Header Ads

ເຫດໄຟຊ໋ອດຄົນ ຢູ່ບ້ານນາມ່ວງ -ຊະໂງມ ເມືອງທ່າແຂກ ແຂວງຄຳມ່ວນ





ອີງຕາມການລາຍງານຂອງໜ່ວຍກູ້ໄພແຂວງຄຳມ່ວນ ວ່າ :  ໃນວັນທີ 09.05.2018 ເວລາ: 18:00 ນາທີ ໄດ້ຮັບແຈ້ງເຫດ ຜ່ານເບີສຸກເສີນ 020 55 33 00 65 ວ່າມີຄົນຖືກໄຟຊ໋ອດ ໃນຂະນະທີ່ກຳລັງກົບໄມ້ແປ້ນກໍ່ເຮືອນ ຢູ່ບ້ານ ນາມ່ວງ -ຊະໂງມ ເມືອງ ທ່າແຂກ ແຂວງ ຄຳມ່ວນ ;  ເມື່ອໜ່ວຍກູ້ໄພຂອງພວກເຮົາໄດ້ໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ບາດເຈັບ 01 ຄົນ ເປັນເພດຊາຍ ໂດຍອາການໝົດສະຕິປຸກແລ້ວຕື່ນ,ແຂນຊ້າຍໄໝ້ເລັກນ້ອຍ ແລະ ຂ້າງເອິກຊ້າຍໄໝ້ເລັກນ້ອຍ







ທີມງານ ໜ່ວຍກູ່ໄພປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງຜູ້ກ່ຽວໄປໂຮງໝໍ ແຂວງຄຳມ່ວນ ລົດສຸກເສີນ003ນຳສົ່ງ

ພາບ-ຂ່າວ: ໜ່ວຍກູ້ໄພແຂວງຄຳມ່ວນ
ອຸບັດຕິເຫດ ເຈັບປ່ວຍ ສຸກເສີນ ເຫດດ່ວນ ເຫດຮ້າຍ  ໂທ: ສາຍຕົງ 020 55330065 
020 23451624 ( ສາຍດ່ວນ 1624 ໂທຟຣີ ) ບໍລິການຟຣີ 24ຊົ່ວໂມງ.



© ຈໍາປາໂພສ |  www.champapost.com
_________

No comments

Powered by Blogger.