Header Ads

ການຕ້ອນຮັບຄະນະຜູ້ແທນສະມາຄົມລາວກ໊ອຟ ຈາກປະເທດອົດສະຕາລີ ແລະ ນິວຊີແລນ





ໃນເວລາ 07:00 ໂມງ ເຊົ້າ ຂອງວັນທີ 14 ພຶດສະພາ 2018, ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ, ໄດ້ຕ້ອນຮັບຄະນະຜູ້ແທນສະມາຄົມລາວກ໊ອຟ ເຊິ່ງແມ່ນສະມາຄົມນັກທຸລະກິດເຊື້ອຊາດລາວ ຈາກ ປະເທດ ອົດສະຕາລີ ແລະ ນິວຊີແລນ ທີ່ມາເຄື່ອນໄຫວຢ້ຽມຢາມ, ທ່ອງທ່ຽວ ແລະ ແຂ່ງຂັນກ໊ອຟມິດຕະພາບ ຢູ່ ສປປ ລາວ, ຊຶ່ງໄດ້ຈັດຂຶ້ນຢູ່ ສະໜາມກ໊ອຟ ບູຢອງ, ນະຄອນຫຼວງວຽງຈັນ.

ເປັນກຽດເຂົ້າຮ່ວມເປີດພິທີໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ບັນດາແຂກທີ່ມີກຽດເຂົ້າຮ່ວມຈາກ ກົມຕ່າງໆພາຍໃນກະຊວງການຕ່າງປະເທດ, ສູນກາງແນວລາວສ້າງຊາດ, ນັກກ໊ອຟ ຈາກ ສະຫະພັນກ໊ອຟແຫ່ງຊາດລາວ ແລະ ຄະນະສະມາຄົມລາວກ໊ອຟ ຈາກ ປະເທດ ອົດສະຕາລີ ແລະ ນິວຊີແລນ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 35 ທ່ານ.

ໃນໂອກາດດັ່ງກ່າວ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍ່່ໄດ້ກ່າວສະແດງ ຄວາມຍິນດີຕ້ອນຮັບ ຄະນະຜູ້ແທນສະມາຄົມລາວກ໊ອຟ ທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ, ທ່ອງທ່ຽວ ແລະ ແຂ່ງຂັນ ກ໊ອຟມິດຕະພາບ ຢູ່ ສປປ ລາວ ເຊິ່ງເປັນກິດຈະກຳທີ່ມີຄວາມໝາຍຄວາມສໍາຄັນ ເປັນການເສີມສ້າງມິດຕະພາບ ລະຫວ່າງ ນັກກີລາກ໊ອຟເຊື້ອຊາດລາວຈາກ ປະເທດ ອົດສະຕາລີ ແລະ ນິວຊີແລນ ກັບ ນັກກີລາກ໊ອຟ ສປປ ລາວ, ສະແດງເຖິງ ຄວາມສາມັກຄີຮັກແພງຕໍ່ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ແລະ ຍັງເປັນການສົ່ງເສີມການທ່ອງທ່ຽວ ສປປ ລາວ ໂດຍສະເພາະ ປີ 2018 ນີ້ ລັດຖະບານເຮົາໄດ້ເປີດເປັນປີແຫ່ງການທ່ອງທ່ຽວລາວ.

ການເຄື່ອນໄຫວຢ້ຽມຢາມ, ທ່ອງທ່ຽວ ແລະ ແຂ່ງຂັນກ໊ອຟມິດຕະພາບ ຂອງຄະນະຜູ້ແທນສະມາຄົມລາວກ໊ອຟ ຈາກ ປະເທດ ອົດສະຕາລີ ແລະ ນິວຊີແລນ ໃນຄັ້ງນີ້ແມ່ນດຳເນີນມາຕັ້ງແຕ່ວັນທີ 12-20 ພຶດສະພາ 2018. ໃນນັ້ນ, ຄະນະດັ່ງກ່າວ ຍັງຈະໄດ້ເຂົ້າຢ້ຽມຂໍ່ານັບຄະນະນໍາສູນກາງແນວລາວສ້າງຊາດ ແລະ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ແຂ່ງຂັນກ໊ອຟມິດຕະພາບ ຢູ່ ແຂວງຫຼວງພະບາງນໍາອີກ.

ກ່ອນເດີນທາງກັບຄືນປະເທດ, ຄະນະນໍາກະຊວງການຕ່າງປະເທດ ຈະໄດ້ໃຫ້ກຽດຈັດງານລ້ຽງຕ້ອນຮັບ ແລະ ໂອ້ລົມຄະນະຜູ້ແທນດັ່ງກ່າວ ເພື່ອສະແດງຄວາມຊົມເຊີຍການເດີນທາງມາເຄື່ອນໄຫວຢ້ຽມຢາມ, ທ່ອງທ່ຽວ ແລະ ແຂ່ງຂັນ ກ໊ອຟມິດຕະພາບໃນຄັ້ງນີ້ ທີ່ມີຄວາມໝາຍມິດຕະພາບ ການພົວພັນອັນແໜ້ນແຟ້ນ ແລະ ອົບອຸ່ນ ລະຫວ່າງພີ່ນ້ອງ ເຊື້ອຊາດລາວເຮົາຢູ່ຕ່າງປະເທດ ໂດຍສະເພາະ ຄົນເຊື້ອຊາດລາວຢູ່ ອົດສະຕາລີ ແລະ ນິວຊີແລນ ພ້ອມທັງ ອວຍພອນໃຫ້ ຄະນະຜູ້ແທນດັ່ງກ່າວ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

ພາບ-ຂ່າວ: ກະຊວງການຕ່າງປະເທດ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.