Header Ads

ລັດເຜີຍ ການຈັດເກັບລາຍຮັບສ່ວຍສາອາກອນທົ່ວປະເທດ ປີ 2018 ບັນລຸ 93.14% ຂອງແຜນການປີ




ການຈັດເກັບລາຍຮັບ ສ່ວຍສາອາກອນທົ່ວປະເທດ ສຳລັບປີ 2018 ໄດ້ບັນລຸ 93.14 ສ່ວນຮ້ອຍຂອງແຜນການປີ, ຊຶ່ງເທົ່າກັບ 10.8 ຕື້ກີບ, ໃນຂະນະຕົວເລກແຜນການປີ ທີ່ຕັ້ງໄວ້ແມ່ນ 11.6 ຕື້ກີບ.

ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ​ ກະຊວງການເງິນ ກ່າວໃນກອງປະຊຸມວຽກງານສ່ວຍສາອາກອນທົ່ວປະເທດ ປະຈຳປີ 2018 ທີ່ ນະຄອນຫລວງວຽງຈັນ ໃນວັນທີ 15 ມັງກອນນີ້ວ່າ: ວຽກງານສ່ວຍສາອາກອນ ແມ່ນມີບົດບາດສຳຄັນທີ່ສຸດໃນລະບົບການເງິນແຫ່ງລັດເພາະເຮັດໜ້າທີ່ຂຸດຄົ້ນບັນດາແຫລ່ງລາຍຮັບເຂົ້າງົບປະມານ ເພື່ອຕອບສະໜອງໃຫ້ແກ່ການເບີກຈ່າຍງົບປະມານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຢູ່ສປປ ລາວ, ລາຍຮັບສ່ວຍສາອາກອນໄດ້ກວມເອົາຫລາຍກວ່າເຄິ່ງໜຶ່ງຂອງລາຍຮັບງົບປະມານທັງໝົດ, ເຊິ່ງໃນແຕ່ລະປີກໍມີລັກສະນະເພີ່ມຂຶ້ນ ແລະ ໃນປີ 2018 ກໍມີຫລາຍແຂວງທີ່ປະຕິບັດການເກັບລາຍຮັບໄດ້ດີເດັ່ນ ລື່ນຕົວເລກແຜນການທີ່ວາງໄວ້ ເປັນຕົ້ນແມ່ນແຂວງຜົ້ງສາລີ, ບໍ່ແກ້ວ, ຫົວພັນ ແລະ ວຽງຈັນ ສາມາດປະຕິບັດໄດ້ລື່ນແຜນການ 20-24%. ໃນຂະນະດຽວກັນ ແຂວງຫລວງພະບາງ, ຫລວງນ້ຳທາ, ອຸດົມໄຊ, ຊຽງຂວາງ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ກໍປະຕິບັດໄດ້ລື່ນແຜນການ 1-9%.

ທັງໝົດນີ້, ແມ່ນຍ້ອນມີການຊີ້ນໍາ, ນຳພາອັນຖືກຕ້ອງຂອງຄະນະພັກຂັ້ນຕ່າງໆບວກກັບຄວາມຕັດສິນໃຈອັນເດັດດ່ຽວຂອງພະນັກງານສ່ວຍສາອາກອນທຸກທົ່ວໜ້າ, ໄດ້ຮັບການຮ່ວມມືທີ່ດີ ແລະ ປະສານສົມທົບອັນແໜ້ນແຟ້ນກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ສິ່ງສຳຄັນແມ່ນຍ້ອນສະຕິການຕື່ນຕົວໃນການປະຕິບັດພັນທະຕໍ່ລັດ ຂອງຜູ້ດຳເນີນທຸລະກິດ, ປະຊາຊົນບັນດາເຜົ່າທີ່ໄດ້ມອບພັນທະໃຫ້ລັດຖືກຕ້ອງ, ຄົບຖ້ວນ ແລະ ທັນກຳນົດເວລາ. ເຖິງແນວໃດກໍຕາມກໍຍັງມີບາງແຂວງທີ່ບໍ່ທັນສາມາດບັນລຸເປົ້າໝາຍທີ່ວາງໄວ້, ຊຶ່ງຈະຕ້ອງໄດ້ເອົາໃຈໃສ່ຕື່ມ ແລະ ອອກແຮງແກ້ໄຂໃນຕໍ່ໜ້າ ເປັນຕົ້ນແມ່ນກົງຈັກການຈັດຕັ້ງຍັງບໍ່ທັນຮັບປະກັນໄດ້ຢ່າງເຕັມສ່ວນທາງດ້ານຄຸນນະພາບ ເພື່ອຮອງຮັບກັບການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່, ມີບາງຂະແໜງການຂອງລັດຄຸ້ມຄອງລາຍຮັບຄ່າທຳນຽມ, ຄ່າບໍລິການເຮັດຍັງບໍ່ທັນໄດ້ດີຈຳນວນໜຶ່ງຍັງບໍ່ທັນຖືກຈັດເກັບຫລືເກັບແລ້ວແຕ່ບໍ່ມອບເຂົ້າງົບປະມານ ຢ່າງຄົນຖ້ວນ ແລະ ບັນຫາອື່ນໆອີກ.


ໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ ກໍໄດ້ຮຽກຮ້ອງມາຍັງບັນດາຜູ້ແທນທຸກທົ່ວໜ້າຈົ່ງເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ, ສຸມສະຕິປັນຍາ ແລະ ຄວາມຄິດເຂົ້າໃສ່ການຄົ້ນຄິດບັນຫາ ທີ່ເລິກເຊິ່ງເຖິງຖອງ, ຖືກຕ້ອງ, ພາວະວິໃສ ແລະ ປະກອບສ່ວນໃຫ້ກອງປະຊຸມຄັ້ງນີ້, ຊຶ່ງເປັນເວທີແຫ່ງການ ແລກປ່ຽນນຄວາມຮູ້ ແລະ ປະສົບການ ໂດຍສະເພາະການປັບປຸງກົງຈັກການຈັດຕັ້ງໃຫ້ໄປຕາມແຜນການສ້າງພະນັກງານ ນຳພາ-ຄຸ້ມຄອງ, ຮັບປະກັນການສ້າງພະນັກງານສືບທອດປ່ຽນແທນໃຫ້ມີປະສິດທິພາບ, ສ້າງຄວາມເຂັ້ມແຂງທາງ ດ້ານຄວາມຮູ້ຄວາມສາມາດ ແລະ ເພີ່ມທະວີຄວາມຮູ້ທາງດ້ານການເມືອງໃຫ້ພະນັກງານ-ລັດຖະກອນ ຢ່າງເປັນລະບົບ, ການສ້າງຈິດສຳນຶກຕໍ່ສັງຄົມໃຫ້ເປັນມິດຕໍ່ກັບການເສຍພັນທະຕໍ່ພະນັກງານສ່ວຍ ສາອາກອນ ຄື ປາກັບນ້ຳ, ລວມທັງການປະຕິຮູບການຄຸ້ມຄອງລາຍຮັບສ່ວຍສາອາກອນໃຫ້ທັນສະໃໝເທື່ອລະກ້າວ.

ທີ່ມາ: ສາວ​ແກ້ວ​ອຸດົມ (Muang.la)

No comments

Powered by Blogger.