Header Ads

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ ບໍວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຄະນະ





(VOVWORLD) - ວັນທີ 14 ພຶດສະພາ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບ ທ່ານ ບໍວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະຖາບັນວິທະຍາສາດແຫ່ງຊາດລາວ ແລະ ທ່ານ ພົນໂທ ສຸວອນ ຫຼວງບຸນມີ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນປະຕິວັດລາວ ຊຶ່ງພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ

ກ່າວຄຳເຫັນທີ່ການຕ້ອນຮັບ ທ່ານ ບໍວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະຖາບັນວິທະຍາສາດແຫ່ງຊາດລາວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີ 2 ຝ່າຍ ສືບຕໍ່ສຸມໃສ່ຄົ້ນຄ້ວາບັນດາເຕັກໂນໂລຊີ ທີ່ມີຄວາມສາມາດນຳໃຊ້, ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງລາວ ກໍຄືບັນດາການຄົ້ນຄ້ວາກ່ຽວກັບການຫຼຸດຜ່ອນຜົນກະທົບຈາກໄພພິບັດທຳມະຊາດທີີ່ມີຕໍ່ຫວຽດນາມ ແລະ ລາວ.

ສ່ວນໃນການຕ້ອນຮັບ ທ່ານ ພົນໂທ ສຸວອນ ຫຼວງບຸນມີ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນປະຕິວັດລາວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຂອງ 2 ປະເທດໃນໄລຍະທີ່ຜ່ານມາ ພ້ອມທັງສະເໜີ 2 ຝ່າຍສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື ປະກອບສ່ວນເພີ່ມພຸນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງດີງາມໃນອະນາຄົດ.

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.