Header Ads

ກອງຄຸ້ມຄອງພາສີ V ເລັ່ງເກັບລາຍຮັບເຂົ້າງົບປະມານໄດ້ບັນລຸແຜນ 3.963 ຕື້ກີບ





ການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງເຈົ້າໜ້າທີ່ພາສີ ທີ່ຂຶ້ນກັບກອງຄຸ້ມຄອງພາສີ  V ໃນປີ 2018 ໄດ້ເພີ່ມທະວີຄວາມເຂັ້ມງວດຫຼາຍຢ່າງ, ເພື່ອອັດຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດບັນລຸຕາມແຜນການ ຫຼື ລື່ນແຜນການທີ່ໄດ້ຮັບການມອບໝາຍຈຳນວນ 3.963 ຕື້ກີບ.


ທ່ານ ສົມເພັດ ສີວົງໄຊ ຫົວໜ້າກອງຄຸ້ມຄອງພາສີ V ໄດ້ໃຫ້ສຳພາດຕໍ່ທີມຂ່າວການເງິນວ່າ: ກອງຄຸ້ມຄອງພາສີ V ປະກອບມີ 4 ແຂວງຂຶ້ນກັບ (ນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງວຽງຈັນ, ແຂວງໄຊສົມບູນ) ແລະ ມີ 4 ດ່ານພາສີສາກົນ, 3 ດ່ານທ້ອງຖິ່ນ, 5 ດ່ານປະເພນີຂຶ້ນກັບປີ 2018 ກອງຄຸ້ມຄອງພາສີ V ໄດ້ຮັບຕົວເລກມອບໝາຍຈາກກົມພາສີໃຫ້ຈັດເກັບລາຍຮັບເຂົ້າງົບປະມານທັງໝົດ 3.963 ຕື້ກີບ ກວມເອົາ 55% ຂອງລາຍຮັບລວມພາສີທົ່ວປະເທດ (7.200 ຕື້ກີບ) ໃນນັ້ນ, ໄດ້ແບ່ງຕົວເລກໃຫ້ແຕ່ລະແຂວງຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ສະເພາະນະຄອນຫຼວງວຽງຈັນໄດ້ຮັບຈຳນວນ 3.327 ຕື້ກີບ, ແຂວງບໍລິຄໍາໄຊ 630 ຕື້ກວ່າກີບ, ແຂວງວຽງຈັນ 4,8 ຕື້ກວ່າກີບ.



ຜ່ານການຈັດຕັ້ງປະຕິບັດວຽກງານເກັບລາຍຕົວຮັບຈິງນັບແຕ່ວັນທີ 1 ມັງກອນ-ວັນທີ 9 ພຶດສະພາ 2018 ສາມາດປະຕິບັດໄດ້ທັງໝົດ 1.322 ຕື້ກວ່າກີບ ເທົ່າກັບ 33,37% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນເພີ່ມຂຶ້ນ,​ ຊຶ່ງບັນດາແຂວງທີ່ສາມາດປະຕິບັດລາຍຮັບໄດ້ພົ້ນເດັ່ນກວ່າໝູ່ແມ່ນແຂວງບໍລິຄຳໄຊ, ໂດຍສະເພາະແມ່ນດ່ານພາສີສາກົນປາກຊັນ, ພຽງ 3 ເດືອນ ຕົ້ນປີ (ງວດທີ 1) ສາມາດປະຕິບັດໄດ້ 79 ຕື້ກວ່າກີບ ເທົ່າກັບ 131,37% ຂອງແຜນງວດ ແລະ ເທົ່າກັບ 39,09% ຂອງແຜນການປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ184,77%,

ສະເພາະນະຄອນຫຼວງວຽງຈັນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດເຫັນວ່າໄດ້ດີພໍສົມຄວນ ແລະ ມີລັກສະເພີ່ມຂຶ້ນທຸກໆປີ, ແຕ່ຖ້າທຽບໃສ່ຕົວເລກແຜນການທີ່ຖືກມອບໝາຍໃຫ້ຈັດເກັບແມ່ນຍັງບໍ່ທັນບັນລຸຕາມແຜນການ, ເນື່ອງຈາກວ່າຕົວເລກທີ່ຖືກມອບໝາຍຍັງສູງ, ແຕ່ຖ້າມາຄິດເປັນເປີເຊັນກວມເອົາ 24,10% ຂອງແຜນການປີ, ຊຶ່ງລາຍຮັບຫຼັກໆແມ່ນຈາກການນຳເຂົ້າພາຫະນະ, ນໍ້າມັນເຊື້ອໄຟ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກນຳເຂົ້າເພື່ອສົ່ງອອກ, ຄ່າທຳນຽມ ແລະ ອື່ນໆ. 

ເຖິງແນວໃດກໍຕາມ, ທ່ານ ສົມເພັດ ສີວົງໄຊ ຫົວໜ້າກອງຄຸ້ມຄອງພາສີ  V ຍັງໄດ້ຢືນຢັນກັບທີມຂ່າວການເງິນອີກວ່າ: ເພື່ອຮັບປະກັນໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດປີ 2018 ຂອງກອງຄຸ້ມຄອງພາສີ V ບັນລຸຕາມແຜນການ ຫຼື ລື່ນແຜນການ, ຕ້ອງໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ, ເອົາໃໃສ່ຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ, ເພີ່ມທະວີຊີ້ນຳ-ນຳພາວຽກງານການເມືອງແນວຄິດ, ​ເອົາໃຈໃສ່ປັບປຸງກົນໄກວຽກງານຕ້ານ ແລະ ສະກັດກັ້ນ, ເຂັ້ມງວດການປະຕິບັດ 10 ຂໍ້ຫ້າມຂອງພະນັກງານ-ລັດຖະກອນຂະແໜງການເງິນເພີ່ມທະວີການກວດກາ-ການຈັດຕັ້ງປະຕິບັດວຽກງານພາສີໃນກອງຄຸ້ມຄອງຂອງຕົນ, ເອົາໃຈໃສ່ສ້າງກົນໄກໃນການປະສານງານ, ກວດກາສິນຄ້າຜ່ານດ່ານພາສີໃຫ້ມີຄວາມຖືກຕ້ອງ ເພື່ອເປັນຂໍ້ມູນໃນການຈັດເກັບລາຍຮັບ ທັງນີ້, ກໍ່ເພື່ອເລັ່ງໃສ່ເປົ້າໝາຍການຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມແຜນການ ຫຼື ລື່ນແຜນການທີ່ທາງກົມພາສີ ກະຊວງການເງິນ ໄດ້ມອບໝາຍໃຫ້ຈຳນວນ 3.963 ຕື້ກີບ.

ແຫຼ່ງຂ່າວ: ກະຊວງການເງິນ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.