Header Ads

ມາຮູ້ຈັກ ນາງວັນວິໄລເພັດສະໄພວັນຜູ້ຍາດໄດ້ອັນດັບທີ I ໃນການສອບເສັງນັກຮຽນເກັ່ງລະດັບຊາດ



ຜົນການເຂົ້າຮ່ວມສອບເສັງນັກຮຽນເກັ່ງ ລະດັບຊາດຂອງແຂວງຈໍາປາສັກ ປະຈໍາສົກຮຽນ 2017-2018 ທ່ີ ນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 24-27 ເມສາ 2018 ຜ່ານມາເຫັນວ່າປະສົບຜົນສໍາເລັດໃນລະດັບດີ ສາມາດເສັງຕິດອັນດັບທີ 1-3 ໄດ້ຈໍານວນ 5 ຄົນ ຕົ້ນຕໍກໍ່ແມ່ນນັກຮຽນຈາກ ມສ. ໂພນໄຊ ເມືອງປາກເຊ ມີຈໍານວນ 3 ຄົນ. ໃນນັ້ນຕິດອັນດັບທັອບສູງສຸດຂອງປະເທດ ກໍ່ແມ່ນນາງວັນວິໄລ ເພັດສະໄພວັນ.

ນາງ ວັນວິໄລ ເພັດສະໄພວັນ ອາຍຸ 19 ປີ, ນັກຮຽນເກັ່ງຊັ້ນ ມໍໍ 7 ມສ. ໂພນໄຊ ຊຶ່ງເປັນຕົວແທນໃຫ້ແກ່ນັກຮຽນເກັ່ງຂອງແຂວງ ເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດໃນວິຊາພາສາລາວ-ວັນນະຄະດີ ທີ່ສາມາດຍາດໄດ້ອັນດັບທີ 1 ໄດ້ຮັບເງິນລາງວັນ 10 ລ້ານກີບ, ນາງ ວັນວິໄລ ເພັດສະໄພວັນ ກ່າວວ່າ: ກ່ອນຈະມາເປັນນັກຮຽນເກັ່ງໄດ້ຍ້ອນນ້ອງເອງມີຈິດໃຈມັກຮຽນວິຊາ ພາສາລາວ-ວັນນະຄະດີ ເປັນພິເສດ ມາແຕ່ໄລຍະຮຽນຢູ່ຊັ້ນປະຖົມ ເຊິ່ງມີແຮງຈູງໃຈຈາກຮຸ່ນເອື້ອຍຄົນໜຶ່ງ ໂດຍເຫັນເພິ່ນໄປຮ່ວມເສັງນັກຮຽນເກັ່ງລະດັບຊາດ ສາມາດຍາດໄດ້ອັນດັບ 3 ກໍ່ເກີດມີແນວຄິດ, ມີຄວາມຫວັງຢາກເຮັດໄດ້ຄືເພິ່ນ ຈຶ່ງຖືເອົາເພິ່ນເປັນແບບຢ່າງ, ເລີ່ມແຕ່ນັ້ນມາກໍ່ພະຍາຍາມຄົ້ນຄ້ວາຮໍ່າຮຽນໃຫ້ດີທີ່ສຸດ. ສໍາລັບວິທີການຄົ້ນຄ້ວາຮໍໍ່າຮຽນກໍ່ຄ້າຍໆຄືກັບໝູ່ເພື່ອນຄື: ເວລາຮຽນໃນຫ້ອງກໍ່ຕັ້ງໃຈຟັງຄໍາຄູອະທິບາຍ, ຈົດກ່າຍ, ດຸໝັ່ນແກ້ບົດຝຶກຫັດ, ບໍ່ເຂົ້າໃຈກໍ່ຖາມ ແລະ ເວລານອກໂມງຮຽນກໍ່ຄົ້ນຄ້ວາດ້ວຍຕົນເອງ ສະເພາະແມ່ນວິຊາພາສາລາວ-ວັນນະຄະດີ ແມ່ນຕ້ອງໄດ້ດຸໝັ່ນອ່ານປຶ້ມ, ໝັ່ນເລົ່າກ່ຽວກັບອັກຂະຫຼະວິທີ, ໝັ່ນແຕ່ງເລື່ອງ, ແຕ່ງກາບກອນ ຈິ່ງຈະເຮັດໃຫ້ມີຄວາມເຂົ້າໃຈ ສາມາດພັດທະນາຕົນເອງກ້າວຂຶ້ນເລື້ອຍໆ.

ນາງ ວັນວິໄລ ເພັດສະໄພວັນ ກ່່າວຕື່ມວ່າ: ຜົນສໍາເລັດໃນການສອບເສັງນັກຮຽນເກັ່ງຄັ້ງນີ້ ຖືເປັນຄວາມພາກພູມໃຈຢ່າງສູງ ທີ່ຕົນສາມາດນໍາເອົາຜົນສໍາເລັດອັນມີກຽດ ແລະ ຊື່ສຽງ ມາໃຫ້ຄອບຄົວ, ໂຮງຮຽນ ກໍ່ຄືແຂວງຈໍາປາສັກ ແລະ ຜົນສໍາເລັດດັ່ງກ່າວເກີດຂຶ້ນໄດ້ແມ່ນຍ້ອນຫຼາຍປັດໄຈຄື: ນອກຈາກຄວາມພະຍາຍາມໃນການຄົ້ນຄ້ວາຮໍ່າຮຽນຂອງຕົນເອງແລ້ວ ກໍ່ຍັງມີຄູອາຈານ ແລະ ຄອບຄົວ ທີ່ໃຫ້ການຊ່ວຍເຫຼືອຢ່າງພຽບພ້ອມໃນແຕ່ລະດ້ານເປັນຕົ້ນການສົ່ງຄວາມຮູ້, ການອົບຮົມບົ່ມສອນດ້ານຄຸນສົມບັດ, ດ້ານວັດຖຸຕ່າງໆທີ່ຈໍາເປັນໃຫ້ແກ່ການຮຽນ. ໃນອະນາຄົດຕົນເອງກໍ່ຈະສືບຕໍ່ພັດທະນາດ້ານການສຶກສາຮໍ່າຮຽນໃຫ້ດີຂຶ້ນກ່ວາເກົ່າ ເພື່ອກ້າວໄປເຖິງຈຸດໝາຍທີ່ຫວັງໄວ້ຄືຢາກສຶກສາຕໍ່ໃນລະດັບການສຶກສາ ວິຊາຊີບ ກ່ຽວກັບວິຊາ ແພດສາດ ແລະ ໃນຄອບຄົວຂອງນ້ອງມີຈໍານວນ 6 ຄົນ, ໃນນັ້ນມີອ້າຍເອື້ອຍນ້ອງຮ່ວມກັນ 3 ຄົນ, ນ້ອງເປັນລູກຄົນທີ 2, ເມື່ອກ່ອນພໍ່ເປັນທະຫານ ( ປັດຈຸບັນເພິ່ນພັກຜ່ອນເຂົ້າຮັບບໍານານແລ້ວ), ສ່ວນແມ່ມີອາຊີບຄ້າຂາຍ ປັດຈຸບັນຢູ່ບ້ານພັດທະນາ ສະພານໄຊ ເມືອງປາກເຊແຂວງຈໍາປາສັກ.

ນາງ ລັດຕະນາ ວິໄລສານ ຄູສອນວິຊາພາສາລາວ-ວັນນະຄະດີ ກ່າວວ່າ: ໂດຍພື້ນຖານແມ່ນເນັ້ນການສອນຕາມຫຼັກວິຊາຄູ, ພ້ອມເອົາໃຈໃສ່ໃນການແຕ່ງບົດສອນໃຫ້ມີຄວາມສອດຄ່ອງ, ເໝາະສົມຕໍ່ລະດັບຄວາມຮັບຮູ້ຂອງນັກຮຽນ, ອີກດ້ານໜຶ່ງກໍ່ຖືສໍາຄັນກ່ຽວກັບການສົ່ງຄວາມຮູ້ໃຫ້ນັກຮຽນ ເຊິ່ງເນັ້ນຄໍາອະທິບາຍຊັດເຈນ, ໃຊ້ປະໂຫຍກອະທິບາຍຮັບຟັງເຂົ້າໃຈງ່າຍ. ສໍາລັບນາງ ວັນວິໄລ ເພັດສະໄພວັນ ຊຶ່ງແມ່ນນັກຮຽນທີ່ຂ້າພະເຈົ້າເປັນຜູ້ບໍາລຸງ, ສິດສອນ ໃນວິຊາພາສາລາວ-ວັນນະຄະດີ ຈົນສາມາດສອບເສັງນັກຮຽນເກັ່ງລະດັບຊາດຍາດໄດ້ອັນດັບ I ທີ່ເປັນແບບຢ່າງອັນດີເລີດໃຫ້ແກ່ໝູ່ເພື່ອນ, ໂດຍຜ່ານການສິດສອນຕົວຈິງໃນໄລຍະຜ່ານມາເຫັນວ່າ: ຜູ້ກ່ຽວມີພອນສະຫວັນທາງດ້ານການຮຽນວິຊາພາສາລາວ-ວັນນະຄະດີ ຊຶ່ງເວລາຮຽນເຂົ້າໃຈໄວ ສະນັ້ນຈິ່ງໄດ້ເລືອກເອົາຜູ້ກ່ຽວມີກໍ່ສ້າງໃຫ້ເປັນນັກຮຽນເກັ່ງຂອງໂຮງຮຽນ, ພ້ອມທັງໄດ້ແນະນໍາໃຫ້ຜູ້ກ່ຽວຕັ້ງໃຈຄົ້ນຄ້ວາຮໍ່າຮຽນເປັນປົກກະຕິ, ມີການບໍາລຸງສອນພິເສດ, ປັດໄຈສໍາຄັນແມ່ນການໃຫ້ບົດຝຶກຫັດ, ບົດແບບຢ່າງ ຊຶ່ງເປັນກິດຈະກໍາທີ່ນັກຮຽນຈະນໍາໃຊ້ແນວຄວາມຄິດຂອງຕົນປະກອບໃສ່ການຄົ້ນຄ້ວາກາຍເປັນການສ້າງຄວາມຊໍານານຫຼາຍຂຶ້ນ.

ທ່ານ ບາລີ ສໍປະເສີດ ຜູ້ອໍານວຍການ ມສ. ໂພນໄຊ ໃຫ້ຮູ້ວ່າ: ຜ່ານມາໄດ້ເປັນເຈົ້າການໃນການຊີ້ນໍາ-ນໍາພາ ຄູອາຈານພາຍໃນໂຮງຮຽນໃຫ້ສຸມໃສ່ການສິດສອນທີ່ມີຄຸນນະພາບຄື: ສອນໄປແລ້ວໃຫ້ນັກຮຽນສາມາດຮັບຮູ້ເຂົ້າໃຈ, ພ້ອມດຽວກໍ່ໄດ້ມີການຈັດຕັ້ງຄູອາຈານສອນບໍາລຸງໃນແຕ່ລະຊັ້ນຮຽນ, ແຕ່ລະວິຊາ ເພື່ອເພີ່ມຄວາມຮູ້ໃຫ້ແກ່ນັກຮຽນ, ມີການຊຸກຍູ້ໃຫ້ແຕ່ລະຊັ້ນຮຽນມີການແຂ່ງຂັນນັກຮຽນເກັ່ງໃນແຕ່ລະເດືອນ ເພື່ອສ້າງບັນຍາກາດໃນການຮໍ່າຮຽນໃຫ້ເປັນຂະບວນຟົດຟື້ນ.
ພ້ອມນີ້, ມສ. ໂພນໄຊ ກໍ່ຍັງມີນັກຮຽນເກັ່ງທີ່ສາມາດສອບເສັງນັກຮຽນເກັ່ງຕິດອັນດັບຊາດຄື: ນາງ ລົດຈະນາ ອິນທະວົງ ອາຍຸ 16 ປີ, ມໍ4 ເສັງຕິດອັນດັບ2 ວິຊາ ພາສາລາວ-ວັນນະຄະດີ ປັດຈຸບັນຢູ່ບ້ານ ພັດທະນາ ຫ້ວຍຍາງຄໍາ, ນາງ ພອນທິບ ແສງສີສູນທອນ ອາຍຸ 15 ປີ, ມໍ4 ເສັງຕິດອັນດັບ3 ວິຊາ ຟິຊິກສາດ ປັດຈຸບັນຢູ່ບ້ານ ພັດທະນາ ຫ້ວຍປູນ.

ຂ່າວ-ພາບ: ຈັນທະວີສັກ (ໜັງສືພິມຈໍາປາໃໝ່)

No comments

Powered by Blogger.