Header Ads

ນັກຮຽນຖືກຍິງ ທີ່ບ້ານພູແຊວ ເມືອງພູກູດ ແຂວງຊຽງຂວາງ



ແຂວງຊຽງຂວາງ : ມີລາຍງານຈາກຊາວບ້ານວ່າ ເກີດເຫດສະເທືອນຂັວນ ແລະ ຫົດຫູ່ ນັກຮຽນຖືກຍິງ ທີ່ບ້ານພູແຊວ  ແຂວງຊຽງຂວາງ  ເຊິ່ງເຫດດັ່ງກ່າວແມ່ນເກີດຂື້ນໃນວັນທີ 10 ພຶດສະພາ 2018 ຜ່ານມານີ້  ໂດຍຈະເກີດເຫດແມ່ນເຂດພື້ນທີ່ບ້ານພູແຊວ ເມືອງພູກູດ ແຂວງຊຽງຂວາງ ເຊິ່ງຄົນຮ້ານໄດ້ເຂົ້າມາຍິງນັກຮຽນທີ່ກຳລັງມາເຂົ້າໂຮງຮຽນ ເປັນເດັກຜູ້ຍິງອາຍຸ 13 ປີ ເຂົ້າ ຮ/ຮ ມໍ1 . ຂໍ້ມູນເບື້ອງຕົ້ນແມ່ນຈົ້າໜ້າທີ່ກຳລັງຊອກຫາຜູ້ຮ້າຍ ແລະ ສາເຫດການກໍ່ເຫດແບບອົງອາດແບບໄຮ້ຄວາມປານີ ແລະ ບໍ່ຮູ້ສຶກສົງສານນ້ອງນັກຮຽນທີ່ຍັງໄຮ້ດຽວສາ. 





ສໍາລັບຂໍ້ມູນເບື້ອງຕົ້ນນັກຮຽນທີ່ເປັນຜູ້ຖຶກຍິງໄດ້ຖືກນຳສົ່ງໂຮງໝໍແລ້ວ  ເຊິ່ງອາການຍັງບໍ່ທັນວິດຂີດອັນຕະລາຍ ແລະ ຢູ່ໃນການເບິ່ງແຍງຂອງແພດໝໍ .

© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.