Header Ads

ເຫດຍິງໝູ່ຕາຍຄາທີ່ເພາະຄິດວ່າແມ່ນໝູປ່າ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ



ເປັນອຸທາຫອນສອນໃຈອີກແລ້ວ ທີ່ພວກເຮົາມັກໄດ້ຍິນຂ່າວຊ່າລືກັນໃນໄລຍະທີ່ຜ່ານມາ ທີ່ມັກເກີດຂຶ້ນເລື້ອຍໆ ກ່ຽວກັບກໍລະນີໄປລ່າສັດນຳກັນແລ້ວຍິງໝູ່ກັນເອງ ຄັ້ງນີ້ກໍ່ເກີດຂຶ້ນແບບດຽວກັນອີກ ຢູ່ທາງເມືອງປາກຊ່ອງ ແຂວງຈຳປາສັກນີ້ເອງ ເຮັດໃຫ້ມີຜູ້ເສຍຊີວິດ 1ຄົນ ສາເຫດຍ້ອນເຫັນໝູ່ເປັນຄືໝູປ່າ ຜູ້ເຄາະຮ້າຍດັ່ງກ່າວ ຈິ່ງຖືກຍິງເສຍຊີວິດຄາທີ່.

ຕາມການລາຍງານຂອງເຈົ້າໜ້າທີ່ ພະແນກສືບສວນສອບສວນ ປກສ ແຂວງຈຳປາສັກໃຫ້ຊາບວ່າ: ເຫດການດັ່ງກ່າວເກີດຂຶ້ນຢູ່ບ້ານຫ້ວຍເຕົ່າ ເມືອງປາກຊ່ອງ ແຂວງຈຳປາສັກ. ເລື່ອງມີຢູ່ວ່າ: ວັນທີ 23 ເມສາ 2018 ມີທ້າວ ທອງຄຳ ອາຍຸ 24 ປີ ແລະ ທ້າວ ສຸກສາຄອນ ອາຍຸ 18 ປີ ທັງສອງຢູ່ບ້ານດຽວກັນ ໄດ້ຊວນກັນໄປລ່າສັດຢູ່ປ່າຫ່າງຈາກບ້ານປະມານ 15 ກິໂລແມັດ ຢູ່ເຂດພູນ້ຳທ່ຽງ ຮອດຕອນຄ່ຳຂອງວັນດຽວກັນ ທັງສອງໄດ້ພາກັນພັກຢູ່ທີ່ນັ້ນ ຮອດເວລາ 2 ໂມງຂ້ອນແຈ້ງພວກກ່ຽວຈິ່ງໄດ້ຊວນກັນລຸກໄປລ່າສັດ ເພື່ອຊອກຍິງໝູປ່າ ໄດ້ປະມານ 40 ນາທີ ແຕ່ກໍ່ບໍ່ເຫັນຫຍັງ ຈິ່ງພາກັນກັບມານອນຢູ່ບ່ອນເກົ່າ. 

ພໍຮອດເວລາ 4 ໂມງເຊົ້າ ທ້າວ ທອງຄຳ ໄດ້ຍິນສຽງດັງຄ້າຍຄືໝູປ່າ ຜູ້ກ່ຽວຈິ່ງໄດ້ເອົາໂຄມໄຟເຍືອງໃສ່ ຈິ່ງເຫັນເປັນຕາສີແດງ ຄ້າຍຄືໝູປ່າ ຈິ່ງໄດ້ເອົາປືນຍິງໃສ່ 1 ນັດ ແລ້ວແລ່ນໄປເບິ່ງ ຈິ່ງເຫັນວ່າ ເປັນ ທ້າວ ສຸກສາຄອນ ຖືກຍິງເສຍຊີວິດ. ເມື່ອເປັນເຊັ່ນນັ້ນ ທ້າວ ທອງຄຳ ຄິດຢ້ານ ຈິ່ງກັບມາບ້ານແລ້ວບໍ່ບອກໃຜ. ສ່ວນປືນແມ່ນໄດ້ຖິ້ມໄວ້ຂ້າງສົບ ທ້າວ ສຸກສາຄອນ. ຕົກມາຮອດວັນທີ 27 ເມສາ 2018 ເວລາ 15 ໂມງ ຈິ່ງຖືກເຈົ້າໜ້າທີ່ກັກຕົວ ເພື່ອມາດໍາເນີນຄະດີຕາມລະບຽບກົດໝາຍບ້ານເມືອງຕໍ່ໄປ. 

ພາບ-ຂ່າວ: ໜັງສືພິມຈໍາປາໃໝ່ 
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.