Header Ads

ອຸບັດຕິເຫດລົດເກງຕຳທ້າຍລົດບັນທຸກ ບາດເຈັບ 5 ຄົນໃນຈຸດເກີດເຫດ



ອີງຕາມການລາຍງານຂອງ ໜ່ວຍກູ້ໄພມູນນິທິ1623 ວ່າ : ວັນທີ່ 13 ພຶດສະພາ 2018 ເວລາ 23:41ນາທີ ໜ່ວຍກູ້ໄພມູນນິທິ 1623 ໄດ້ຮັບແຈ້ງເຫດ ລົດໃຫຍ່ຕໍາທ້າຍລົດໃຫຍ່ ຢູ່ເສັ້ນທາງ13ໃ ຕ້ ຫຼັກ 29 . ເມື່ອໜ່ວຍກູ້ໄພ ອອກກວດສອບ ມີຜູ້ບາດເຈັບ 5 ລາຍ ເພດຊາຍ 3 ລາຍ ເພດຍິງ 2 ລາຍ. 





ໃນຈຸດເກີດເຫດມີຜູ້ຕິດພາຍໃນລົດ 1 ລາຍ ໂດຍມີອາການບາດເຈັບ ພໍສົມຄວນ .​ ດັ່ງນັ້ນ ຫນ່ວຍກູ້ໄພມູນນິທິ 1623 ຈຶ່ງນຳໃຊ້ເຄື່ອງຕັດຖ່າງ ໃຊ້ເວລາປະມານ 5ນາທີ ເພື່ອນຳເອົາຄົນເຈັບອອກມາ ແລ້ວປະຖົມພະຍາບານຂັ້ນຕົ້ນເພື່ອນຳສົ່ງໂຮງໝໍ 50 ຕຽງ






ພາບ ແລະ ຂ່າວ: ໜ່ວຍກູ້ໄພມູນນິທິ 1623 
ບາດເຈັບສຸກເສີນໂທ 1623 ຈະຫລອດ24ຊົ່ວໂມງ 
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.