Header Ads

ເກີດເຫດຄົນຕົກໜ້າຜາ ເສຍຊີວິດຄາທີ 1 ຄົນ ໃນຂະນະທີ່ໄປຊອກເອົາໃບຈັນແດງ



ແຂວງຄຳມ່ວນ : ໃນວັນທີ 9 ພຶດສະພາ ໄດ້ເກີດເຫດໜ້າເສົ້າໃຈ ໂດຍມີຄົນຕົກໜ້າຜາເສຍຊີວິດຄາທີ່ 1 ຄົນ ທີ່ບ້ານນາເມືອງ ເມືອງຄູນຄຳ ແຂວງຄຳມ່ວນ ເຊິ່ງຂໍ້ມູນຈາກການບອກເລົ່າຂອງຜູ້ທີ່ໄປນໍາກັນເລົ່າວ່າ ຜູ້ກ່ຽວຕົກລົງໜ້າຜາໃນຂະນະທີ່ກຳລັງໄປຊອກເອົາໄມ້ຈັນແດງ.






ຂໍ້ມູນເບື້ອງຕົ້ນແມ່ນບອກໃຫ້ຮູ້ວ່າ ໃນມື້ເກີດເຫດ 4 ຄົນໄດ້ພາກັນໄປຊອກເອົາໄມ້ຈັນແດງຢູ່ໜ້າຜາ , ມີພໍ່, ລູກຊາຍສອງຄົນ ແລະ ລຸງລວມກັນເປັນ 4 ຄົນ (ຜູ້ເສຍຊິວິດແມ່ນລູກຊາຍ). ໃນການໃຫ້ການຊ່ວຍເຫຼືອເບື້ອງຕົ້ນ ຊາວບ້ານຕ້ອງຍ່າງລະມັດລະວັງໄປຕາມໜ້າຜາ ກວ່າຈະໄປຮອດບ່ອນເກີດເຫດ ໃຊ້ເວລາ 3 ຊົ່ວໂມງ ຈຶ່ງຮອດ  ເນື່ອງຈາກເສັ້ນທາງຍາກລຳບາກ ຈິ່ງບໍ່ສາມາດເອົາສົບມາໄດ້ ເລີຍມ້ຽນສົບໄວ້ໃນໜ້າຜາກ່ອນ ແຕ່ດ້ວຍເຫດທີ່ບໍ່ມີດິນຝັງ ມີແຕ່ຫີນ ຈື່ງຈຳເປັນຕ້ອງເອົາໝາກຫີນຟັງເລີຍ ຈົນກວ່າຈະມີວິທີນຳເອົາສົບ ຫຼື ກະດູກຜູ້ເສຍຊີວິດຈາກເຫດດັ່ງກ່າວລົງມາໄດ້.




© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.