Header Ads

4.000 ຂຸມ ດິນແດນແຫ່ງຄວາມອັດສະຈັນ ທີ່ແຂວງສາລະວັນ




ແຂວງສາລະວັນກໍເປັນອີກແຂວງໜຶ່ງທີ່ມີນັກທ່ອງທ່ຽວໃຫ້ຄວາມສົນໃຈຫຼາຍ ເພາະເປັນແຂວງທີ່ມີເສດຖະກິດກຳລັງຂະຫຍາຍຕົວຂຶ້ນ ເລື້ອຍໆ ໂດຍສະເພາະແມ່ນ ວຽກງານການທ່ອງທ່ຽວທີ່ມີຫຼາຍ ຊົນເຜົ່າດຳລົງຊີວິດ ຢູ່ດ້ວຍກັນ ແລະ ມີສະຖານທີ ທ່ອງທ່ຽວທີ່ໜ້າສົນໃຈບໍ່ ນ້ອຍໜ້າຈາກແຂວງອື່ນໆ, ໂດຍສະເພາະກໍແມ່ນສະຖານ ທີ່ທ່ອງທ່ຽວ 4.000 ຂຸມ.



ສະຖານທີ່ທ່ອງທ່ຽວ 4.000 ຂຸມ ເປັນສະຖານທີ່ ທ່ອງທ່ຽວທີ່ມີຄວາມໂດດ ເດັ່ນ ແລະ ໜ້າອັດສະຈັນ ກຳເນີດເກີດຂຶ້ນຈາກທຳມະຊາດ ເຊິ່ງສະຖານທີ່ດັ່ງກ່າວ ແມ່ນກຳລັງເປັນທີ່ສົນໃຈ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ລະດູ ການທ່ອງທ່ຽວ 4.000 ຂຸມ ແມ່ນເລາະລຽບໄດ້ເລີ່ມມາແຕ່ເດືອນມັງກອນ ໄປຈົນ ເຖິງ ເດືອນພຶດສະພາຂອງ ທຸກໆປີ ເຊິ່ງສະຖານທີ່ດັ່ງ ກ່າວ ແມ່ນຢູ່ຕາມ ລໍາແມ່ນໍ້າ ຂອງທີ່ເກີດຈາກ ການກັດ ເຊາະຂອງແມ່ນໍ້າຂອງເຮັດ ໃຫ້ເກີດເປັນປະຕິມາ ກໍາທີ່ ໜ້າມະຫັດສະຈັນ, ໂດຍມີບັນ ດາກ້ອນຫີນຂະຫນາດ ນ້ອຍ- ໃຫຍ່ ທີ່ໄດ້ຖືກສາຍນໍ້າກັດ ເຊາະມາເປັນ ເວລາຫຼາຍປີ ເຮັດໃຫ້ກາຍ ເປັນຮູບແບບ ຕ່າງໆນໍາມາ ໃຫ້ເກີດຄວາມ ສວຍສົດງົດງາມ ແລະ ແປກ ຕາແປກໃຈ ທີ່ທຳມະຊາດ ໄດ້ສ້າງຂຶ້ນມາ ຢ່າງມະຫັດ ສະຈັນ.




4.000 ຂຸມ ເຖິງຈະມີ ມາຫຼາຍຮ້ອຍປີແລ້ວກໍຕາມ, ແຕ່ໄລຍະຜ່ານມາບໍ່ຄ່ອຍມີ ໃຜສົນໃຈພໍປານໃດ, ຕົກມາ ໃນໄລຍະ 10 ປີຫຼັງຜ່ານມາ ນີ້ ວຽກງານການທ່ອງທ່ຽວ ໄດ້ມີການເຕີບໃຫຍ່ຂະ ຫຍາຍຕົວຂຶ້ນເປັນກ້າວໆ ຈຶ່ງ ໄດ້ກໍານົດເອົາຈຸດດັ່ງກ່າວ ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວ ທີ່ມີຄວາມໜ້າສົນໃຈ ຂອງເມືອງ ລະຄອນເພັງ, ແຂວງສາລະວັນ.



ສໍາລັບທ່ານຈິດທີ່ມີ ຄວາມຕ້ອງການໄປທ່ຽວ ຊົມສະຖານທີ່ທ່ອງທ່ຽວ 4.000 ຂຸມໃນເວລາທ່ອງ ທ່ຽວທີ່ເຫມາະສົມທີ່ສຸດ ຄືຕອນເຊົ້າ ແລະ ຕອນແລງໆ ເພື່ອຊົມພະອາທິດພົ້ນຈາກ ຂອບຟ້າຍາມເຊົ້າ ແລະ ພະ ອາທິດລົງລັບຂອບຟ້າຍາມແລງ ແລະ ຕາເວັນຕົກດິນ ບອກໄດ້ເລີຍວ່າເປັນໄລຍະ ທີ່ມີຄວາມງົດງາມທີ່ສຸດ. ນອກຈາກນີ້, ຕາມຈຸດຕ່າງໆ ຍັງສາມາດເກັບພາບທີ່ມີ ຄວາມໂດດເດ່ັນ ແລະ ງົດ ງາມໄດ້ອີກ ເຊິ່ງທ່ານຈະບໍ່ ຜິດຫວັງແນ່ນອນ ເມື່ອ ທ່ານ ໄດ້ສໍາຜັດດ້ວຍຕົວເອງ. ເຊິ່ງ ນັກທ່ອງທ່ຽວສາມາດເດີນ ທາງໄປໄດ້ທີ່ບ້ານທ່າຄັນ ຊຸມຊົວ ເມືອງລະຄອນເພັງ ແຂວງສາລະວັນ ຫຼື ສາມາດ ພົວພັນສອບຖາມໄປຍັງ ຫ້ອງການ ຖວທ ເມືອງລະ ຄອນເພັງ ຈະມີພະນັກງານ- ວິຊາການ ປະຈໍາທ້ອງຖິ່ນ ເປັນຜູ້ປະສານງານ ແລະ ນຳພາທ່ານ ໄປເຖິງສະຖານ ທີ່ ທ່ອງທ່ຽວຢ່າງສະດວກ ສະບາຍ.



ໃນປີ 2017 ທີ່ຜ່ານ ມາ ທາງແຂວງໄດ້ລົງສຳ ຫລວດ ແລະ ຄົ້ນພົບຖໍ້າ ແຫ່ງ ໃໝ່ທັງໝົດ 9 ຖໍ້າ, ທີ່ເຂດ ອຸທິຍານພູຜາສຸກ ເຊິ່ງ ເປັນ ເຂດທີ່ເໝາະແກ່ການທ່ອງ ທ່ຽວ ແລະ ເປັນສະຖານ ທີ່ ທ່ອງທ່ຽວໃໝ່ຂອງ ແຂວງ ຕິດພັນກັບການພັດທະນາ ແບບກວມລວມໃນເຂດພູ ພຽງບໍລິເວນ ແລະ ເປັນການ ເຊື່ອມຕໍ່ການທ່ອງທ່ຽວໃນ 4 ແຂວງພາກໃຕ້ ແລະ ເປີດ ໃຫ້ບໍລິການແກ່ນັກທ່ອງ ທ່ຽວແລ້ວ ຈໍານວນ 5 ຖໍ້າ.



ປັດຈຸບັນ ແຂວງສາລະ ວັນ ໄດ້ຂຶ້ນບັນຊີແຫຼ່ງທ່ອງ ທຽ່ວຂອງແຂວງໄວ້ທັງໝົດ 96 ແຫ່ງ, ໃນນັ້ນ ມີແຫຼ່ງ ທ່ອງທ່ຽວທາງທໍາມະຊາດ 53 ແຫ່ງ, ວັດທະນະທຳ 37 ແຫ່ງ ແລະ ແຫຼ່ງທ່ອງທຽ່ວ ທາງປະຫວັດສາດ 6 ແຫ່ງ, ມີໂຮງແຮມ 7 ແຫ່ງ, ເຮືອນ ພັກ 50 ແຫ່ງ, ຮ້ານອາຫານ 48 ແຫ່ງ, ຮ້ານກິນດື່ມ 64 ແຫ່ງ, ຮ້ານບັນເທີງ 8 ແຫ່ງ, ໃນນັນ ໂຮງແຮມທີ່ໄດ້ລະດັບ 2 ດາວມີ 1 ແຫ່ງ, ໄດ້ລະດັບ 1 ດາວມີ 1 ແຫ່ງ, ລະດັບ ເຮືອນພັກໄດ້ຮັບມາດຕະ ຖານ ດອກຈຳປາ 2 ດອກ ມີ 2 ແຫ່ງ, ໄດ້ຮັບລະດັບ 1 ດອກມີ 2 ແຫ່ງ, ໂດຍໃນປີ 2017 ມີນັກທ່ອງທຽ່ວ ເຂົ້າ ທຽ່ວຢູ່ ແຂວງສາລະວັນ 93 ພັນກວ່າຄົນ, ຄາດຄະ ເນລາຍຮັບຈາກການທ່ອງ ທຽ່ວ ທ່ອງໄດ້ 14 ລ້ານ ໂດລາສະຫາລັດ ແລະ ໃນ ປີ 2018 ນີ້, ຄາດວ່າຈະມີ ນັກທ່ອງທຽ່ວທັງພາຍໃນ ແລະ ຕ່າງປະເທດເຂົ້າທ່ຽວ ແຂວງສາລະວັນ 95 ພັນ ກວ່າຄົນ ແລະ ຈະມີລາຍ ຮັບ ຈາກການທ່ອງທ່ຽວ ປະມານ 15 ລ້ານໂດລາ ສະຫາລັດ.


ພາບ-ບົດຄວາມ : ນສພ ລາວພັດທະນາ 

No comments

Powered by Blogger.