Header Ads

ລັດຖະບານເກັບລາຍຮັບໄດ້ດີຂຶ້ນ 4 ເດືອນບັນລຸໄດ້ເກືອບ30%ຂອງແຜນປີ



ໃນວັນທີ 22 ພຶດສະພາ 2018 ທີ່ແຂວງອັດຕະປື, ໄດ້ມີກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2018 ໃນ 4 ເດືອນຜ່ານມາ (ເດືອນມັງກອນ-ເມສາ 2014)  ທັງເປັນການປຶກສາຫາລືການສ້າງແຜນງົບປະມານແຫ່ງລັດປີ 2019 ໃຫ້ 4 ແຂວງພາກໃຕ້ (ແຂວງຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປື)ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ, ເປັນກຽດເຂົ້າຮ່ວມຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື, ມີທ່ານ ຮອງເຈົ້າແຂວງມາຈາກ 4 ແຂວງພາກໃຕ້, ມີປະທານສະພາປະຊາຊົນແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວຫນ້າພະແນກການເງິນແຂວງ ແລະ ພະນັກງານວິຊາການຂະແໜງການເງິນແຂວງເຂົ້າຮ່ວມ.

ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ:  ການຈັດຕັ້ງປະຕິບັດໃນ 4 ເດືອນຜ່ານມາ (ເດືອນມັງກອນ-ເມາສາ 2018) ທົ່ວປະເທດສາມາດຈັດເກັບລາຍຮັບໄດ້ທັງໝົດ 28,6% ຂອງແຜນການປີ, ໃນນັ້ນ ລາຍຮັບພາຍໃນປະຕິບັດໄດ້ 31,45% ຂອງແຜນການປີ (ສະເພາະລາຍຮັບຂອງທ້ອງຖິ່ນປະຕິບັດໄດ້ 29,1% ຂອງແຜນການປີ).

ຂະນະທີ່ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນໃນກອງປະຊຸມວ່າ: ການປະຕິບັດລາຍຮັບ 4 ເດືອນຜ່ານມາ: ປະຕິບັດໄດ້ 7.291,20 ຕື້ກີບ ເທົ່າກັບ 57,9% ຂອງແຜນ 6 ເດືອນຕົ້ນປີ ຫຼື ເທົ່າກັບ 28,6% ຂອງແຜນການປີ.
ໃນນີ້ ລາຍຮັບຊ່ວຍເຫຼືອລ້າ 153,16 ຕື້ກີບ, ລາຍຮັບພາຍໃນປະຕິບັດໄດ້ 7.138,03 ຕື້ກີບ ເທົ່າກັບ 63,6% ຂອງແຜນການ 6 ເດືອນຕົ້ນປີ ຫຼື ເທົ່າກັບ 31,45% ຂອງແຜນການປີ. ໃນນີ້, ສູນກາງປະຕິບັດໄດ້ 5.691,38 ຕື້ກີບ ເທົ່າກັບ 32,1% ສໍາລັບທ້ອງຖິ່ນປະຕິບັດໄດ້ 1.446,65 ຕື້ກີບ ເທົ່າກັບ 29,1% ຂອງແຜນການປີ.
ພາບ ແລະ ຂ່າວ: ກະຊວງການເງິນ

No comments

Powered by Blogger.