Header Ads

ນໍ້າຕົກຕາດນໍ້າແຮງ ານກະຕາງຢາ ແຂວງອຸດົມໄຊ





ແຫຼ່ງທ່ອງທ່ຽວນໍ້າຕົກຕາດນໍ້າແຮງ ແມ່ນຕັ້ງຢູ່ ບ້ານກະຕາງຢາ ຫ່າງຈາກເທດສະບານເມືອງຮຸນປະມານ 24 ກິໂລແມັດເສັ້ນທາວໄປສູ່ຕາດແມ່ນເປັນເສັ້ນທາງປູຢາງ 4 ກິໂລແມັດ ຈາກນັ້ນເຂົ້າໄປເປັນເສັ້ນທາງຍົກລະດັບປູຫີນແຮ່ ແລະ ດິນແດງ.





ປະຈຸບັນແມ່ນກຳລັງສຳຫຼວດ ເພື່ອພັດທະນາຍົກລະດັບເປັນເສັນທາງປູຍາງ ໂດຍທ່າແຮງຂອງຕາດສາມາດກາຍເປັນອີກແຫຼ່ງທ່ອງທ່ຽວທີ່ສວຍງາມອີກແຫ່ງໜຶ່ງຂອງ ເມືອງຮຸນ ອຸດົມສົນບູນດ້ວຍທຳມະຊາດ ແລະ ຊີວະນາໆພັນ ເຊິ່ງລັກສະນະຂອງຕາດໄດ້ປະກອບມີຫຼາຍພັກເປັນຊັ້ນ ແລະ ມີລັກສະນະເນີນຂຶ້ນໄປ ພ້ອມກັບແຕ່ລະພັກສາມາດລົງຫຼິ້ນອາບໍ້າ. ນອກຈາກນີ້ຍັງສາມາດທ່ຽວຊົມວິຖີຊີວິດ, ຊົມການຜະລິດກະສິກຳຂອງຊາວບ້ານທີ່ມີຄວາມຜູກພັນກັບສະຖານທີ່ແຫ່ງນີ້ມາແຕ່ຊ້ານານ.




ທີ່ມາ: ທ່ອງທ່ຽວອຸດົມໄຊ 
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.