Header Ads

ຫວຽດນາມຊ່ວຍເຫລືອ 6 ຕື້ກ່ວາກີບ ສ້າງຫ້ອງການໄອຍະການ ທະຫານພາກໃຕ້



ຕອນເຊົ້າວັນທີ 4 ພຶດສະພາ 2018 ນີ້,ຢູ່ເມືອງປາກເຊ, ແຂວງ ຈຳປາສັກ ໄດ້ຈັດພິທີວາງສີລາ ລຶກກໍ່ສ້າງຫ້ອງການໄອຍະການ ທະຫານພາກໃຕ້, ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພົນຕີ ຄໍາສີວົງຄໍາຊາວ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະ ເທດ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ພິເສດ ຕ່າວວັນຖ້າຍ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມພະນັກງານທີ່ກ່ຽວ ຂ້ອງເຂົ້າຮ່ວມ.ໂດຍອິງຕາມຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນປະ ເທດວ່າ

ດ້ວຍການສ້າງຕັ້ງອົງ ການໄອຍະການທະຫານພາກໃຕ້ ສະບັບເລກທີ 242/ກປທ ແລະ ອິງໃສ່ຄວາມຫຍຸ້ງຍາກຈໍາເປັນ ທາງດ້ານສະຖານທີ່ຫ້ອງການບໍ່ ມີບ່ອນເຮັດວຽກພັກເຊົາຂອງອົງ ການໄອຍະການທະຫານພາກ ໃຕ້, ດັ່ງນັ້ນທາງອົງການໄອຍະ ການທະຫານຂັ້ນສູງຈິ່ງໄດ້ຂໍ ງົບປະມານນໍາຂັ້ນເທິງເຂົ້າໃນ ການກໍ່ສ້າງຫ້ອງການອົງການ ໄອຍະການທະຫານພາກໃຕ້ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກກະຊວງປ້ອງກັນປະເທດ ສສຫວຽດນາມມູນຄ່າ: 6.286.536.000 ກີບ .

ໂອກາດນີ້ ທ່ານ ວຽງສະ ຫວັນ ຄໍາພາວົງ ຮອງຫົວໜ້າ ບໍລິສັດວົງວິໄລກໍ່ສ້າງຈໍາກັດຜູ້ ດຽວທີ່ຮັບເໝົາກໍ່ສ້າງໄດ້ຂຶ້ນມີ ຄໍາເຫັນວ່າ: ໂຄງການກໍ່ສ້າງ ນີ້ລວມມີຫ້ອງການເປັນອາຄານ 2 ຊັ້ນ ຂະໜາດ 28X14 ແມັດ, ປະກອບມີ 14 ຫ້ອງການກັບ 2 ຫ້ອງປະຊຸມ ແລະ ຫ້ອງ 6 ຫ້ອງ ນໍ້າ,ກໍ່ສ້າງເຮຶອນມ້ຽນລົດຂະ ໜາດ 6 X 12 ແມັດ, ກໍ່ສ້າງ ເຮືອນນອນໂສດຂະໜາດ 20X8 ແມັດ, ກໍ່ສ້າງກໍາແພງ ແລະ ປະຕູໂຂງ ລວງຍາວ 252 ແມັດ, ກໍ່ສ້າງຮ່ອງລະບາຍນໍ້າ 220 ກ່ວາແມັດ, ກໍ່ສ້າງປັບດິນ, ເທເດີ່ນເບຕົງ ແລະ ຫຼັກທຸງ, ເຈາະນໍ້າບາດານ 1 ບໍ່ ແລະ ກໍ່ ສ້າງຕາຂ່າຍໄຟຟ້າ 1 ຊຸດ, ພາຍ ຫຼັງກໍ່ສ້າງສໍາເລັດບໍລິສັດໄດ້ປະ ກອບເຄື່ອງປັບອາກາດໃສ່ແຕ່ ລະຫ້ອງການ-ພະແນກການ ຈໍາ ນວນ 18 ຊຸດ ແລະ ເຄື່ອງເຟີ ນີເຈີຕ່າງໆຄົບຊຸດ ເປັນຕົ້ນແມ່ນ: ໂຕະ, ຕັ່ງ, ຕູ້ໃສ່ເອກະສານ, ຊຸດ ສະໂລ່ງນ້ອຍ-ໃຫຍ່ ແລະ ອື່ນໆ ໂດຍແມ່ນບໍລິສັດວົງວິໄລກໍ່ສ້າງ ຈໍາກັດຜູ້ດຽວອອກທຶນກ່ອນ 100%, ພາຍຫຼັງສໍາເລັດແລ້ວ ກະຊວງປ້ອງກັນປະເທດຈິ່ງຈະ ຊໍາລະພາຍຫຼັງ, ເຊິ່ງເລີ່ມລົງມືກໍ່ ສ້າງມາແຕ່ວັນທີ 17 ເມສາ 2018, ກໍານົດ 18 ເດືອນຈິ່ງ ຈະສໍາເລັດ.

ໂອກາດນີ້ ສະຫາຍ ພົນຕີ ຄໍາສີ ວົງຄໍາຊາວ ໄດ້ມີຄໍາເນັ້ນ ໃຫ້ບໍລິສັດທີ່ຮັບເໝົາກໍ່ສ້າງ ກ່ອນ ອື່ນໝົດຕ້ອງຖືເອົາຄຸນະພາບເປັນຫຼັກ, ນັກວິຊາການຕ້ອງຕິດຕາມ ກໍາມະກອນຂອງຕົນຢ່າງໃກ້ຊິດ ເພື່ອຮັບປະກັນໃຫ້ແກ່ວຽກງານ ໃຫ້ບັນລຸຕາມລະດັບຄາດໝາຍ 2 ຝ່າຍໄດ້ເຊັນກັນໄວ້ ແລະ ອີກບັນ ຫາໜຶ່ງບັນດາພະນັກງານຢູ່ອົງ ການໄອຍະການທະຫານພາກໃຕ້ຈົ່ງພ້ອມກັນມີສ່ວນຮ່ວມເຂົ້າໃນ ການປົກປັກຮັກສາຄວາມເປັນ ລະບຽບຮຽບຮ້ອຍຂອງສະຖານ ທີ່ ແລະ ວັດຖຸຕ່າງໆບໍ່ໃຫ້ຕົກ ເຮ່ຍເສຍຫາຍຈາກກັນທ່ານ ພ້ອມຄະນະໄດ້ຖອກເສົາວາງສີ ລາລຶກພ້ອມກ່າວເປີດການກໍ່ ສ້າງຫ້ອງການອົງການໄອຍະ ການທະຫານພາກໃຕ້ຢ່າງເປັນ ທາງການ.


ໂດຍ: ບຸນທະວີໄຊ ກຸລະວົງ – ສາຍໄຈປະຕິວັດ
© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.