Header Ads

ພາສີ​ເຂັ້ມງວດກວດຕູ້ຄອນເທນເນີ ຜ່ານດ່ານຂົວມິດຕະພາບ 1



ອີງຕາມການລາຍງານຂອງ ນສພ ລາວພັດທະນາ ວ່າ: ພາສີ​ເລີ່​ມ​ເຂັ້ມ​ງວດກວດກາຕູ້ຄອນເທນເນີຜ່ານດ່ານພາສີຂົວມິດຕະພາບ 1 ນະຄອນຫລວງວຽງຈັນ ແລະ ຜ່ານແດນ ສປປ ລາວ, ເພື່ອສະກັດ​ກັ້ນ​ບັນຫາຢາເສບຕິດ, ສານເຄມີຕົ້ນຜະລິດຢາເສບຕິດ, ອາວຸດທຳລາຍລ້າງສູງ, ອຸປະກອນທີ່ໃຊ້ຜະລິດນິວເຄລຍ, ບັນ​ຫາອາຊະຍາກຳຂ້າມຊາດ, ການລັກລອບສິນຄ້າທີ່ຜິດກົດໝາຍທຸກໆຊະນິດທີ່ເຄື່ອນຍ້າຍໃນຮູບແບບຕ່ອງໂສ້ການສະໜອງການຂົນສົ່ງດ້ວຍຕູ້ຄອນເທນເນີ.



​ເພື່ອ​ສະກັດ​ກັ້ນ​ບັນຫາ​ດັ່ງກ່າວ, ກົມ​ພາສີ ຈຶ່ງ​​ອອກຂໍ້ຕົກລົງສະບັບເລກທີ 01904/ກພສ, ລົງວັນທີ 20 ເມສາ 2018, ວ່າດ້ວຍການຈັດຕັ້ງປະຕິບັດໜ່ວຍງານກວດກາຕູ້ຄອນເທນເນີທີ່ດ່ານພາສີສາກົນຂົວມິດຕະພາບ1 ​ເພື່ອ​ເນັ້ນກວດກາຕູ້ຄອນເທນເນີ​ໃຫ້ປະຕິບັດ​ເຊັ່ນ​: ວິເຄາະຄວາມສ່ຽງ, ຕິດຕາມກວດກາສິນຄ້າ ແລະ ຕູ້ຄອນເທນເນີ ທີ່ມີຄວາມສ່ຽງສູງ ​ແລະ ກວດກາຕົວຈິງຕາມຫລັກການພາສີ ແລະ ນຳໃຊ້ເຄື່ອງມືກວດກາ ເຊັ່ນ: ເຄື່ອງສະແກນເນີ ຫລື ອຸປະກອນຮັບໃຊ້ການກວດກາ ແລະ ວິທິການອື່ນໆ.



ເນື້ອໃນຂ່າວ: ນສພ ລາວພັດທະນາ
© ຈໍາປາໂພສ |  www.champapost.com
_________


No comments

Powered by Blogger.