Header Ads

ແຂວງໄຊຍະບູລີ ອະນຸມັດໃຫ້ເອກະຊົນສຶກສາຄວາມເປັນໄປໄດ້ ການສ້າງເຂື່ອນນ້ຳພູນ





ແຂວງໄຊຍະບູລີ ໄດ້ອະນຸມັດໃຫ້ບໍລິສັດທັນໃຈ ສຶກສາຄວາມເປັນໄປໄດ້ການສ້າງເຂື່ອນໃສ່ນໍ້າພູນ ເມືອງປາກລາຍມີກຳນົດຮອດປີ 2024 ໃຫ້ໄດ້ຮັບຜົນ ແລະ ເປີດນໍ້າໃຊ້ກະຈາຍໄຟໄດ້ ເມື່ອເຖິງເວລານັ້ນລາວເຮົາຈະມີກະແສໄຟຟ້າເພີ່ມຂຶ້ນ 45 ເມກາວັດ.

ກອງປະຊຸມສຶກສາຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ ໃນການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ຂະໜາດນ້ອຍຂະໜາດ 45 ເມກາວັດ ເມືອງ-ແຂວງ ໄຊຍະບູລີ ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ຜ່ານ​ມາ ທີ່ຫ້ອງປະຊຸມຂອງເຮືອນພັກອານຸສອນ ​ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຢັນຍົງ ສີປະເສີດ ຮອງເຈົ້າແຂວງໆ ໄຊຍະບູລີ, ທ່ານ ສີທົງ ນວນແສງສີ ຜອ ບໍລິສັດ ນ້ຳພູນ ພາວເວີ, ທ່ານ ດຣ. ບຸນສະຫລອງ ສຸດທິດາລາ ຮອງປະທານບ໋ອດບໍລິຫານ ນ້ຳພູນພາວເວີ ພ້ອມດ້ວຍເຈົ້າເມືອງສອງເມືອງຄື: ເມືອງປາກລາຍ ແລະ ເມືອງພຽງ, ມີບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງເຂົ້າຮ່ວມຢ່າງພ້ອມພຽງ.



ພາຍຫລັງໄດ້ເປີດກອງປະຊຸມປຶກສາຫາລືຮ່ວມກັບພະແນກການຕ່າງໆຂອງແຂວງແລະເມືອງແລ້ວນັບຈາກນີ້ແລ້ວຝ່າຍບໍລິສັດ ນ້ຳພູນ ພາວເວີ ຈະໄດ້ລົງມືສຳຫລວດຂໍ້ມູນ ເຮັດທາງເຂົ້າເຂື່ອນ, ນຳສະເໝີໃຫ້ພະແນກທີ່ດິນຂອງແຂວງສຳຫຼວດ ແລະ ວັດແທກເນື້ອທີ່ ທີ່ດິນໂຄງການທັງໝົດ,ເຮັດຫ້ອງການ ແລະ ທີ່ພັກຊົ່ວຄາວ, ສຳຫຼວດຊັບພະຍາກອນ ຫີນ-ຊາຍ ເພື່ອເອົາມານຳໃຊ້ໃນການກໍ່ສ້າງໂຄງການ,ລົງສຳຫຼວດ ແລະ ເກັບກູ້ລະເບີດໃນຂອບເຂດເນື້ອທີ່ດິນໂຄງການ; ດ້ານເຕັກນິກຂອງໂຄງການ, ຂໍ້ມູນທາງດ້ານທໍລະນີສາດ, ສິ່ງແວດລ້ອມ, ສັງຄົມ, ປະລິມານນ້ຳ ແລະ ອື່ນໆຢ່າງລະອຽດ ພາຍໃນກຳນົດເວລາ 5 ເດືອນ ຫຼັງຈາກນັ້ນຈະໄດ້ລາຍງານຂໍ້ມູນດັ່ງ¬ກ່າວໃຫ້ແກ່ຝ່າຍແຂວງໄຊຍະບູລີ ເປັນແຕ່ລະໄລຍະ ເພື່ອປະເມີນຄວາມເປັນໄປໄດ້ ແລະ ກ້າວໄປສູ່ການພັດທະນາໂຄງການ ຢ່າງເຕັມທີ່ໃນຂັ້ນຕໍ່ໄປ.

ທ່ານ ດຣ. ບຸນສະຫລອງ ສຸດທິດາລາ ໄດ້ລາຍງານສະພາບ ແລະ ທີ່ຕັ້ງຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກນ້ຳພູນ ວ່າ: ໂຄງການເຂື່ອນໄຟຟ້ານ້ຳພູນ ຕັ້ງຢູ່ປະມານ 26,9 ກິໂລແມັດ ຫ່າງຈາກປາກນ້ຳພູນ (ໄຫຼລົງແມ່ນ້ຳຂອງ) ຂື້ນເທິງເໜືອນ້ຳ. ໂຄງການດັ່ງກ່າວ ຕັ້ງຢູ່ຫ່າງຈາກເມືອງແກ່ນທ້າວ (ຕິດກັບຊາຍແດນປະເທດໄທ) ປະມານ 80 ກິໂລແມັດ ຕາມເສັ້ນທາງຫຼວງເລກ 4. ເຂື່ອນໄຟຟ້ານ້ຳພູນ ຕັ້ງຢູ່ໃກ້ກັບບ້ານໂພນງາມ, ເມືອງປາກລາຍ, ແຂວງໄຊຍະບູລີ ແລະຢູ່ຫ່າງຈາກປາກນ້ຳຍາມປະມານ 2.5 ກິໂກແມັດ ຂື້ນເໜືອນ້ຳພູນ. ເຂື່ອນດັ່ງກ່າວນີ້ ມີຂອບເຂດອ່າງໂຕ່ງປະມານ 1,181 ກິໂລຕາແມັດ, ສາມາດຮັບປະລິມານນ້ຳຝົນສະເລ່ຍຕໍ່ປີ 1,044 ລ້ານແມັດກ້ອນ ແລະກວມເອົາພື້ນທີ່ໂຄງການ ແລະ ຜົນກະທົບບ້ານຕ່າງໆປະກອບມີ: ບ້ານວັງພະໝອນເຂດອ່າງເກັບນໍ້າຍົກຢ້າຍບ້ານ 64 ຄອບຄົວ,ບ້ານໂພນງານຜົນກະທົບເຮືອນຈັກ,ໃກ້ຄຽງກັບເຂດກໍ່ສ້າງ,ບ້ານນາຄະຍາງປັບປຸງເສັ້ນທາງ, ເຂດຍົກຍ້າຍຈັດສັນໃໝ່,ບ້ານ ຫາດດ້າຍເຂດທ້າຍນ້ຳ (ຫຼັງເຂື່ອນ), ຜົນກະທົບຊົ່ວຄາວໃນໄລຍະກໍ່ສ້າງ,ບ້ານສຸວັນນະພູມເຂດທ້າຍນ້ຳ (ຫຼັງເຂື່ອນ), ຜົນກະທົບຊົ່ວຄາວໃນໄລຍະກໍ່ສ້າງ,ປະຊາຊົນທີ່ຖືກກະທົບຈາກໂຄງການ (PAPs) ສາມາດແບ່ງອອກເປັນ 4 ກຸ່ມເຊັ່ນ: ກຸ່ມ 1 ປະຊາຊົນໃນບ້ານ ທີ່ນອນໃນເຂດອ່າງເກັບນ້ຳ ເຊິ່ງຕ້ອງກຽມຍົກຍ້າຍອອກ ເພາະນອນໃນເຂດນ້ຳຖ້ວມ, ຕ້ອງຊອກຫາເຂດຍົກຍ້າຍຈັດສັນໃໝ່ (ເຂດຈັດສັນໃໝ່ ຕັ້ງຢູ່ໃກ້ກັບບ້ານນາຄະຍາງ). ປະກອບມີ 64 ຄົວເຮືອນ ຂອງບ້ານວັງພະໝອນ, ມີປະຊາກອນທັງໝົດ 305 ຄົນ (ເປັນຍິງ137 ຄົນ); ກຸ່ມ 2 ປະຊາຊົນໃນບ້ານ ທີ່ຢູ່ໃກ້ກັບເຂດກໍ່ສ້າງ (ຄອງຜັນນ້ຳ, ຄອງສົ່ງນ້ຳ, ເຮືອນຈັກ, ທາງເຂົ້າຫາໂຄງການ) ເຊິ່ງອາດສູນເສຍ ທີ່ດິນທຳມາຫາກິນ ຫຼື ສູນເສຍຍ້ອນການກໍ່ສ້າງໂຄງການ. (ລວມມີບາງຄົວເຮືອນ ທີ່ຂື້ນກັບບ້ານໂພນງາມ, ແລະ ບາງຄົວເຮືອນ ທີ່ຂື້ນກັບບ້ານນາຄະຍາງ ເນື່ອງຈາກການສ້າງທາງເຂົ້າຫາໂຄງການ; ກຸ່ມ 3 ປະຊາຊົນໃນບັນດາບ້ານ ທີ່ຕັ້ງຢ່ທ້າຍນ້ຳ (ຫຼັງເຂື່ອນ) ລວມມີ 172 ຄົວເຮືອນ ຂື້ນກັບບ້ານໂພນງາມ, 229 ຄົວເຮືອນ ຂື້ນກັບບ້ານຫາດດ້າຍ, 534 ຄົວເຮືອນ ຂື້ນກັບບ້ານໂພນງາມ, (ນອກນີ້ ຍັງມີ 196 ຄົວເຮືອນ ຂື້ນກັບບ້ານກາງ, 170 ຄົວເຮືອນ ຂື້ນກັບບ້ານໂພນໄຊ ແລະ 91 ຄົວເຮືອນ ຂື້ນກັບບ້ານທ່າປໍ); 
ກຸ່ມ 4 ປະຊາຊົນ ທີ່ນອນໃນເຂດ 50m Right-of-Way (ROW) ຂອງສາຍສົ່ງ ຍາວປະມານ 12 ກິໂລແມັດ. ກຸ່ມນີ້ຖືກກະທົບ ເນື່ອງຈາກການສູນເສຍທີ່ດິນທຳມາຫາກິນ ເນື່ອງຈາກການກໍ່ສ້າງເສົາໄຟຟ້າ, ມີຄວາມສ່ຽງຈາກໄຟຟ້າຊ໊ອດ, ສ່ຽງຕໍ່ບັນຫາສຸກຂະພາບ (ສຳລັບກຸ່ມນີ້ ຈະໄດ້ສຶກສາລະອຽດ ໃນກະກຽມກໍ່ສ້າງໂຄງການ).

ໃນຕອນ​ທ້າຍກອງປະຊຸມ ທ່ານ ຢັນຍົງ ສີປະເສີດ ຮອງເຈົ້າແຂວງໆ ໄຊຍະບູລີ ໄດ້ກ່າວວ່າ: ຢ່າງ ໃດກໍ່ຕາມ ຖ້າຫາກວ່າໂຄງການດັ່ງກ່າວ ໄດ້ຮັບການພັດທະນາຢ່າງເປັນຮູບປະທຳ ຈະນຳປະໂຫຍດຢ່າງຫລວງຫລາຍ ມາສູ່ປະຊາຊົນເມືອງປາກລາຍ ກໍຄືແຂວງໄຊຍະບູລີ ເປັນຕົ້ນແມ່ນການສ້າງວຽກເຮັດງານທຳ, ການພັດທະນາທ້ອງຖິ່ນ ແລະ ສຳຄັນ ແມ່ນຈະສະໜອງດ້ານພະລັງງານໄຟຟ້າ ໃຫ້ແກ່ປະຊາຊົນພາຍໃນເມືອງ ໄດ້ຊົມໃຊ້ຢ່າງພຽງພໍ, ເປັນການປະກອບສ່ວນສຳຄັນ ເຂົ້າໃນການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນເມືອງປາກລາຍ ກໍຄືແຂວງໄຊຍະບູລີ. ພ້ອມນີ້ ຍັງມີໂຄງການພັດທະນາພະລັງງານໄຟຟ້າ ທີ່ມີຕ່ຳກວ່າ 45 ເມກາວັດ ໂດຍແມ່ນຂັ້ນແຂວງ ເປັນຜູ້ອອກອະນຸຍາດ ແລະ ຄຸ້ມຄອງ (ຕາມມະຕິຕົກລົງ ຂອງກົມການ ເມືອງສູນກາງພັກ ກ່ຽວກັບວຽກງານ 3 ສ້າງ)ແລະຍັງ ມີຫລາຍໂຄງການທີ່ພວມກະກຽມລົງມືກໍ່ສ້າງພາຍໃນແຂວງເວົ້າລວມເວົ້າສະເພາະກໍ່ຄືເມືອງປາກລາຍ.

ຂ່າວ: ດາວປະດິດ ເສດຖາລາດ
© ຈໍາປາໂພສ |  www.champapost.com

_________

No comments

Powered by Blogger.