Header Ads

ກະຊວງ ປກສ ລາວ-ຈີນ ສືບຕໍ່ຮ່ວມມືວຽກງານປ້ອງກັນຄວາມສະຫງົບ



ກອງປະຊຸມພົບປະຂອງຄະນະຜູ້ແທນຂັ້ນສູງສອງຝ່າຍ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2018 ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວນໍາໂດຍ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ລາວ ແລະ ຝ່າຍຈີນນໍາໂດຍທ່ານ ຈ້າວ ເຄີຈື້ ລັດຖະມົນຕີກະຊວງ ປກສ ຈີນ, ພ້ອມດ້ວຍບັນດາຄະນະຜູ້ແທນຂັ້ນສູງສອງກະຊວງເຂົ້າຮ່ວມ; ເຊິ່ງໃນກອງປະຊຸມ ຄະນະຜູ້ແທນຂັ້ນສູງທັງສອງຝ່າຍເຫັນດີສືບຕໍ່ຮ່ວມມືວຽກງານປ້ອງກັນຄວາມສະຫງົບໃນຫຼາຍຂົງເຂດວຽກງານ.



ໃນກອງປະຊຸມຄັ້ງນີ້, ທັງສອງກະຊວງ ໄດຜັດປ່ຽນກັນລາຍງານສະພາບການພາຍໃນປະເທດໃຫ້ກັນຮັບຮູ້ ເພື່ອປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນແລະກັນ ເພື່ອເປັນການສົ່ງເສີມສາຍພົວພັນຖານເພື່ອນມິດ, ການຮ່ວມມືລະຫວ່າງສອງກະຊວງ ເຫັນໄດ້ຄວາມສໍາຄັນຂອງການແລກປ່ຽນບົດຮຽນ ແລະ ການຮ່ວມມືຢ່າງໃກ້ຊິດ ເພື່ອຕ້ານກັບບັນຫາປະກົດການຫຍໍ້ທໍ້ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ໂອກາດດຽວກັນ, ທັງສອງກະຊວງ ໄດ້ປຶກສາຫາລື, ຄົ້ນຄວ້າ ແລະ ຕົກລົງເປັນເອກະພາບກັນ ເພື່ອສືບຕໍ່ຮ່ວມມືກັນໃນຫຼາຍບັນຫາ ເປັນຕົ້ນແມ່ນ: ການຮ່ວມມືໃນການປົກປັກຮັກສາຄວາມສະຫງົບ ແລະ ຄວາມໝັ້ນຄົງຂອງສອງປະເທດ, ການຮ່ວມມືໃນການຕ້ານການກໍ່ການຮ້າຍ, ການຮ່ວມມືດ້ານວຽກງານຮັກສາຄວາມສະຫງົບຮຽບຮ້ອຍ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງຂອງສອງປະເທດ, ການຮ່ວມມືປ້ອງກັນໂຄງການທີ່ສໍາຄັນລາວ-ຈີນ, ການຮ່ວມມືດ້ານວຽກງານປົກປັກຮັກສາຊາຍແດນ ແລະ ການເຂົ້າ-ອອກຊາຍແດນ, ການຮ່ວມມືດ້ານວຽກງານປ້ອງກັນ ແລະ ປາບປາມຢາເສບຕິດ, ການຮ່ວມມືດ້ານວຽກງານຕ້ານການຄ້າມະນຸດ, ການຮ່ວມມືດ້ານວິຊາການ ແລະ ແລກປ່ຽນຄະນະຜູ້ແທນເຊິ່ງກັນແລະກັນ ແລະ ການຮ່ວມມືດ້ານອື່ນໆ.



ຫຼັງຈາກທັງສອງຝ່າຍໄດ້ຕົກລົງເຫັນດີກັນແລ້ວ, ທັງສອງກະຊວງຈຶ່ງໄດ້ມີການລົງນາມເຊັນບົດບັນທຶກຮັບຮອງສັນຍາຮ່ວມມື ຈໍານວນ 5 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສ້າງຂີດຄວາມສາມາດໃນການເພີ່ມທະວີການປະຕິບັດກົດໝາຍ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໄລ່ຊອກໄລ່ ຈັບຜູ້ຖືກຫາທີ່ເອົາຕົວຫຼົບໜີ, ໜັງສືມອບ-ຮັບການຊ່ວຍເຫຼືອ ລະຫວ່າງລັດຖະມົນຕີ, ໜັງສືມອບ-ຮັບການຊ່ວຍເຫຼືອລະຫວ່າງແຂວງຢູໜານ ກັບ ກະຊວງປ້ອງກັນຄວາມສະຫງົບລາວ, ເອກະສານຮ່ວມມືລະຫວ່າງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ; ຕາງໜ້າຝ່າຍກະຊວງ ປກສ ລາວ ລົງນາມໂດຍ ພົຕ ສົມແກ້ວ ສີລາວົງ ແລະ ຝ່າຍກະຊວງ ປກສ ຈີນ ລົງນາມໂດຍ ທ່ານ ຈ້າວ ເຄີຈື້.

ນອກຈາກນີ້, ຄະນະຜູ້ແທນຂັ້ນສູງ ກະຊວງ ປກສ ຈີນ ຍັງໄດ້ເດີນທາງໄປຢ້ຽມຊົມຫໍພິພິທະພັນ ປກສ ແລະ ຢ້ຽມຢາມສະຖານທີ່ທາງປະຫວັດສາດ ຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ.



ພາບ-ຂ່າວ: ກະຊວງປ້ອງກັນຄວາມສະຫງົບ

No comments

Powered by Blogger.