Header Ads

ພະຍາດປາກເປື່ອຍລົງເລັບສັດລະບາດ ຢູ່ 6 ເມືອງ ຂອງແຂວງຫົວພັນ




ພະຍາດປາກເປື່ອຍລົງເລັບໃນງົວ,   ຄວາຍ, ໝູ ແລະ ແບ້ ​ໄດ້​ລະບາດ​ຢູ່ 6 ເມືອງ ຂອງແຂວງຫົວພັນ ມີ ເມືອງສົບເບົາ, ວຽງໄຊ, ຊຳໃຕ້, ເມືອງແອດ, ຊຽງຄໍ້ ແລະ ເມືອງຊຳເໜືອ. ​ໃນ​ນັ້ນ, ໄດ້ຮັບຜົນກະທົບທັງໝົດ 151 ບ້ານ,  ມີ ງົວ-ຄວາຍ ຕິດເຊື້ອພະຍາດ 10.413 ໂຕ,  ມີ ງົວ-ຄວາຍນ້ອຍ ຕາຍຍ້ອນພະຍາດນີ້ແລ້ວ 349 ໂຕ,  ໝູ 262 ໂຕ ແລະ ແບ້ 119 ໂຕ, ຄິດເປັນມູນຄ່າ   ຄວາມເສຍຫາຍທັງໝົດ 1,30 ຕື້ກີບ.

ທ່ານ ພວງສະຫວັດ ພົມມະສີ ຫົວໜ້າ  ຂະແໜງລ້ຽງສັດ ແລະ ການປະມົງ  ພະແນກກະສິກຳ- ປ່າໄມ້ແຂວງຫົວພັນ  ໄດ້ໃຫ້ຮູ້​​ເມື່ອບໍ່ດົນ​ມານີ້ວ່າ:  ການລະບາດຂອງພະຍາດປາກເປື່ອຍລົງເລັບໃນງົວ,  ຄວາຍ ແລະ ແບ້ ໄດ້ເລີມຕົ້ນລະບາດ  ມາແຕ່ຕົ້ນເດືອນພະຈິກ 2017, ເຊິ່ງຈຸດເລີ່ມຕົ້ນ  ແມ່ນເມືອງສົບເບົາ ແລະ ​ໄດ້ແຜ່ລາມຫາ​ເມືອງ​ອື່ນໆ.   ຈາກຜົນການສຳຫລວດ​ໃຫ້ຮູ້ວ່າ   ເຂດທີ່ໄດ້ຮັບຜົນກະທົບຫລາຍກວ່າໝູ່  ແມ່ນເມືອງຊຳເໜືອ ແລະ ເມືອງຊຽງຄໍ້,  ເຊິ່ງເມືອງຊຳເໜືອ ກວມເອົາ 82 ບ້ານ,  7 ກຸ່ມບ້ານ, 2 ເຂດ ແລະ ເມືອງຊຽງຄໍ້ອີກ 7 ບ້ານ  ແລະ ອັດຕາການລະບາດ ຂອງພະຍາດປາກເປື່ອຍລົງເລັບງົວ  -ຄວາຍຢູ່ສອງເມືອງນີ້, ຍັງມີທ່າອ່ຽງເພີ່ມຂຶ້ນ.   ສ່ວນອີກ 4 ເມືອງ ຄື: ເມືອງວຽງໄຊ, ສົບເບົາ, ຊຳໃຕ້ ແລະ ເມືອງແອດ ມາຮອດປັດຈຸບັນແມ່ນ  ສາມາດຄວບຄຸມໄດ້ແລ້ວ.  ສ່ວນສາເຫດທີ່ພາໃຫ້ ພະຍາດດັ່ງກ່າວ​,  ແມ່ນເລີ່ມຈາກສັດ ທີ່ບໍ່ໄດ້ຮັບການສັກຢາກັນພະຍາດ,   ຮ້າຍແຮງກວ່ານັ້ນ ຈຳນວນສັດ ທີ່ສັກຢາແລ້ວນັ້ນ  ກໍປະກົດຕິດພະຍາດນີ້ ຢ່າງຫລວງຫລາຍ,  ອີກຢ່າງໜຶ່ງ ຍ້ອນການລ້ຽງສັດ ຂອງປະຊາຊົນພາຍໃນບ້ານ  ຍັງລ້ຽງແບບຊະຊາຍ, ບໍ່ມີການແຍກບ່ອນຢູ່ ລະຫວ່າງ ສັດທີ່ເປັນພະຍາດ ກັບສັດທີ່ຍັງບໍ່ທັນເປັນຕິດ​ເຊື້ອ.   ສະນັ້ນ, ຈຶ່ງເຮັດໃຫ້ພະຍາດນີ້  ຂະຫຍາຍອອກເປັນວົງກວ້າງ.

ທ່ານ ພວງສະຫວັດ ພົມມະສີ ຍັງ​ໃຫ້​ຮູ້​ຕື່ມວ່າ:  ພາຍຫລັງທີ່ເກີດພະຍາດດັ່ງກ່າວ ແລ້ວ  ພາກສ່ວນກ່ຽວຂ້ອງ  ກໍໄດ້ລົງເກັບກຳຂໍ້ມູນ,  ຈັດສົ່ງ ພະນັກງານວິຊາການລົງໄປປະຈຳ ຢູ່ແຕ່ລະກຸ່ມບ້ານ ເພື່ອແນະນຳ ວິທີການປິ່ນປົ່ວພະຍາດ ປາກເປື່ອຍລົງເລັບງົວ-ຄວາຍ ໃຫ້ປະຊາຊົນ ແຕ່ລະບ້ານຢ່າງຖືກຕ້ອງ ຕາມຫລັກວິຊາການ,  ມອບ​ຢາໃຫ້ປະຊາຊົນນຳໄປປິ່ນປົ່ວ  ແລະ ສັກໃຫ້ສັດດ້ວຍຕົນເອງ,  ຕັ້ງດ່ານກັກສັດ ແລະ ສີດພົ່ນຢາຂ້າເຊື້ອຊົ່ວຄາວ 2 ຈຸດ   ຢູ່ເຂດຄຸ້ມຄອງ ລະຫວ່າງ ເມືອງສົບເບົາ-ເມືອງຊຽງຄໍ້,  ເມືອງວຽງໄຊ ແລະ ເມືອງຊຳເໜືອ.  ພ້ອມນີ້, ແຕ່ລະເມືອງຍັງໄດ້ອອກແຈ້ງການ ຫ້າມຂາຍສັດ, ຂ້າສັດເພື່ອບໍລິໂພກ,  ຫ້າມເຄື່ອນຍ້າຍສັດ ໃນເຂດ ທີ່ມີພະຍາດລະບາດ, ອອກແຈ້ງການໃຫ້ແຕ່ລະບ້ານ ຕິດຕາມເຝົ້າລະວັງ ໃນຂອບເຂດຕົນຮັບຜິດຊອບ   ທີ່ເຫັນວ່າມີຄວາມສ່ຽງສູງ   ແລະ ເປີດການສີດພົ່ນຢາຂ້າເຊື້ອ ພະຍາດຕາມດ່ານ ສາຍແດນເປັນປົກກະຕິ  ຈຳກັດບໍ່ໃຫ້ພະຍາດນີ້  ຂະຫຍາຍວົງກວ້າງອອກສູ່ເຂດອື່ນ.

ຂ່າວ: ໄອແກ້ວ (ຂ່າວສານປະເທດລາວ)
© ຈໍາປາໂພສ |  www.champapost.com

_________



No comments

Powered by Blogger.