Header Ads

ທົ່ວໂລກ ແມ່ຍິງ 300.000 ກວ່າຄົນ ເສຍຊີວິດຍ້ອນການຖືພາ ແລະ ເກີດລູກ




ໃນທົ່ວໂລກ ແມ່ຍິງ 303.000 ຄົນ ຍັງສືບຕໍ່ເສຍຊີວິດ ຍ້ອນການຖືພາ ແລະ ເກີດລູກ, ໃນແຕ່ລະປີ ມີເດັກ​ນ້ອຍ​ເກີດ​ໃໝ່ເກືອບ 2,6 ລ້ານຄົນ ໄດ້ເສຍຊີວິດ ໃນ​ອາ​ທິດ​ທຳ​ອິດ ຂອງ​ການ​ເກີດ, 99% ຂອງການເສຍຊີວິດເຫລົ່ານີ້ ເກີດຂຶ້ນ ໃນບັນດາປະເທດກໍາລັງພັດທະນາ, ດັ່ງນັ້ນພວກເຮົາຈໍາເປັນຕ້ອງ ແກ້ໄຂບັນຫາ ການຂາດແຄນຜະ​ດຸງ​ຄັນໃນໂລກ ແລະ ຮັບປະກັນວ່າ ພວກເຂົາມີສິດ, ມີການສຶກສາ​ທີ່​ດີ ແລະ ມີ​ການຝຶກອົບຮົມ ຢ່າງເໝາະສົມ ກັບມາດຕະຖານ ຂອງໂລກ, ອີງຕາມລາຍ​ງານ​ຈາກ ອົງການ UNFPA.



ທີ່ນະຄອນຫລວງວຽງຈັນ, ວັນທີ 5 ພຶດສະພາ 2018 ແມ່ນ​ເປັນ​ສັນ​ຍາ​ລັກ​ ແຫ່ງ​ການ​ສະ​ເຫລີມຫລອງ ວັນ​ຜະ​ດຸງ​ຄັນ​ສາ​ກົນ ພາຍ​ໃຕ້​ຫົວ​ຂໍ້ ຜະ​ດຸງ​ຄັນ ແມ່ນ​ເປັນ​ຜູ້​ນຳ​ດ້ວຍ​ຄຸນ​ນະ​ພາບ ​ຂອງ​ການ​ບໍ​ລິ​ການ, ຊຶ່ງ​ກໍານົດໂດຍສະມາຄົມ ຜະ​ດຸງ​ຄັນສາກົນ. ການສໍາຫລວດດັດ​ສະ​ນີ​ເປົ້າ​ໝາຍ ທ​າງສັງຄົມລາວ 2011-2012, ໄດ້ສະແດງໃຫ້ເຫັນວ່າ  ອັດຕາສ່ວນ​ຂອງອັດຕາການຕາຍ ຂອງແມ່ ແມ່ນ 357/100.000 ຄົນ, ເຊິ່ງສູງທີ່ສຸດ ໃນ​ຂົງ​ເຂດ​ປະ​ເທດອາຊຽນ. ແມ່ຍິງ ແລະ ເດັກຍິງ ໄດ້ຮັບຜົນກະທົບ ຈາກການຈໍາແນກ, ຄວາມບໍ່ສະເໝີພາບ ແລະ ການເຂົ້າເຖິງຂໍ້ມູນ​ຂ່າວ​ສານ ທາງສຸຂະພາບ ແລະ ການບໍລິການທີ່ຈໍາກັດ ລວມທັງການ ວາງແຜນຄອບຄົວ.

ເນື່ອງຈາກອັດຕາການຕາຍ​ ຂອງ​ແມ່​ ແມ່ນ​ຍັງສູງ, ​ລັດ​ຖະ​ບານ​ແຫ່ງ ສປປ ລາວ​ ໄດ້ມີຄວາມພະຍາຍາມ ຢ່າງຫລວງຫລາຍ ເພື່ອປັບປຸງທາງ​ດ້ານ ປະລິມານ ແລະ ຄຸນນະພາບ ຂອງຜະ​ດຸງ​ຄັນ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ ໃນ​ການ​ສ້າງ​ຜະ​ດຸງ​ຄັ​ນ​ ໃຫ້​ໄດ້ 1500 ຄົນ ໃນປີ 2015. ວິ​ຊາ​ຊີບ​ຜະ​ດຸງ​ຄັນ​ກໍ່​ໄດ້ ​ຖືກ​ສ້າງ​ຂຶ້ນ, ​ໂດຍ​ຜ່ານ​ແຜນ​ພັດ​ທະ​ນາ​ ຜູ້​ມີ​ທັກ​ສະ​ຊ່ວຍ​ເກີດ ​ໃນ ​ປີ 2009-2012, ໂດຍ​ການ​ສະ​ໜັບ​ສະ​ໜູນ​ ຈາກອົງ​ການສະຫະປະຊາຊາດ ກອງທຶນປະຊາກອນ ແລະ ບັນດາຄູ່ຮ່ວມ​ພັດ​ທະ​ນາອື່ນໆ.

ໃນປັດຈຸບັນ, ມີ​ຜະ​ດຸງ​ຄັນຫລາຍກວ່າ 1.794 ຄົນ ​ທີ່​ໃຫ້​ບໍ​ລິ​ການ ​​ທາງສຸ​ຂະ​ພາບຢູ່​ທົ່ວ​ປະເທດ, ການ​ທີ່​ມີ​ຜະ​ດຸງ​ຄັນ ​ປະ​ຕິ​ບັດ​ໜ້າ​ທີ່ ຢູ່​ຂັ້ນ​ພື້ນ​ຖານ​ ໃນ​ລະ​ດັບ​ສຸກ​ສາ​ລາ, ​ໃກ້ຊິດຕິດ​ແທດ​ກັບ​ແມ່ ແລະ ຊຸມ​ຊົນ ຜະ​ດຸງ​ຄັນ​ເຫລົ່າ​ນີ້ ​ແມ່ນ​ໄດ້​ຊ່ວຍ​ໃຫ້​ເພີ່ມ​ການ​ເຂົ້າ​ເຖິງ​ ການ​ບໍ​ລິ​ການ ​ຂອງ ປະ​ຊາ​ຊົນ​ທີ່​ຢູ່​ເຂດ​ຊົນ​ນະ​ບົດ. ການເພີ່ມຈໍານວນຜະ​ດຸງ​ຄັນ ​ທີ່​ມີ​ທັກ​ສະ​ ໄດ້​ຊ່ວຍ​ຢ່າງຫລວງຫລາຍ​ ໃນ​ການ​ຫລຸດ​ຜ່ອນ ​ອັດ​ຕາ​ການ​ຕາຍ​ຂອງ​ແມ່. ເຫັ​ນ​ໄດ້​ວ່າ ​ອັດ​ຕາ​ການ​ຕາຍ​ຂອງ​ແມ່ ໄດ້ຫລຸດ​ລົງ​ເປັນ 206 ຕໍ່ ການເກີດລູກ 100.000 ໃນປີ 2015 (ຂໍ້ມູນຈາກການສໍາຫລວດພົນລະເມືອງ ແລະ ຄົວ​ເຮືອນ ປີ 2015).

ທ່ານ ນາງ ເຟຣດເດີລີກາ ເມເຢີ ຜູ້ຕາງໜ້າ ອົງການ UNFPA ປະຈຳລາວ ​ໄດ້​ກ່າວ​ວ່າ: ຜະ​ດຸງ​ຄັນ ​ແມ່ນ​ມີ​ໜ້າ​ທີ່ຫລາຍກວ່າ ການ​ຊ່ວຍ​ເກີດ ພວກເຂົາໄດ້​ໃຫ້​ບໍ​ລິ​ການສຸ​ຂະ​ພາ​​ບທາງ​ເພດ ແລະ ສຸ​ຂະ​ພາບ​ ຈະ​ເລີນ​ພັນຫລາຍກວ່າ 85% ຂອງການບໍລິການ. ຕະຫລອດການ ດູ​ແລ​ເບິ່ງ​ແຍງ​ການຖືພາ ແລະ ການເກີດລູກ, ຜະ​ດຸງ​ຄັນ​ໄດ້ສະໜັບສະໜູນ ທາງ​ດ້ານ​ຂໍ້​ມູນ ແລະ ການ​ບໍ​​ລິການ ແກ່ແມ່ ແລະ ເດັກນ້ອຍ. ສາຍພົວພັນໃກ້ຊິດ​ອັນນີ້, ເຮັດໃຫ້ມີໂອກາດທີ່ດີ ທີ່ຈະໃຫ້ແມ່ຍິງເຂົ້າ​ເຖິງ ຂໍ້ມູນກ່ຽວກັບການວາງແຜນຄອບຄົວ, ສຸຂະພາບຈະເລີນພັນ, ລວມທັງພະ​ຍາດ​ຕິດ​ຕໍ່ ທາງເພດສໍາພັນ, ເອັສ​ໄອ​ວີ ແລະ ການລ້ຽງລູກດ້ວຍນົມແມ່ ແລະ ໂພຊະນາການ.

ທ່ານ ນາງ ເຟຣດເດີລີກາ ເມເຢີ ກ່າວຕື່ມວ່າ: ຜະ​ດຸງ​ຄັນ​ໄດ້ ​ຊ່ວຍແມ່​ຍິງ ແລະ ເດັກ​ຍິງ ໃນ​ການ​​ເຂົ້າ​ເຖິງ​ ຂໍ້​ມູນຂ່າວ​ສານ ແລະ ການ​ບໍ​ລິ​ການສຸ​ຂະ​ພາບ ​ທາງ​ເພດ ແລະ ການ​ບໍ​ລິ​ການ​​ສຸ​ຂະ​ພາບ​ຈະ​ເລີນ​ພັນ ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ ພ້ອມ​ໃຫ້​ມີ​ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການ ​ທີ່​ຈຳ​ເປັ​ນ. ຜະ​ດຸງ​ຄັນ​ຮັບ​ປະ​ກັນ​ສິດ​ທິ ​ສຸ​ຂະ​ພາບ​ຈະ​ເລີນ​ພັນ ແລະ ສະ​ໜັບ​ສະ​ໜູນ ​ທຸກ​ຄວາມ​ພະ​ຍາ​ຍາ​ມ ເພື່ອ​ໃຫ້​ອັດ​ຕາ​ຄວາມ​ຕ້ອງ​ການ ​​ການ​ວາງ​ແຜນ​ຄອບ​ຄົວ​ແຕ່​ຍັງ​ບໍ່​ໄດ້ ​ເຂົ້າ​ເຖິງ​ໃຫ້ຫລຸດ​ລົງ ​ແລະ ອັດ​ຕາ​ການ​ຕາຍ​ຂອງ​ແມ່ ໃຫ້ເປັນສູນ.

ພາບ - ຂ່າວ: ມະນີ​ທອນ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.