Header Ads

ສຸກສັນ-ຈັນສຸດາ ຄູ່ຮັກຈິດອາສາ ໜຸ່ມສາວໜ່ວຍກູ້ໄພ ຈູງມືເຂົ້າກັນປະຕູວິວາ


ຕ້ອງວ່າບອກເປັນອີກຄູ່ສາຍຈິດອາສາ ຂອງຄອບຄົວໜ່ວຍກູ້ໄພມູນນິທິ 1623 ໂດຍທັງຄູ່ ທ້າວ ສຸກສັນ (ເປັດ) ແລະ ນາງ ຈັນສຸດາ (ເຄັດ) ພົບຮັກໃນລະຫວ່າງເຮັດວຽກຈິດອາສາຊ່ວຍສັງຄົມ ເຊິ່ງຂໍ້ມູນບອກວ່າ ທັງຄູ່ມັກເຮັດວຽກຊ່ວຍເຫຼືອສັງຄົມ, ມັກຊ່ວຍເຫຼືອຜູ້ອື່ນ, ມີຈິດອາສາ ແລະ ມີຫຼາຍຢ່າງທີ່ຮັກ-ມັກຄ້າຍຄືກັນ ພ້ອມກັບໄດ້ເຮັດວຽກນໍາກັນທຸກມື້ ຈື່ງເກີດເປັນຄວາມເຂົ້າໃຈ, ຄວາມໃກ້ຊີດ, ຄວາມຫວັງ, ຄວາມຝັນ , ຄວາມຫວ່ງໄຍ ແລະ ກາຍເປັນ “ຄວາມຮັກ” ໃນທີ່ສຸດ ຈົນຕັດສີນໃຈ ຈູງມືກັນເຂົ້າກັນປະຕູວິວາຢ່າງອົບອຸ່ນດ້ວຍບັນຍາກາດແຫ່ງຄວາມຍີນດີ ຈາກເພື່ອນມິດ, ຍາດພີ່ນ້ອງ ແລະ ຕົ້ນສັງກັດໜ່ວຍກູ້ໄພມູນນິທິ 1623 . 













 ທີມງານ champapost.com ຂໍສະແດງຄວາມຍິນດີ ແລະ ຂໍໃຫ້ເປັນ​ຜົວ​ແກ້ວ​ເມຍ​ທິບ ​ແລະ ຮັກ​ກັນ​ຕະຫຼອດ ພ້ອມ​ກັນ​ສືບ​ຕໍ່​ເຮັດ​ວຽກງານຈິດອາສາ ເພື່ອຊ່ວຍເຫຼືອຍັງຄົມຕໍ່ໄປ.

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.