Header Ads

ກວດພົບເຫັນການສໍ້ລາດບັງຫຼວງໃນກຳລັງ ປກສ ມີມູນຄ່າເສຍຫາຍຫຼາຍຕື້ກີບ



ອີງຕາມການລາຍງາຂອງ ນສພ ລາວພັດທະນາ ວ່າ : ທ່ານພົນ​ຈັດຕະວາ ດວງປີ ດາມະນີວົງ ຮອງປະທານກວດກາພັກ, ຫົວໜ້າກົມກວດກາ-ກວດການກະຊວງປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ຮູ້​ວ່າ: ໃນປີຜ່ານມາ, ນອກຈາກ​ຜົນສຳ​ເລັດ​ ​ແລະ ​ໄຊຊະນະ​ຕ່າງໆທີ່​ຍາດ​ມາ​ໄດ້​ນັ້ນ, ກໍຍັງມີພະນັກງານ-ນັກຮົບ ໃນກຳລັງ ປກສ ຈໍານວນໜຶ່ງຂາດຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ປະຕິບັດໜ້າທີ່ວຽກງານໄປໃນທາງບໍ່ຖືກຕ້ອງ, ນັບທັງທາງກົງ ແລະ ທາງອ້ອມ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ, ເກີດມີພະຍາດອາດຍາສິດ, ສໍ້ລາດບັງຫລວງ, ຄຸນທາດການເມືອງເສື່ອມຖອຍ, ບໍ່ໜັກແໜ້ນ ໂດຍມີການສວຍໃຊ້ໜ້າທີ່, ຕໍາແໜ່ງ, ສິດອໍານາດ, ບໍ່ໂປ່ງໃສ, ຂາດຈັນຍາບັນ, ຈັນຍາທໍາ ແລະ ອື່ນໆ, ໂດຍຄະນະກວດກາກະຊວງ ປກສ ໄດ້ຮັບຄໍາຮ້ອງ, ຄໍາສະເໜີ ແລະ ບົດລາຍງານທັງໝົດ 64 ເລື່ອງ ແລະ ໄດ້ພິຈາລະນາຄົ້ນ ຄວ້າແຕ່ງຕັ້ງຄະນະລົງກວດກາ ເພື່ອແກ້ໄຂປາກົດການຫຍໍ້ທໍ້ທີ່ເປັນການສໍ້ລາດບັງຫລວງ, ການລ່ວງລະເມີດລະບຽບກົດໝາຍ


ໃນນີ້​ໄດ້ກວດເຫັນກໍລະນີຍັກຍອກຊັບຂອງລັດຢູ່ຄ້າຍຄຸມຂັງ-ດັດສ້າງຂອງກອງບັນຊາການ ປກສ ແຂວງໄຊຍະບູລີ ມີຜົນເສຍຫາຍກວ່າ 1 ຕື້ກີບ, 206.000 ບາດ (ສະກຸນເງິນໄທ), ສາມາດເກັບກູ້ໄດ້ຈໍານວນ 400 ລ້ານກວ່າກີບ ແລະ 206.000 ບາດ. ໄດ້ປະຕິບັດວິໄນທາງບໍລິຫານພະນັກງານ-ນັກຮົບຈໍານວນ 12 ຄົນ, ໃນນັ້ນ, ສຶກສາອົບຮົມກ່າວເຕືອນ 6 ຄົນ ແລະ ປົດຊັ້ນຕໍາແໜ່ງ, ໂຍກຍ້າຍໜ້າທີ່ຈໍານວນ 6 ຄົນ ແລະ ໄດ້ກວດພົບການເກັບເງິນຄ່າທໍານຽມອອກບັດອະນຸຍາດພັກເຊົາຄົນຕ່າງປະເທດຢູ່ ປກສ ແຂວງສະຫວັນນະເຂດໃນປີ 2016 ແລະ 2017 ຈໍານວນ 2 ຕື້ກວ່າກີບ, ທີ່ບໍ່ໄດ້ມອບເຂົ້າງົບປະມານຂອງລັດແລ້ວມາແບ່ງປັນເປັນເປີເຊັນ ເພື່ອນໍາໃຊ້ເງິນດັ່ງກ່າວເຂົ້າໃນວຽກງານບໍລິຫານ ແລະ ວຽກງານວິຊາສະເພາະຂອງກົມກອງຈໍານວນ 1 ຕື້ກວ່າກີບ, ໄດ້ເກັບກູ້ຄືນໃຫ້ກອງບັນຊາການ ປກສ ແຂວງ ມອບເຂົ້າງົບປະມານຂອງແຂວງແລ້ວຈຳນວນໜຶ່ງ ແລະ ນອກ​ນັ້ນ​ຍັງ​ໄດ້ຮັບຄໍາຮ້ອງ, ຄໍາສະເໜີ 64 ເລື່ອງ, ສາມາດແກ້ໄຂສໍາເລັດ 22 ເລື່ອງ.

ປັດຈຸບັນ, ພວມສືບຕໍ່ຄົ້ນຄວ້າແກ້ໄຂຈໍານວນທີ່ຍັງເຫລືອ, ຕໍ່ກັບບັນດາຄໍາສະເໜີ-ຄໍາຮ້ອງດັ່ງກ່າວນັ້ນ ບັນຫາພົ້ນເດັ່ນແມ່ນກ່ຽວກັບຄວາມບໍ່ພໍໃຈຕໍ່ກັບການດໍາເນີນຄະດີຂອງເຈົ້າໜ້າທີ່, ການໃຊ້ສິດອໍານາດເກີນຂອບເຂດ, ສວຍໃຊ້ໜ້າທີ່ຕໍາແໜ່ງຫາຜົນປະໂຫຍດສ່ວນຕົວ, ການໃຫ້ ແລະ ຮັບສິນບົນ, ສາເຫດທີ່ພາໃຫ້ເກີດມີປະກົດ​ການ​ຫຍໍ້​ທໍ້​ດັ່ງກ່າວ ແມ່ນຍ້ອນຫລາຍປັດໄຈທີ່ແຕກຕ່າງກັນເຊັ່ນ: ຍ້ອນການເຄື່ອນໄຫວວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫລວງຂອງກໍາລັງປ້ອງກັນຄວາມສະຫງົບຍັງເຮັດໄດ້ບໍ່ທົ່ວເຖິງ ແລະ ເປັນປົກກະຕິ, ສ່ວນຫລາຍການກວດກາແມ່ນໄປຕາມຄໍາຮ້ອງ ຫລື ແລ່ນນໍາແຕ່ປາກົດການທີ່ເກີດຂຶ້ນ, ສ່ວນວຽກງານຕິດຕາມ-ກວດກາ ແລະ ຕ້ານການສໍ້ລາດບັງຫລວງຢູ່ບັນດາກົມກອງຍັງບໍ່ທັນໄດ້ຈັດຕັ້ງຜັນຂະຫຍາຍຢ່າງເລິກເຊິ່ງ ແລະ ທົ່ວເຖິງ, ເຊິ່ງເຮັດໃຫ້ພະນັກງານຈໍານວນໜຶ່ງມີພຶດຕິກໍາເຄື່ອນໄຫວກະທໍາຜິດຕໍ່ລະບຽບກົດໝາຍ, ອີກດ້ານໜຶ່ງຄວາມຮູ້-ຄວາມເຂົ້າໃຈ ແລະ ການມີສ່ວນຮ່ວມຂອງກົມກອງອ້ອມຂ້າງ, ປກສ ແຂວງຍັງ​ຖື​ເບົາໃນວຽກງານຕິດຕາມ-ກວດກາ, ຕ້ານ ​ແລະ ສະກັດກັ້ນການສໍ້ລາດບັງຫລວງ, ບໍ່ເອົາໃຈໃສ່ເຮັດແທ້ທໍາຈິງ, ການເຄື່ອນໄຫວບໍ່ທັນແຂງແຮງເທົ່າທີ່ຄວນ, ສະນັ້ນ, ຢູ່ບາງກົມກອງເກີດຂຶ້ນແລ້ວເກີດຂຶ້ນອີກ.

ພາບ ແລະ ຂ່າວ: ນສພ ລາວພັດທະນາ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.