Header Ads

ເຫດລົດໃຫຍ່ປີ້ນ ເສຍຊີວິດຄ່າທີ 2 ຄົນ ບາດເຈັບ 1 ຄົນ ຈຸດເກີດເຫດທີ່ຫຼັກ 28 ເມືອງໄຊທານີ ນະຄອນຫຼວງວຽງຈັນ



ອີງຕາມການລາຍງານຂອງໜ່ວຍກູ້ໄພ 1623 ວ່າ : ໃນວັນທີ 08/05/2018 ເວລາ15:34 ນາທີ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນວ່າມີເຫດ ລົດໃຫຍ່ເສຍຫຼັກປີ້ນລົງຂ້າງທາງ ໂດຍຈຸດເກີດເຫດແມ່ນຢູ່ຫຼັກ 28 ເມືອງໄຊທານີ ແຂວງນະຄອນຫຼວງວຽງຈັນ ເມື່ອໜ່ວຍກູ້ໄພໄປຮອດຈຸດເກີດເຫດກໍພົບວ່າມີ ຄົນເຈັບ1ຄົນ ເປັນເພດຊາຍ ເຊິ່ງອາການເບື້ອງຕົ້ນແມ່ນ,ມີບາດແຜຕາມຕົນໂຕ, ເຈັບສັນຫຼັງ ແລະ ມີສະຕິດີ.



ກວດສອບໍລິເວນເກີດເຫດ ພົບ ຜູ້ເສຍຊີວິດ 2 ລາຍ ເພດຊາຍທັງ2 ອາການກະທົບຫົວ ຢ່າງຮຸ່ນແຮງ ແລະ ແຂນຫັກ (ພີ່ນ້ອງຂໍປິດບັງຂໍ້ມູນ)
ດັ່ງນັ້ນ ໜ່ວຍກູ້ໄພມູນນິທິຈຶ່ງໄດ້ທຳການປະຖົມພາຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງຄົນເຈັບໄປທີ່ສຸກສາລາຫຼັກ 21. ສ່ວນສົບຜູ້ເສຍຊີວິດນຳສົ່ງໃຫ້ພີ່ນ້ອງເຮັດຕາມຮີດຄອງສາດສະຫນາຕໍ່ໄປ.






ບາດເຈັບສຸກເສີນໂທ 1623ຕະຫຼອດ24ຊົ່ວໂມງ (ຈຸດດົງໂດກ)
ທີ່ມາ: ໜ່ວຍກູ້ໄພ 1623

No comments

Powered by Blogger.