Header Ads

ໂລກແຫ່ງຄວາມຈິງ ຫຼຽນມີ 3 ດ້ານ ອີກດ້ານແມ່ນສິ່ງທີ່ຫຼາຍຄົນເບິ່ງຂ້າມ


ປົກະຕິແລ້ວຫຼາຍຄົນຈະເບິ່ງເຫັນວ່າຫຼຽນມີ 2 ດ້ານ ແຕ່ໃນຄວາມເປັນຈິງທີ່ປະຕິເສດບໍ່ໄດ້ວ່າ ຄວາມຈິງແລ້ວຫຼຽນມີ 3 ດ້ານຄື (1). ດ້ານໜ້າ, (2), ດ້ານຫຼັງ ແລະ (3). ດ້ານຂ່າງ (ຫຼື ດ້ານຂອບ) ເຊິ່ງເປັນດ້ານທີ່ຫຼາຍຄົນເບິ່ງຂ້າມ, ບໍ່ສົນໃຈ, ບໍ່ສັງເກດ ແລະ ເຂົ້າໃຈຜິດມາຕະຫຼອດວ່າຫຼຽນມີ 2 ດ້ານ ທັງທີ່ຄວາມຈິງມັນທີ 3 ດ້ານຢ່າງເຫັນໄດ້ຊັດ. ຖ້າປ່ຽນໃສ່ທຸລະກິດແມ່ນການເບິ່ງຕ່າງ ເບິ່ງໃນມູນທີ່ຄົນອື່ນເບິ່ງບໍ່ເຫັນ ແລະ ເບິ່ງແບບເຂົ້າໃຈເພື່ອສ້າງໃຫ້ເປັນໂອກາດ ເຊັ່ນດຽວກັບທຸລະກິດອະສັງຫາລິມະຊັບ ທີ່ມີຄົນເຮັດເປັນຮ້ອຍເປັນພັນ ແຕ່ໃນນັ້ນຈະມີຈັດຄົນທີ່ເບິ່ງເຫັນຫຼຽນດ້ານທີ 3 ກັບດ້ານທີ່ມີລາຄາ ແລະ ຄຸນຄ່າເທົ່າກັບອີກສອງດ້ານສະເໝີ ແຕ່ດ້ານນ້ອຍໆທີ່ຫຼາຍຄົນເບິ່ງຂ້າມກັບໃຊ້ປະໂຫຍດໄດ້ຫຼາຍກວ່າ.


No comments

Powered by Blogger.