Header Ads

ວ່າດ້ວຍ 3 ກົນລະຍຸດລົງທຶນອະສັງຫາລິມະຊັບໃຫ້ໄດ້ກໍາໄລ



ມີນາຍໜ້າ ຫຼື ນັກລົງທຶນອະສັງຫາລາຍຄົນເຂົ້າສູ່ໂລກອະສັງຫາລິມະຊັບແຕ່ຍັງຄົງສັບສົນ ແລະ ບໍ່ຮູ້ກົດລະຍຸດການລົງທຶນອະສັງຫາໃຫ້ໄດ້ກໍາໄລດີ, ບໍ່ຮູ້ບໍລິຫານຄວາມສ່ຽງ, ບໍ່ເຂົ້າໃຈແກ່ນຂອງການລົງທຶນ ແລະ ບໍ່ຮູ້ກົດລະຍຸດທີ່ນັກລົງທຶນອະສັງຫາລິມະຊັບເຂົານໍາໃຊ້ ເຊິ່ງມື້ນີ້ champappost.com ຈະມາແລກປ່ຽນ 3 ກົນລະຍຸດລົງທຶນອະສັງຫາລິມະຊັບໃຫ້ໄດ້ກໍາໄລ ແລະ ສ້າງທຸລະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວໃນອະນາຄົດ:

(1).ກົນລະຍຸດ Flip
ສໍາລັບກົນລະຍຸດນີ້ແມ່ນການລົງທຶນອະສັງຫາລິມະຊັບໄລຍະສັ້ນ ດ້ວຍການຊື້ມາແລ້ວຫາຈັງຫວະຂາຍເອົາກໍາໄລ (ການເກນກໍາໄລ) ໂດຍປົກກະຕິຈະຖືຊັບສີນທີ່ຊື້ມາໄລຍະສັ້ນເທົ່ານັ້ນໃນຮູບແບບ ຈອງຄອນໂດ, ທາວເຮົາ ແລະ ບ້ານຈັດສັນທີ່ຢູ່ໃນທໍາເລດີມີຄວາມຕ້ອງການສູງຈາກຜູ້ຊື້ ຫຼື ໂຄງການທີ່ສາມາດສ້າງກໍາໄລໄດ້ໃນອະນາຄົດ.

(2).ກົນລະຍຸດ Keep
ກົນລະຍຸດແບບ Keep ນິຍົມຖືໄລຍະຍາວເປັນເວລາ 3-5ປີ, 10ປີ ຫຼື ຫຼາຍກວ່ານນີ້ ເພື່ອໃຫ້ລາຄາຊັບສີນນັ້ນເພີ່ມຂື້ນໃນແຕ່ລະໄລຍະ ແລ້ວຄ່ອຍຂາຍອອກ ແຕ່ວິທີນີ້ຜູ້ລົງທຶນຕ້ອງມີສະພາບຄ່ອງທາງການເງິນດີນ້ອຍໜື່ງ ຫຼື ມີທຸລະກິດອື່ນເສີມເພື່ອເປັນແຫຼ່ງລາຍຮັບ ເວົ້າງ່າຍໆຄື ຕ້ອງມີແຫຼ່ງລາຍຮັບຫຼາຍກວ່າໜື່ງເສັ້ນທາງ.



3).ກົນລະຍຸດ Build
ສ່ວນກົນລະຍຸດສຸດທ້າຍແມ່ນການ “Build” ແມ່ນການລົງທຶນອະສັງຫາລິມະຊັບປະເພດເຊື່ອມສະພາບໂດບປະມານ,ລາຄາກວ່າຕະຫຼາດ ຫຼື ທະນາຄານປະເມີນ ແລະ ຢູ່ໃນທໍາເລດີພໍປະມານ ແລ້ວນໍາມາ Renovate ໃໝເພື່ອໃຫ້ເກີດມູນຄ່າເພີ່ມແລ້ວໄປປ່ອຍເຊົ່າ ຫຼື ຂາຍອອກທັນທີ່ເມື່ອໄດ້ລາຄາດີເໜາະສົມແກ່ການລົງທຶນ.ສໍາລັບກົນລະຍຸດນີ້ລວມທັງການຊື້ດິນນອກເມືອງ ຫຼື ໃຫ້ເຂດໃນເມືອງ ແລ້ວນໍາມາຕໍ່ຍອດເປັນໂຄງການດິນຈັດສອນເພື່ອໃຫ້ໄດ້ມູນຄ່າເພີ່ມ ແລະ ກໍາໄລທະວິຄູນ.



No comments

Powered by Blogger.