Header Ads

ນໍ້າຖ້ວມເຂດບ້ານຫ້ວຍມົດສົ້ມ ເມືອງປາກລາຍ ແຂວງໄຊຍະບູລີ





ອີງຕາມການລາຍງານຈາກປະຊາຊົນໃນວັນທີ 1 ພືດສະພາ 2018 ວ່າ: ເກີດນໍ້າຖ້ວມ ບ້ານຫ້ວຍມົດສົ້ມ ເມືອງປາກລາຍ ແຂວງໄຊຍະບູລີ ເນື່ອງມາຈາກຝົນຕົກໜັກຫຼາຍຊົວໂມງ ໂດຍເລີ່ມຕົກມາແຕ່ວັນທີ30 ເມສາ 2018 ແລະ ຕົກອີກຄັ້ງທີສອງຮຸນແຮງກວ່າເກົ່າໃນວັນທີ 1 ພຶດສະພາ 2018 ຈົນເຮັດໃຫ້ບ້ານເຮືອປະຊາຊົນ, ໄຮ່ນາ ແລະ ເສັ້ນທາງເຂດບ້ານຫ້ວຍມົດສົ້ມ ເມືອງປາກລາຍ ແຂວງໄຊຍະບູລີ ຖືກນ້າຖ້ວມຢ່າງໜັກ.  





ຂໍ້ມູນເບື້ອງຕົ້ນຈາກປະຊາຊົນລະບຸວ່າ ແຕ່ລະປີເກີດຈະນໍ້າຖ້ວມບ້ານຫ້ວຍມົດສົ້ມ ສ້າງຄວາມເສຍຫາຍຫຼາຍຮ້ອຍລ້ານກີບ  ພ້ອມດຽວກັບບ້ານດັ່ວກ່າວຍັງນອນຢູ່ໃນບ້ານສ່ຽງໄພຈາກທຳມະຊາດຂອງເມືອງປາກລາຍ ແຂວງໄຊຍະບູລີ.










ພາບ-ຂ່າວ: ແສງປະເສີດ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.