Header Ads

ລາວ-ໄທອະນຸມັດໂຄງການກໍ່ສ້າງຂົວມິດຕະພາບແຫ່ງທີ 5 ລະຫວ່າງບໍລິຄຳໄຊ-ບຶງການ





ສຳນັກຂ່າວວຽງຈັນທາມ ລາຍງານເມື່ອຕອນເຊົ້າຂອງມື້ນີ້ ( 24 ພຶດສະພາ 2018 )ວ່າ:  ເຈົ້າໜ້າທີ່ຈາກກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງບໍ່ປະສົງອອກນາມ ໄດ້ໃຫ້ຂໍ້ມູນເມື່ອວັນອັງຄານທີ່ຜ່ານມາວ່າ ລັດຖະບານລາວ ແລະ ໄທ ໄດ້ອະນຸມັດແຜນການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ແລ້ວ ຫຼັງການພົບປະຢູ່ທີ່ປາກເຊ ແຂວງຈຳປາສັກ ເມື່ອບໍ່ດົນມານີ້.

ພ້ອມກັນນັ້ນ ກໍມີແຜນທີ່ຈະກໍ່ສ້າງຂົວມິດຕະພາບແຫ່ງທີ 6 ເຊິ່ງຈະເຊື່ອມຕໍ່ແຂວງສາລະວັນ ແລະ ແຂວງອຸບົນລາຊະທານີເຊັ່ນກັນ. ໂດຍຂົວທັງສອງແຫ່ງນີ້ ຈະດຳເນີນການກໍ່ສ້າງໃນໄລຍະດຽວກັນ ແຕ່ວ່າກຳນົດເວລາໃນການເລີ່ມຕົ້ນກໍ່ສ້າງແມ່ນຍັງຕ້ອງໄດ້ພິຈາລະນາກັນອີກເພີ່ມເຕີມ. ຂົວມິດຕະພາບລາວ-ໄທແຫ່ງທີ 5 ນີ້ ຖືກອອກແບບມາເພື່ອເຊື່ອມຕໍ່ລະຫວ່າງສອງປະເທດ ເຊິ່ງຄາດວ່າຈະເພີ່ມທະວີການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການຂົນສົ່ງໃນພາກພື້ນ.
ເມື່ອສຳເລັດການກໍ່ສ້າງແລ້ວ ຂົວດັ່ງກ່າວນີ້ຈະເປັນເສັ້ນທາງໃຫຍ່ທີ່ເຊື່ອມຕໍ່ໄທກັບອີກຫຼາຍໆເມືອງໃນປະເທດຫວຽດນາມ ເຊິ່ງຈາກບຶງການຫາແຂວງເຫງ້ອານຂອງຫວຽດນາມຜ່ານເສັ້ນທາງເລກທີ 8 ຂອງແຂວງບໍລິຄຳໄຊ ມີໄລຍະທາງ 150 ກິໂລແມັດ ເຊິ່ງຈາກເມືອງເຫງ້ອານ ຈະສາມາດເຊື່ອມຕໍ່ກັບຮ່າໂນ້ຍ, ດານັງ ແລະ ພື້ນທີ່ອື່ນໆຂອງຫວຽດນາມ.

ວຽງຈັນທາມຍັງລະບຸຕື່ມອີກວ່າ ຂົວມິດຕະພາບແຫ່ງທີ 5 ນີ້ ຈະເປັນການເປີດປະຕູໃຫ້ແກ່ນັກທ່ອງທ່ຽວໄທ ເພື່ອເດີນທາງໄປສູ່ແຂວງຊຽງຂວາງ ແລະ ຫົວພັນ. ນອກຈາກນັ້ນ ກໍຈະເປັນການຊຸກຍູ້ເສດຖະກິດຂອງແຂວງບໍລິຄຳໄຊ ເຊິ່ງກຳລັງຂະຫຍາຍໂຕດີ ພ້ອມກັນນັ້ນກໍຈະເປັນການເພີ່ມການສົ່ງອອກສິນຄ້າກະສິກຳລະຫວ່າງລາວ ແລະ ໄທນຳອີກ.

ຂໍ້ມູນ: Vientaine time & Muan.la 
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.