Header Ads

1 ມິຖຸນານີ້ ເມືອງໄກສອນ ຈະຖຶປະກາດເປັນ “ນະຄອນ” ຢ່າງເປັນທາງການ




ນະຄອນໄກສອນພົມວິຫານ ຈະຖືກປະກາດຢ່າງເປັນທາງການໃນວັນທີ 1 ມິຖຸນາ 2018 ນີ້ ຫຼັງຈາກທີ່ມີດຳລັດຂອງນາຍົກລັດຖະມົນຕີໃຫ້ສ້າງຕັ້ງເປັນນະຄອນ ອອກມາເມື່ອວັນທີ 11 ເມສາ 2018 ທີ່ຜ່ານມາ. ອົງການປົກຄອງເມືອງໄກສອນພົມວິຫານ ສົມທົບກັບອົງການປົກຄອງແຂວງ ແລະ ພາກສ່ວນຕ່າງໆ ກຳລັງກະກຽມຄວາມພ້ອມໃນການຈັດພິທີປະກາດເປັນນະຄອນໄກສອນພົມວິຫານຢ່າງເປັນທາງການໃນວັນທີ 1 ມະຖຸນາທີ່ຈະມາເຖິງນີ້.




ທ່ານ ບຸນຍູ້ ທຳມະວົງ ເຈົ້າເມືອງໄກສອນກ່າວວ່າ ໃນໂອກາດດັ່ງກ່າວນີ້ ຂໍເຊີນຊວນບັນດາອົງການຈັດຕັ້ງແຕ່ລະຂັ້ນ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນຊາວເມືອງໄກສອນພົມວິຫານ ຈົ່ງພ້ອມກັນເປັນເຈົ້າພາບທີ່ດີ ຮ່ວມແຮງຮ່ວມໃຈສາມັກຄີ ໃນການປະກາດເປັນນະຄອນໃນຄັ້ງນີ້.





ທັງນີ້ ການສ້າງຕັ້ງນະຄອນໄກສອນພົມວິຫານ ແມ່ນຈະປ່ຽນແທນເມືອງໄກສອນພົມວິຫານ ເຊິ່ງ ນະຄອນໃນທີ່ນີ້ເປັນການປົກຄອງທ້ອງຖິ່ນຂັ້ນດຽວກັນກັບເມືອງ ແລະ ຂຶ້ນກັບແຂວງສະຫວັນນະເຂດ ມີເນື້ອທີ່ທັງໝົດ 776 ກິໂລຕາແມັດ ແລະ ມີປະຊາກອນ 125,726 ຄົນໃນ 67 ບ້ານ.

ຂໍ້ມູນ : ໜັງສືພິມລາວພັດທະນາ | Photo: Drone Savanaketh 
© ຈໍາປາໂພສ |  www.champapost.com

_________


No comments

Powered by Blogger.