Header Ads

ຫວນຄືນ 25 ປີແຫ່ງການວາງຮາກຖານໂຄງການ SOS ແລະ ທ່ານ ທອງລຸນ ສີສຸລິດ ປະທານ SOS ລາວຄົນທຳອິດ




ເຊື່ອງວ່າຫຼາຍທ່ານຮູ້ຈັກໂຮງຮຽນ SOS ແຕ່ຫຼາຍທ່ານອາດຍັງບໍ່ທັນຮູ້ວ່າໂຮງຮຽນ SOS ກໍ່ຕັ້ງມາແລ້ວ 25 ປີ ຖ້າເປັນຄົນກໍຖືວ່າຢູ່ໃນຊ່ວງໄວໜຸ່ມສາວ ແຕ່ໂຮງຮຽນ SOS ທັງ 6 ແຫ່ງເປັນຫຼາຍຄົນໂຮງຮຽນ ແລະ ມີຄວາມສໍາຄັນຫຼາຍຕໍ່ການພັດທະນາບຸກຄະກອນ ໂດຍສະເພາະນັກຮຽນນັກສືດສາທີ່ດ້ອຍໂອກາດ. ຖ້າຫວນຄືນ 25 ປີແຫ່ງການວາງຮາກຖານໂຄງການ SOS ໃນປີ 1993-2018, ເຊິ່ງໃນຮູບພາບລຸ່ມນີ້ແມ່ນ ທ່ານ ທອງລຸນ ສີສຸລິດ ປະທານ SOS ລາວຄົນທຳອິດ, ທ່ານ ກຸດຕິນ ປະທານ SOS ສາກົນ ແລະ ທ່ານນາງ ບຸນເພັງ ມູນໂພໄຊ ອໍານວຍການໂຮງຮຽນສ້າງຄູແຂວງຊຽງຂວາງ ໄດ້ວາງສີລາເລີກສ້າງບ້ານ ແລະ ໂຮງຮຽນເດັກກຳພ້າ SOS ແຂວງຊຽງຂວາງ.



ໂຄງການ ເອສໂອເອສ (SOS = Save Our Souls ) ໄດ້ເລີ່ມວຽກງານໃນຊ່ວຍເຫຼືອ ເດັກນ້ອຍຢູ່ ສປປ ລາວ ແຕ່ປີ 1993 ຈົນຮອດປັດຈຸບັນ. ໂຄງການນີ້ ແມ່ນໄດ້ໃຫ້ການຊ່ວຍເຫຼືອ ຢູ່ 6 ແຂວງ ປະກອບມີ: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ ແລະ ຈຳປາສັກ.



ໃນປັດຈຸບັນ ໂຄງການເອສໂອເອສໃນ ສປປ ລາວປະກອບດ້ວຍ ບ້ານເດັກກຳພ້າ SOS ຈຳນວນ 6 ແຫ່ງ, ສູນຊາວໜຸ່ມ SOS 5 ແຫ່ງ, ໂຮງຮຽນແຮກມານ-ໄມເນີ SOS 5 ແຫ່ງ, ສູນຝຶກອົບຮົມວິຊາຊີບ SOS 1 ແຫ່ງ, ສູນຊ່ວຍເຫຼືອສັງຄົມ SOS 3 ແຫ່ງ ແລະ ສູນການແພດ SOS 1 ແຫ່ງ.

ໂຄງການ ເອສໂອເອສ ສ້າງຕັ້ງຂຶ້ນຄັ້ງທຳອິດ ໃນປີ 1949 ທີ່ເມືອງ Tyrol ປະເທດອິຕາລີ ໂດຍທ່ານ Hermann Gmeiner ຍ້ອນເຫັນຄວາມລຳບາກ ແລະ ບັນຫາຂອງເດັກກຳພ້າ ຈາກຜົນກະທົບຂອງສົງຄາມໂລກຄັ້ງທີສອງ ທ່ານຈິ່ງໄດ້ ຕັ້ງໝັ້ນທີ່ຈະຊ່ວຍພວກເຂົາ. ຈົນຮອດປັດຈຸບັນ ໄດ້ມີໂຄງການຊ່ວຍເຫຼືອໃນ 134 ປະເທດທົ່ວໂລກ.

ຂໍ້ມູນ: muan.la  | ພາບ : Sourioudong Sundara 
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.