຍ . ຈົ່ງຄອບຄອງໜີ້ດີ ໜີ້ທີ່ສ້າງລາຍຮັບ ແລະ ກະແສເງິນສົດດ້ານບວກສະເໜີເພາະນີ້ປະເພດນີ້ຍິງຖືຄອງດົນຍີ່ງເຮັດໃຫ້ເຮົາມີລາຍຮັບເພີ່ມຂື້ນສະເໜີ

No comments

Powered by Blogger.