ປະຊາຊົນ 2 ບ້ານ ໄດ້ຮັບຄ່າຊົດເຊີຍຈາກໂຄງການລົດໄຟລາວ-ຈີນ ມູນຄ່າລວມກວ່າ 17 ຕື້ກີບ
ພິທີມອບ-ຮັບເງິນຄ່າຊົດເຊີຍສິ່ງກີດຂວາງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໃຫ້ປະຊາຊົນບ້ານແຈ້ງສະຫວ່າງ ແລະ ບ້ານຫ້ວຍນ້ຳເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 11 ມັງກອນ 2019 ທີ່ຫ້ອງການປົກຄອງບ້ານແຈ້ງສະຫວ່າງ ເຊິ່ງມອບໂດຍທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ຫົວໜ້າຄະນະໄກ່ເກ່ຍສິ່ງກີດຂວາງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ນະຄອນຫຼວງວຽງຈັນ ແລະ ຮັບໂດຍຜູ້ໄດ້ຮັບຜົນກະທົບ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການເບີກຈ່າຍຄ່າຊົດເຊີຍສິ່ງກີດຂວາງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ປະຕິບັດຕາມປຶ້ມຄູ່ມືແນະນຳການເບີກຈ່າຍຄ່າຊົດເຊີຍສິ່ງກີດຂວາງ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຂອງຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກະຊວງໂຍທາທິການ ແລະ ຂົນສົງ ສະບັບເລກທີ 182/ຍທຂ ລຟ ເຊິ່ງເມືອງນາຊາຍທອງມີເສັ້ນທາງລົດໄຟ ລາວ-ຈີນ ຕັດຜ່ານບ້ານດົງຊຽງດີ DK 399+300 ຫາ ບ້ານນາດີ ຊາຍແດນເມືອງນາຊາຍທອງ DK 369+300 ໄລຍະທາງ 30 ກິໂລແມັດ ຜ່ານ 23 ບ້ານ 385 ຄອບຄົວ ເນື້ອທີ່ 1,080,026 ຕາແມັດ ໃນນີ້ ເປັນດິນລັດ 25 ຕອນ ເນື້ອທີ່ 52,868 ຕາແມັດ ເຮືອນທີ່ຖືກຜົນກະທົບ 93 ຫຼັງ ຕົ້ນໄມ້ 4,937 ຕົ້ນ (ເກັບກຳຂໍ້ມູນເບື້ອງຕົ້ນ).
ປັດຈຸບັນເມືອງນາຊາຍທອງ ໄດ້ມອບດິນເປັນທາງການໃຫ້ບໍລິສັດເຂົ້າມາກໍ່ສ້າງ 28,340 ແມັດ ແລະ ບໍລິສັດເຂົ້າກໍ່ສ້າງຕົວຈິງ 29,500 ແມັດ ຍັງ 500 ແມັດ ທີ່ຍັງມີເຮືອນປະຊາຊົນອາໄສຢູ່ ສະເພາະບ້ານແຈ້ງສະຫວ່າງໄດ້ຖືກແລວທາງລົດໄຟ ລາວ-ຈີນ ແຕ່ DK 383+140-383+480 ຍາວ 340 ແມັດ ມີດິນ 20 ຕອນ ໃນນີ້ ດິນລັດ 1 ຕອນ ເຮືອນ 23 ຫຼັງ ລວມເປັນເງິນທົດແທນ 7,558,643,155 ກີບ. ສ່ວນບ້ານຫ້ວຍນ້ຳເຢັນຖືກແລວທາງລົດໄຟ ລາວ-ຈີນ ແຕ່ DK 381+340-383+140 ຍາວ 1,800 ແມັດ ມີດິນ 45 ຕອນ ໃນນີ້ ດິນລັດ 1 ຕອນ ເຮືອນ 22 ຫຼັງ ໄດ້ເບີກຈ່າຍໃຫ້ປະຊາຊົນຜູ້ຖືກຜົນກະທົບແລ້ວ 41 ຕອນ ລວມເປັນເງິນ 9,668,716,009 ກີບ ລວມ 2 ບ້ານ ແມ່ນ 17,277,359,164 ກີບ.
Post a Comment