Header Ads

ເຫດລົດໃຫຍ່ເສຍຫຼັກຕຳຫຼັກເສົາໄຟ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ



ອີງຕາມການລາຍງາຂອງໜ່ວຍກູ້ໄພວ່າ : ໃນວັນທີ 01/5/2018 ເວລາ 05:58 ນາທີ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນວ່າມີລົດໃຫຍ່ຕຳຫຼັກເສົາໄຟ ໂດຍຈຸດເກີດເຫດແມ່ນໜ້າໂຮງງານເບຍ . ເມື່ອໜ່ວຍກູ້ໄພໄປຮອດຈຸດເກີດເຫດກໍພົບວ່າມີຄົນເຈັບ 1 ຄົນ  ເປັນເພດຍິງ ອາຍ 21ປີ ອາຊີບ ພ/ງ ບ້ານ ໜອງແຫ້ວ ເມືອງ ຫາດຊາຍຟອງ  ນະຄອນຫຼວງວຽງຈັນ ເຊິ່ງອາການເບື້ອງຕົ້ນແມ່ນເຈັບຂໍ້ຕີນເບື້ອງຂວາ ແລະ ມີບາດແຜຕາມຕົນໂຕ.




ດັ່ງນັ້ນ ໜ່ວຍກູ້ໄພຈຶ່ງໄດ້ທຳການປະຖົມພາຍາບານຂັ້ນເບື້ອງຕົ້ນແລ້ວ ນຳສົ່ງໂຮງຫມໍເສດຖາ








ບາດເຈັບສຸກເສີນໂທເບີ 1623 ຕະຫຼອດ 24 ຊົ່ວໂມງ (
ຈຸດໜອງໄຮ)
ພາບ-ຂ່າວ:ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 

No comments

Powered by Blogger.